ຂປລ
ສ.ອາເມລິກາ ສາມາດ ຈັດເກັບ ພາສີ ນຳເຂົ້າແລ້ວ ປະມານ 100 ຕື້ໂດລາສະຫະລັດ ແລະຄາດວ່າ ຈະບັນລຸເຖິງ 300ຕື້ໂດລາສະຫະລັດ ໃນທ້າຍປີ2025 ເນື່ອງຈາກ ນະໂຍບາຍຂອງ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ເລີ່ມສົ່ງຜົນ ໃຫ້ການຈັດ ເກັບພາສີ ເພີ່ມຂຶ້ນ ຢ່າງຫລວງຫລາຍ

ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ9 ກໍລະກົດນີ້,ທ່ານ ສະກອດ ເບສເຊັນ,ລັດຖະມົນຕີ ກະຊວງ ການເງິນ ຂອງ ສ.ອາເມລິກາ ຖະແຫລງວ່າ: ສ.ອາເມລິກາ ສາມາດ ຈັດເກັບ ພາສີ ນຳເຂົ້າແລ້ວ ປະມານ 100 ຕື້ໂດລາສະຫະລັດ ແລະຄາດວ່າ ຈະບັນລຸເຖິງ 300ຕື້ໂດລາສະຫະລັດ ໃນທ້າຍປີ2025 ເນື່ອງຈາກ ນະໂຍບາຍຂອງ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ເລີ່ມສົ່ງຜົນ ໃຫ້ ການຈັດ ເກັບພາສີ ເພີ່ມຂຶ້ນ ຢ່າງຫລວງຫລາຍ ພາຍຫລັງ ເລີ່ມບັງຄັບໃຊ້ ພາສີ ນຳເຂົ້າ ເກືອບທຸກຊະນິດ ໃນອັດຕາ 10% ແລະ ເພີ່ມອັດຕາພາສີ ສຳລັບ ເຫລັກກ້າ,ອາລູມີນຽມ ແລະ ລັດຍົນ ກາຍ ເປັນທ່າແຮງ ໃຫ້ບັນລຸຕົວເລກ ດັ່ງກ່າວ.ນອກນີ້ ຍັງຄາດວ່າ ລາຍໄດ້ ຈາກພາສີນຳເຂົ້າ ບັນລຸຖິງ 2,8 ພັນຕື້ໂດລາສະຫະລັດໃນອີກ 10ປີຕໍ່ໜ້າ.ນກຈາກນີ້ ສ.ອາເມລິກາ ຈະເກັບພາສີ 50% ສຳລັບ ການ ນຳເຂົ້າ ທອງແດງ ຊຶ່ງເປັນໂລຫະ ທີ່ໃຊ້ໃນທຸກຢ່າງ ຕັ້ງແຕ່ ທີ່ຢູ່ອາໄສ ໄປຈົນເຖິງເຄື່ອງໃຊ້ໄຟຟ້າ,ຍານພາຫະນະ,ເຄື່ອຂ່າຍໄຟຟ້າ ແລະ ອຸປະກອນ ທາງການທະຫານ ລວມທັງ ການຂຶ້ນພາສີ ສຳລັບ ເຊມິ ຄອນດັກເຕີ ແລະ ຢາປິ່ນປົວພະຍາດ ອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL