ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

09/07/2025 22:27
Email Print 562
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດຢູ່ ມາເລເຊຍ, ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ ໄດ້ກ່າວເນັ້ນໜັ້ກວ່າ: ບັນດາ ລັດຖະມົນຕີ ການຕ່າງປະເທດ ແລະ ເສດຖະກິດ ໃນພາກພື້ນ ຕ້ອງສົມທົບກັນ ຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນ ຈຶ່ງອາດສາມາດ ນຳຈິດໃຈ ສາມັກຄີ ກາຍເປັນໝາກຜົນ ຢ່າງລະອຽດ ແລະ ແທດຈິງໃຫ້ແກ່ ພາກພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດຢູ່ ມາເລເຊຍ, ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ ໄດ້ກ່າວເນັ້ນໜັ້ກວ່າ: ບັນດາ ລັດຖະມົນຕີ ການຕ່າງປະເທດ ແລະ ເສດຖະກິດ ໃນພາກພື້ນ ຕ້ອງສົມທົບກັນ ຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນ ຈຶ່ງອາດສາມາດ ນຳຈິດໃຈ ສາມັກຄີ ກາຍເປັນໝາກຜົນ ຢ່າງລະອຽດ ແລະ ແທດຈິງໃຫ້ແກ່ ພາກພື້ນ. ບັນດາເຄື່ອງມື ທີ່ເປັນມູນເຊື້ອ ໄດ້ຊ່ວຍສ້າງ ການເຕີບໂຕ ປັດຈຸບັນ ໄດ້ນຳໃຊ້ເພື່ອ ສ້າງກຳລັງດັນ, ປິດລ້ອມ ແລະ ຈຳກັດ. ພາສີອາກອນ, ການຈຳກັດ ການສົ່ງອອກນຳເຂົ້າ ແລະ ຮົ້ວກີດຂວາງ ໃນການລົງທຶນ ປັດຈຸບັນ ກາຍເປັນເຄື່ອງມື ທີ່ແຫລມຄົມ ຂອງການແກ້ງແຍ້ງ ທາງພູມີສາດການເມືອງ. ນີ້ບໍ່ແມ່ນພາຍຸ ພັດຜ່ານ ນີ້ແມ່ນສະພາບ ອາກາດໃໝ່ ຂອງຍຸກສະໄໝ. ອາຊຽນ ຕ້ອງຜະເຊີນໜ້າກັບ ຕົວຈິງນີ້ ຢ່າງຈະແຈ້ງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ພ້ອມກັນ ກະທຳດ້ວຍວິໄສທັດ ທີ່ຍາວໄກ. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງ ບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງ ຄືການເຊື່ອມຕໍ່, ການຄ້ຳປະກັນ ຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດ ສາທາລະນະສຸກ ແລະ ດິນຟ້າອາກາດ, ພ້ອມທັງຢັ້ງຢືນວ່າ ທຸກຄວາມມານະ ພະຍາຍາມຂອງ ອາຊຽນ ຕ້ອງມີຜົນປະໂຫຍດ ລະອຽດໃຫ້ແກ່ ປະຊາຊົນ ໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top