ຂ່າວຕ່າງປະເທດ7/15/2025 2:20:14 PM
ຝຣັ່ງ ຈັດພິທີ ເດີນສວນສະໜາມ ປະຈຳປີ ເພື່ອສະເຫລີມ ສະຫລອງ ວັນຊາດ 14 ກໍລະກົດນີ້ ຢ່າງຍິ່ງໃຫຍ່ ໂດຍມີ ທ່ານ ມານູເອລ ມາຄຣົງ, ປະທານາທິບໍດີ ຝຣັ່ງ ພ້ອມດ້ວຍ ພັນລະຍາ, ບັນດາຜູ້ນຳ ຈາກຫລາຍປະເທດ ທົ່ວໂລກ ແລະ ຄະນະທູດ ຕ່າງປະເທດ ເຂົ້າຮ່ວມ
ຂ່າວຕ່າງປະເທດ7/15/2025 1:51:23 PM
ສູນຮັບຮອງ ເອເລັກໂຕຣນິກ ແຫ່ງຊາດ ຂຶ້ນກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີຂອງ ສສ ຫວຽດນາມ ກຳນົດ ເປົ້າໝາຍ ໃຫ້ປະມານ 70% ຂອງປະຊາກອນ ຜູ້ໃຫຍ່ ມີລາຍເຊັນ ດີຈິຕອນ ພາຍໃນປີ2030.
ຂ່າວຕ່າງປະເທດ7/15/2025 1:16:02 PM
ກະຊວງການຄ້າ ຂອງມາເລເຊຍ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ການສົ່ງອອກ ແລະ ຂົນສົ່ງຊີບ ເອໄອ(AI) ຫລື ປັນຍາ ປະດິດ ປະສິດທິພາບສູງ ຈາກ ສ.ອາເມລິກາ ຈະຕ້ອງມີ ໃບອະນຸຍາດ ການຄ້າ ແລະ ມີຜົນບັງຄັບໃຊ້ ທັນທີ
ຂ່າວຕ່າງປະເທດ7/15/2025 12:54:25 PM
ນະໂຍບາຍ ພາສິ ນຳເຂົ້າ ທີ່ເຂັ້ມງວດຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໃນໄລຍະທີ 2 ພວມກະຕຸ້ນ ໃຫ້ ບັນດາ ປະເທດ ໃນພາກພື້ນ ອາຊີ ປັບປ່ຽນ ຍຸດທະສາດ ການຄ້າສາກົນ ຫລັງຈາກ ຜະເຊີນກັບ ໄພຂົ່ມຂູ່ ດ້ວຍພາ ສີ ນຳເຂົ້າ ສູງຂຶ້ນ ທີ່ມີກຳນົດ ການບັງຄັບໃຊ້ ໃນວັນທີ 1ສິງຫານີ້
ຂ່າວຕ່າງປະເທດ7/15/2025 12:22:18 PM
ປະເທດ ມາເລເຊຍ, ບັນດາ ປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ສປ ຈີນ ແລະ ສ.ເກົາຫລີ (ASEAN+3, APT) ໄດ້ຢືນຢັນ ຄືນໃໝ່ ຄຳໝັ້ນສັນຍາ ເພີ່ມທະວີ ການເຊື່ອມໂຍງ ດ້ານເສດຖະກິດ ເຂົ້າກັບພາກພື້ນ ແລະ ຮັກສາ ລະບົບ ການຄ້າ ຫລາຍຝ່າຍ ບົນກົດໝາຍ ໃນສະພາບການ ຂາດຄວາມ ສະຖຽນ ລະພາບ ດ້ານເສດຖະກິດ ແລະ ການຄ້າທົ່ວໂລກ ທີ່ເພີ່ມຂຶ້ນ.
ຂ່າວຕ່າງປະເທດ7/15/2025 12:21:42 PM
ແງ່ຫວັງ ສິ້ນສຸດສົງຄາມ ຢູ່ເຂດກາຊາ ຍັງຜະເຊີນກັບ ສິ່ງທ້າທາຍ ຢ່າງໃຫຍ່ຫລວງ ເມື່ອຝ່າຍ ອິດສະຣາແອນ ສືບຕໍ່ ສົ່ງສານ ທີ່ຍັງບໍ່ທັນພ້ອມໃຫ້ແກ່ ການປິດການປະທະກັນ ທີ່ນອງເລືອດ ເຊິ່ງແກ່ຍາວມາ ເປັນເວລາກວ່າ 21 ເດືອນ ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ ເກືອບ 60.000 ຄົນ.
ຂ່າວຕ່າງປະເທດ7/14/2025 10:18:30 AM
ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ຈະຂຶ້ນພາສີ ໃນລະດັບ 30% ຕໍ່ສິນຄ້າ ທີ່ນໍາເຂົ້າ ຈາກສະຫະພາບ ເອີຣົບ ແລະ ເມັກຊິກ ເລີ່ມແຕ່ ວັນທີ 1 ສິງຫານີ້ ເປັນຕົ້ນໄປ.
ຂ່າວຕ່າງປະເທດ7/14/2025 10:18:27 AM
ຄຽງຄູ່ກັບ ອຸມົງ ເຈນຕິງ ທີ່ຂຶ້ນກັບ ໂຄງການ ທາງລົດໄຟ ແຄມຝັ່ງທະເລ ພາກຕາເວັນອອກ ຂອງມາເລເຊຍ ທີ່ມີກຸ່ມບໍລິສັດ ກໍ່ສ້າງຄົມມະນາຄົມຈີນ ຈໍາກັດ ຮັບເໝົາ ກໍ່ສ້າງນັ້ນ ໄດ້ສໍາເລັດ ການກໍ່ສ້າງ ຢ່າງເປັນທາງການ
ຂ່າວຕ່າງປະເທດ7/14/2025 10:18:25 AM
ກອງປະຊຸມ ສຸດຍອດ ລັດຖະມົນຕີ ການຕ່າງປະເທດ ສຸດຍອດ ອາຊີ ຕາເວັນອອກ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ ນະຄອນ ຫລວງ ກົວລາລຳເປີ ຂອງມາເລເຊຍ, ຈາກນັ້ນ ທ່ານ ວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ໄດ້ກ່າວຄຳປາໄສວ່າ ປີນີ້ ແມ່ນປີທີສ້າງຕັ້ງ ກອງປະຊຸມ ສຸດຍອດ ອາຊີ ຕາເວັນອອກ ຄົບຮອບ 20 ປີ
ຂ່າວຕ່າງປະເທດ7/14/2025 10:18:23 AM
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດວ່າ ນັບແຕ່ ວັນທີ 1 ສິງຫານີ້, ສ.ອາເມລິກາ ຈະຈັດວາງ ອັດຕາພາສີ 35% ສຳລັບ ສິນຄ້າ ທີ່ນຳເຂົ້າຈາກ ການາດາ.