ສ.ອາເມລິກາ ຈະຂຶ້ນພາສີໃນລະດັບ 30% ຕໍ່ສິນຄ້າທີ່ນໍາເຂົ້າຈາກ ສະຫະພາບເອີຣົບ-ເມັກຊິກ

14/07/2025 10:18
Email Print 224
ຂປລ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ຈະຂຶ້ນພາສີ ໃນລະດັບ 30% ຕໍ່ສິນຄ້າ ທີ່ນໍາເຂົ້າ ຈາກສະຫະພາບ ເອີຣົບ ແລະ ເມັກຊິກ ເລີ່ມແຕ່ ວັນທີ 1 ສິງຫານີ້ ເປັນຕົ້ນໄປ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ເມື່ອບໍ່ດົນມານີ້ວ່າ: ຈະຂຶ້ນພາສີ ໃນລະດັບ 30% ຕໍ່ສິນຄ້າ ທີ່ນໍາເຂົ້າ ຈາກສະຫະພາບ ເອີຣົບ ແລະ ເມັກຊິກ ເລີ່ມແຕ່ ວັນທີ 1 ສິງຫານີ້ ເປັນຕົ້ນໄປ. ທ່ານ ໂດນັນ ທຣໍາ ໄດ້ເຜີຍແຜ່ ຈົດໝາຍ ທີ່ຕົນເອງ ສົ່ງໄປເຖິງ ທ່ານ ນາງ ເອີຊູລາ ວົນ ເດີ ເລເຢນ ປະທານ ຄະນະ ກໍາມາທິການ ສະຫະພາບ ເອີຣົບ ແລະ ທ່ານ ນາງ ຄລາວເດຍ ຊີນບອມ ປາຣໂດ ປະທານາທິບໍດີ ເມັກຊິກ ຜ່ານທາງສື່ ສັງຄົມ ອອນລາຍວ່າ: ເມັກຊິກ ບໍ່ສາມາດ ສະກັດກັ້ນ ບໍ່ໃຫ້ ຢາເຟນທານີລ (Fentanyl) ເຂົ້າສູ່ ສ.ອາເມລິກາ, ພ້ອມທັງ ບໍ່ໄດ້ໃຫ້ ການປະສານງານ ທີ່ຫລາຍພຽງພໍ ໃນການສະກັດກັ້ນ ບໍ່ໃຫ້ຊາວອົບພະຍົບ ແບບຜິດກົດໝາຍ ເຂົ້າສູ່ ສ.ອາເມລິກາ ນໍາອີກ; ຂະນະທີ່ ກໍາແພງພາສີ ແລະ ກໍາແພງການຄ້າ ທີ່ບໍ່ແມ່ນພາສີ ຂອງສະຫະພາບ ເອີຣົບເຮັດໃຫ້ ສ.ອາເມລິກາ ຂາດດຸນການຄ້າ ອັນມະຫາສານ ຕໍ່ສະຫະພາບ ເອີຣົບ, ການພົວພັນ ລະຫວ່າງ ອາເມລິກາ-ສະຫະພາບ ເອີຣົບ “ບໍ່ແມ່ນການພົວພັນ ແບບຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ”. ສຳລັບ ເນື້ອໃນ ຈົດໝາຍ ດັ່ງກ່າວ ແມ່ນມີ ຄວາມຄ້າຍຄືກັນກັບ ຈົດໝາຍທີ່ ທ່ານ ໂດນັນ ທຣໍາ ສົ່ງໄປຍັງຜູ້ນໍາປະເທດອື່ນໆ ໃນອາທິດຜ່ານມາ ໂດຍພື້ນຖານ, ລວມທັງ ການຕັກເຕືອນ ປະເທດເຫລົ່ານີ້ ຢ່ານໍາໃຊ້ ມາດຕະການ ຕອບໂຕ້ ຕໍ່ການຂຶ້ນພາສີ ໃນເທື່ອນີ້, ສົ່ງເສີມວິສາຫະກິດ ຂອງປະເທດເຫລົ່ານີ້ ໄປຕັ້ງບໍລິສັດຢູ່ ສ.ອາເມລິກາ ແລະ ອາດຈະປັບປຸງ ອັດຕາ ພາສີ ຖ້າວ່າ ປະເທດເຫລົ່ານີ້ ໃຫ້ການຮ່ວມມື ປະສານງານ ຢ່າງຕັ້ງໜ້າ ເປັນຕົ້ນ.ກ່ອນໜ້ານີ້ ທ່ານ ໂດນັນ ທຣໍາ ໄດ້ສົ່ງຈົດໝາຍເຖິງ ຜູ້ນໍາປະເທດຕ່າງໆ 20 ກວ່າປະເທດ  ໂດຍກ່າວວ່າ: ຈະຂຶ້ນພາສີ ຮອບໃໝ່ ຕໍ່ປະເທດເຫລົ່ານີ້ ເລີ່ມແຕ່ວັນທີ 1 ສິງຫານີ້ ເປັນຕົ້ນໄປ ແລະ ຈະຂຶ້ນພາສີ ໃນລະດັບ 50% ຕໍ່ຜະລິດຕະພັນ ທອງແດງ ທັງໝົດ ທີ່ນໍາເຂົ້າຈາກ ປະເທດຕ່າງໆ ເລີ່ມແຕ່ວັນທີ 1 ສິງຫາໜ້ານີ້ ເປັນຕົ້ນໄປ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top