ສ.ອາເມລິກາ ຈັດວາງພາສີ 35% ສຳລັບສິນຄ້າຈາກ ການາດາ ໃນຕົ້ນເດືອນສິງຫານີ້

14/07/2025 10:18
ຂປລ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດວ່າ ນັບແຕ່ ວັນທີ 1 ສິງຫານີ້, ສ.ອາເມລິກາ ຈະຈັດວາງ ອັດຕາພາສີ 35% ສຳລັບ ສິນຄ້າ ທີ່ນຳເຂົ້າຈາກ ການາດາ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ໃນສື່ສັງຄົມອອນລາຍ TruthSocial, ທ່ານ ໂດນັນ ທຣຳ, ປະທານາທິບໍດີ  ສ.ອາເມລິກາ ປະກາດວ່າ ນັບແຕ່ ວັນທີ 1 ສິງຫານີ້, ສ.ອາເມລິກາ ຈະຈັດວາງ ອັດຕາພາສີ 35% ສຳລັບ ສິນຄ້າ ທີ່ນຳເຂົ້າຈາກ ການາດາ. ສະນັ້ນ, ການາດາ ແມ່ນປະເທດ ຫລ້າສຸດ ແລະ ແມ່ນປະເທດທີ 23 ທີ່ໄດ້ຮັບ ຈົດໝາຍແຈ້ງ ອັດຕາ ພາສີ ສົມທົບໃໝ່ ຈາກ ສ.ອາເມລິກາ. ອັດຕາພາສີດັ່ງກ່າວ ໄດ້ຍົກອອກມາ ເພື່ອຕອບຄືນຕໍ່ເລື່ອງ ການາດາ ມີການກະທຳ ໂຕ້ຕອບ ການຈັດວາງ ອັດຕາພາສີ ຍ້ອນບໍ່ສົມທົບກັນ ສະກັດກັ້ນ fentanyl ສົ່ງເຂົ້າ ອາເມລິກາ. ຕາມນັ້ນແລ້ວ, ແຕ່ວັນທີ 1 ສິງຫາ, ບັນດາປະເພດ ສິນຄ້າສົ່ງຜ່ານ ການາດາ ເຂົ້າ ສ.ອາເມລິກາ ຈະຕ້ອງຖືກ ຈັດວາງອັດຕາພາສີ ສູງກວ່າ ແລະ ຈະຈັດວາງ ອັດຕາພາສີ ເພີ່ມເຕີມ ຖ້າຫາກວ່າ ການາດາ ຕົກລົງ ເພີ່ມພາສີ ສຳລັບ ສິນຄ້າຂອງ ສ.ອາເມລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top