ຂປລ
ຄຽງຄູ່ກັບ ອຸມົງ ເຈນຕິງ ທີ່ຂຶ້ນກັບ ໂຄງການ ທາງລົດໄຟ ແຄມຝັ່ງທະເລ ພາກຕາເວັນອອກ ຂອງມາເລເຊຍ ທີ່ມີກຸ່ມບໍລິສັດ ກໍ່ສ້າງຄົມມະນາຄົມຈີນ ຈໍາກັດ ຮັບເໝົາ ກໍ່ສ້າງນັ້ນ ໄດ້ສໍາເລັດ ການກໍ່ສ້າງ ຢ່າງເປັນທາງການ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຄຽງຄູ່ກັບ ອຸມົງ ເຈນຕິງ ທີ່ຂຶ້ນກັບ ໂຄງການ ທາງລົດໄຟ ແຄມຝັ່ງທະເລ ພາກຕາເວັນອອກ ຂອງມາເລເຊຍ ທີ່ມີກຸ່ມບໍລິສັດ ກໍ່ສ້າງຄົມມະນາຄົມຈີນ ຈໍາກັດ ຮັບເໝົາ ກໍ່ສ້າງນັ້ນ ໄດ້ສໍາເລັດ ການກໍ່ສ້າງ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ໂດຍມີ ອຸມົງທັງໝົດ 41 ແຫ່ງ ຂອງໂຄງການດັ່ງກ່າວ ໄດ້ສໍາເລັດ ການກໍ່ສ້າງເປັນທີ່ຮຽບຮ້ອຍ. ຈາກນັ້ນ ທ່ານ ລົກຊຽວຟຸກ ລັດຖະມົນຕີ ກະຊວງ ຄົມມະນາຄົມ ມາເລເຊຍ ໄດ້ກ່າວວ່າ: ພາຍຫລັງ ທາງລົດໄຟແຄມຝັ່ງທະເລ ພາກຕາເວັນອອກ ຂອງມາເລເຊຍ ສໍາເລັດການກໍ່ສ້າງ, ຈະເຊື່ອມໂຍງ ແຄມຝັ່ງທະເລ ພາກຕາເວັນອອກ -ຕາເວັນຕົກ ຂອງມາເລເຊຍ ຢ່າງມີປະສິດທິຜົນ, ໂດຍຈະເຊື່ອມໂຍງ ຫລາຍຕົວເມືອງ, ນິຄົມອຸດສາຫະກໍາ, ທ່າກໍາປັ່ນ, ສະໜາມບິນ ແລະ ເຄືອຂ່າຍທາງລົດໄຟ ທີ່ມີຢູ່ໃນປັດຈຸບັນ, ພ້ອມທັງ ຈະຍົກລະດັບ ປະສິດທິພາບ ການຈໍລະຈອນສິນຄ້າ ລະຫວ່າງ ແຄມຝັ່ງທະເລ ພາກຕາເວັນອອກ-ຕາເວັນຕົກ ຂອງມາເລເຊຍ ຢ່າງຮອບດ້ານ. ໂຄງການທາງລົດໄຟແຄມຝັ່ງທະເລ ພາກຕາເວັນອອກ ຂອງມາເລເຊຍ ເປັນໂຄງການ ສັນຍາລັກ ຂອງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ສປ ຈີນ-ມາເລເຊຍ, ໂດຍມີຄວາມຍາວ ທັງໝົດ 600 ກວ່າກິໂລແມັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL