ຂ່າວຕ່າງປະເທດ7/16/2025 1:52:48 PM
ທ່ານ ຫວາງຢີ້, ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ສະພາມົນຕີ ລັດຖະມົນຕີ ຕ່າງປະເທດ ອົງການຮ່ວມມື ຊຽງໄຮ ຢູ່ນະຄອນ ທຽນສິນ ຂອງ ສປ ຈີນ.
ຂ່າວຕ່າງປະເທດ7/16/2025 1:52:41 PM
ສະຫະພາບ ເອີຣົບ(ອີຢູ) ປະກາດວ່າ: ຖ້າການເຈລະຈາ ການຄ້າ ລະຫວ່າງ ສະຫະພາບ ເອີຣົບ-ສ.ອາເມລິກາ ບໍ່ປະສົບຜົນສຳເລັດ, ສະຫະພາບ ເອີຣົບ ມີແຜນຈະເກັບພາສີຕອບໂຕ້ ຕ່າງຫາກ ຕໍ່ສິນຄ້ານຳເຂົ້າ ຈາກ ສ.ອາເມຣລິກາ ທີ່ມີມູນຄ່າ 72 ຕື້ເອີໂຣ(ເທົ່າກັບ 84 ຕື້ໂດລາ), ສະຫະພາບ ເອີຣົບ ໄດ້ກຳນົດ ບັນຊີລາຍຊື່ ສິນຄ້າ ທີ່ຈະເພີ່ມພາສີ ເພື່ອຕອບໂຕ້ ສ.ອາເມລິກາ.
ຂ່າວຕ່າງປະເທດ7/16/2025 1:52:31 PM
ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ ໂດຍໄດ້ສະຫລຸບຄືນ ຜົນສຳເລັດ ໃນການພັດທະນາ ຕົວເມືອງ ຂອງ ສປ ຈີນ ໃນຍຸກໃໝ່
ຂ່າວຕ່າງປະເທດ7/16/2025 1:52:22 PM
ສະຖາບັນ ເສດຖະກິດ ຫວຽດນາມ ແລະ ໂລກ, ຂຶ້ນກັບ ສະຖາບັນ ບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດ ເວທີປາໄສ ການກຳນົດ ຮູບແບບ ການເຕີບໂຕໃໝ່ ໃຫ້ແກ່ ສສ ຫວຽດນາມ ໄລຍະ 2026–2030 ແລະ ການກຳນົດທິດ ຮອດປີ 2045.
ຂ່າວຕ່າງປະເທດ7/16/2025 1:52:12 PM
ວາລະສານ“ຊີວຊື້”(ສະແຫວງຫາ ຄວາມຈິງ)ສະບັບທີ 14 ທີ່ພິມຈຳໜ່າຍ ໃນວັນທີ 16 ກໍລະກົດນີ້ ຈະລົງພິມ ບົດຄວາມ ສຳຄັນ ຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ທີ່ມີຫົວຂໍ້ວ່າ“ຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ ຢ່າງເດັດດ່ຽວ ໜຽວແໜ້ນ”.
ຂ່າວຕ່າງປະເທດ7/16/2025 1:52:01 PM
ທ່ານ ຈຽງປີ່ນ ພັນເອກພິເສດ ຮອງຫົວໜ້າກົມ ຖະແຫລງຂ່າວ ທັງເປັນ ໂຄສົກ ກະຊວງປ້ອງກັນ ປະເທດຈີນ ກ່າວວ່າ: ການສ້າງເຂດ ປອດອາວຸດ ນິວເຄລຍ ອາຊີ ຕາເວັນອອກ ສຽງໃຕ້ ມີຄວາມໝາຍ ສຳຄັນ ຕໍ່ການເພີ່ມທະວີ ລະບົບ ບໍ່ແຜ່ຂະຫຍາຍ ອາວຸດ ນິວເຄລຍ ສາກົນ, ຊຸກຍູ້ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ
ຂ່າວຕ່າງປະເທດ7/15/2025 7:09:34 PM
ສປ ຈີນ ມີກອງກຳປັ່ນ ຂົນສົ່ງທາງທະເລ ທີ່ມີຂະໜາດໃຫຍ່ ທີ່ສຸດໃນໂລກ, ຫລັງຈາກ ສປ ຈີນ ໄດ້ສ້າງສຳເລັດ ກຸ່ມທ່າກຳປັ່ນ ລະດັບໂລກ ໃຫຍ່ທີ່ສຸດໃນໂລກ, ມີປະລິມານ ການຂົນສົ່ງ ທາງທະເລ ສາກົນ ກວມເອົາ ເກືອບ1/3 ຂອງໂລກ
ຂ່າວຕ່າງປະເທດ7/15/2025 7:09:24 PM
ໃນ 6 ເດືອນຕົ້ນປີນີ້, ມູນຄ່າເພີ່ມຂອງວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຫລາຍກວ່າ 20 ລ້ານຢວນຕໍ່ປີຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 6,4%.
ຂ່າວຕ່າງປະເທດ7/15/2025 7:09:12 PM
ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ອາດປັບຂຶ້ນພາສີ 100%ຕໍ່ ບັນດາ ປະເທດ ທີ່ຊຶ້ນ້ຳມັນຈາກ ຣັດເຊຍ ຖ້າຫາກ ຣັດເຊຍ ບໍ່ບັນລຸ ຂໍ້ຕົກລົງ ພາຍໃນ 50ວັນ ເພື່ອຢຸດຕິ ການຂັດແຍ່ງກັບ ອູແກຣນ.
ຂ່າວຕ່າງປະເທດ7/15/2025 7:08:51 PM
ຫ້ອງການ ໂຄງການ ການບິນ ອະວະກາດ ບັນທຸກຄົນຂອງ ສປ ຈີນ ແຈ້ງຂ່າວວ່າ: ເວລາ 5 ໂມງ 34 ນາທີຂອງ ວັນທີ 15 ກໍລະກົດນີ້ ຕາມເວລາປັກກິ່ງ ຢູ່ສູນຍິງສົ່ງ ຍານອະວະກາດ ເວີນຊ່າງ ຂອງ ສປ ຈີນ, ໄດ້ຍິງສົ່ງຍານອະວະກາດຂົນສົ່ງວັດຖຸ ທ່ຽນໂຈ່ວ 9 ດ້ວຍຈະຫລວດ ສົ່ງຍານ ຊາງເຈີ່ງ 7