ຂປລ
ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ ໂດຍໄດ້ສະຫລຸບຄືນ ຜົນສຳເລັດ ໃນການພັດທະນາ ຕົວເມືອງ ຂອງ ສປ ຈີນ ໃນຍຸກໃໝ່

ຂປລ. ຕາມຂ່າວຈາກ CGTN, ກອງປະຊຸມ ວຽກງານ ຕົວເມືອງ ສູນກາງຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳຄັນ ໂດຍໄດ້ສະຫລຸບຄືນ ຜົນສຳເລັດ ໃນການພັດທະນາ ຕົວເມືອງ ຂອງ ສປ ຈີນ ໃນຍຸກໃໝ່, ວິເຄາະ ສະຖານະການ ທີ່ວຽກງານ ຕົວເມືອງ ພວມຜະເຊີນ ແລະ ໄດ້ກຳນົດ ຄວາມຮຽກຮ້ອງ ຕ້ອງການ ທີ່ກວມລວມ, ຫລັກການສຳຄັນ ແລະ ໜ້າທີ່ຈຸດສຸມ ຂອງວຽກງານຕົວເມືອງ ຢ່າງຈະແຈ້ງ ເຊິ່ງໄດ້ໃຫ້ການຊີ້ນຳ ທີ່ເປັນພື້ນຖານ ໃຫ້ແກ່ ການເຮັດວຽກງານຕົວເມືອງໃຫ້ດີ ໃນຍຸກໃໝ່ ແລະ ຂະບວນ ການເດີນທາງຄັ້ງໃໝ່. ພະນັກງານ ແລະ ປະຊາຊົນ ຈາກແຫ່ງຕ່າງໆ ມີຄວາມເຫັນວ່າ: ຕ້ອງລົງເລິກ ເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້, ປະຕິບັດ ຕາມທິດຊີ້ນຳຂອງ ທ່ານ ສີ ຈິ້ນຜິງ, ຕັ້ງໜ້າ ເສີມຂະຫຍາຍ ບົດບາດ ຢ່າງເປັນເຈົ້າການ ແລະ ມີຫົວຄິດ ປະດິດສ້າງ, ບາກບັ່ນສູ້ຊົນ ເພື່ອບຸກເບີກ ເສັ້ນທາງໃໝ່ ແຫ່ງການສ້າງ ຕົວເມືອງ ໃຫ້ທັນສະໄໝ ທີ່ມີສີສັນພິເສດ ຂອງ ສປ ຈີນ. ທ່ານ ຫູຈືຈ້ຽນ, ຫົວໜ້າກົມ ສ້າງສາຕົວເມືອງ ກະຊວງເຮືອນຢູ່ ການສ້າງສາຕົວເມືອງ ແລະ ຊົນນະບົດຈີນ ກ່າວວ່າ: ຈະປະຕິບັດ ຕາມແນວຄິດ ຕົວເມືອງປະຊາຊົນ ຢ່າງຈິງຈັງ, ອອກແຮງ ຍົກສູງ ຄວາມສາມາດ ໃນການປະຕິບັດ ໜ້າທີ່ຕ່າງໆ, ຊຸກຍູ້ການສ້າງ ຕົວເມືອງປະຊາຊົນ ໃຫ້ມີການພັດທະນາ ທີ່ມີຄຸນນະພາບສູງ ແລະ ມີເນື້ອໃນທີ່ແທ້ຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL