ສປ ຈີນ ເດັດດ່ຽວສະໜັບສະໜູນ ການສ້າງເຂດ ປອດອາວຸດ ນິວເຄລຍ ອາຊີ ຕາເວັນອອກ ສຽງໃຕ້

16/07/2025 13:52
ຂປລ ທ່ານ ​ຈຽງ​ປີ່ນ ພັນ​ເອກ​ພິ​ເສດ ຮອງ​ຫົວ​ໜ້າ​ກົມ ​ຖະ​ແຫລງ​ຂ່າວ​ ທັງ​ເປັນ ໂຄ​ສົກ​ ກະ​ຊວງ​ປ້ອງ​ກັນ​ ປະ​ເທດ​ຈີນ ກ່າວ​ວ່າ: ການ​ສ້າງ​ເຂດ ​ປອດ​ອາ​ວຸ​ດ ​​ນິວ​ເຄ​ລຍ ​ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ໃຕ້ ​ມີ​ຄວາມ​ໝາຍ ສຳ​ຄັນ ​ຕໍ່ການ​ເພີ່ມ​ທະ​ວີ ​ລະ​ບົບ ​ບໍ່​ແຜ່​ຂະ​ຫຍາຍ​ ອາ​ວຸດ ​​ນິວ​ເຄ​ລຍ ​ສາ​ກົນ, ຊຸກ​ຍູ້​ ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ ຂອງ​ພາກ​ພື້ນ

ຂປລ. ຕາມຂ່າວຈາກ CGTN,ເມື່ບໍ່ດົນມານີ້, ທ່ານ ​ຈຽງ​ປີ່ນ ພັນ​ເອກ​ພິ​ເສດ ຮອງ​ຫົວ​ໜ້າ​ກົມ ​ຖະ​ແຫລງ​ຂ່າວ​ ທັງ​ເປັນ ໂຄ​ສົກ​ ກະ​ຊວງ​ປ້ອງ​ກັນ​ ປະ​ເທດ​ຈີນ ກ່າວ​ວ່າ: ການ​ສ້າງ​ເຂດ ​ປອດ​ອາ​ວຸ​ດ ​​ນິວ​ເຄ​ລຍ ​ອາ​ຊີ ​ຕາ​ເວັນ​ອອກ​ ສຽງ​ໃຕ້ ​ມີ​ຄວາມ​ໝາຍ ສຳ​ຄັນ ​ຕໍ່ການ​ເພີ່ມ​ທະ​ວີ ​ລະ​ບົບ ​ບໍ່​ແຜ່​ຂະ​ຫຍາຍ​ ອາ​ວຸດ ​​ນິວ​ເຄ​ລຍ ​ສາ​ກົນ, ຊຸກ​ຍູ້​ ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ ຂອງ​ພາກ​ພື້ນ. ພ້ອມ​ທັງ ​ມີ​ຜົນ​ດີຕໍ່​ ການ​ປົກ​ປັກ​ຮັກ​ສາ ​ຜົນ​ປະ​ໂຫຍດ ​ດ້ານ​ຄວາມ​ໝັ້ນ​ຄົງ ​ໂດຍ​ພື້ນ​ຖານ ​ຂອງ​ບັນ​ດາ​ ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ. ສປ ຈີນ​ ເດັດ​ດ່ຽວ​ ສະ​ໜັບ​ ສະ​ໜູນ ​ຕໍ່​ເລື່ອງນີ້ ແລະ ໄດ້​ໃຫ້​ທັດ​ສະ​ນະ ​ຢ່າງ​ຈະ​ແຈ້ງວ່າ ຍິນ​ດີ​ລົງ​ນາມ ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ ກ່ອນ​ໝູ່. ສປ ຈີນ ​ປະ​ຕິ​ບັດ​ ຕາມ​ນະ​ໂຍ​ບາຍ ບໍ່​ໃຊ້​ອາ​ວຸ​ດ ​​ນິວ​ເຄ​ລຍ ​ກ່ອນ​ໝູ່, ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ ຈະ​ບໍ່​ນຳ​ໃຊ້ ຫລື ຂົ່ມ​ຂູ່​ ນຳ​ໃຊ້​ ອາ​ວຸ​ດ ​​ນິວ​ເຄ​ລຍ ​ຕໍ່​ປະ​ເທດ​ ທີ່ບໍ່​ມີ​ອາ​ວຸດ​​ ນິວ​ເຄ​ລຍ ແລະ ເຂດ​ປອດ​ອາ​ວຸ​ດ ​​ນິວ​ເຄ​ລຍ​ ໂດຍບໍ່​ມີ​ເງື່ອນ​ໄຂ, ແມ່ນ​ປະ​ເທດ​ ພຽງ​ໜຶ່ງ​ດຽວ ​ທີ່​ໄດ້​ໃຫ້​ຄຳ ​ໝັ້ນ​ສັນ​ຍາ ​ດັ່ງ​ກ່າວ​ ໃນ​ບັນ​ດາ ​ປະ​ເທດ ​ທີ່​ມີ​ອາ​ວຸດ ​​ນິວ​ເຄ​ລຍ, ກຳ​ລັງ​ອາ​ວຸດ ​​ນິວ​ເຄ​ລຍ ແລະ ນະ​ໂຍ​ບາຍ​ອາ​ວຸ​ດ​​ ນິວ​ເຄ​ລຍ ​ຂອງ ສປ ​ຈີນ​ ເປັນ​ການ​ປະ​ກອບ​ສ່ວນ ​ອັນ​ສຳ​ຄັນ ​ຕໍ່​ສັນ​ຕິ​ພາບ ​ຂອງ​ໂລກ ເຊິ່ງປະ​ຊາ​ຄົມ​ໂລກ​ ໄດ້​ມີ​ຄວາມ​ຮັບ​ຮູ້​ ໂດຍ​ທົ່ວ​ໄປ ​ຕໍ່​ເລື່ອງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top