ອີຣານ ຈະເກັບຄ່າຜ່ານທາງ ຊ່ອງແຄບຮໍມຸດ 1 ໂດລາຕໍ່ຖັງ

12/04/2026 16:26
ຂປລ ທ່ານ ຮາມິດ ຮໍສເຊນີ ໂຄສົກ ສະຫະພາບ ຜູ້ສົ່ງອອກ ຜະລິດຕະພັນ ນໍ້າມັນ ແກັສ ແລະ ປີໂຕຣເຄມີ ອີຣານ ຊຶ່ງເຮັດວຽກ ຮ່ວມກັບ ລັດຖະບານ ອີຣານ ເປີດເຜີຍວ່າ: ອີຣານ ຈະກຳນົດໃຫ້ ກຳປັ່ນທີ່ ສັນຈອນ ຜ່ານຊ່ອງແຄບຮໍມຸດ ຕ້ອງຈ່າຍຄ່າຜ່ານທາງ ເປັນເງິນ ຄຣີບໂທເຄີຣເຣນຊີ ໃນອັດຕາ ທຽບເທົ່າ 1 ໂດລາສະຫະລັດ ຕໍ່ນໍ້າມັນ 1 ຖັງ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ຮາມິດ ຮໍສເຊນີ ໂຄສົກ ສະຫະພາບ ຜູ້ສົ່ງອອກ ຜະລິດຕະພັນ ນໍ້າມັນ ແກັສ ແລະ ປີໂຕຣເຄມີ ອີຣານ ຊຶ່ງເຮັດວຽກ ຮ່ວມກັບ ລັດຖະບານ ອີຣານ ເປີດເຜີຍວ່າ: ອີຣານ ຈະກຳນົດໃຫ້ ກຳປັ່ນທີ່ ສັນຈອນ ຜ່ານຊ່ອງແຄບຮໍມຸດ ຕ້ອງຈ່າຍຄ່າຜ່ານທາງ ເປັນເງິນ ຄຣີບໂທເຄີຣເຣນຊີ ໃນອັດຕາ ທຽບເທົ່າ 1 ໂດລາສະຫະລັດ ຕໍ່ນໍ້າມັນ 1 ຖັງ ທີ່ບັນທຸກມາ, ໂດຍຂໍ້ກໍານົດນີ້ ຈະບັງຄັບ ຕະຫລອດ ໃນໄລຍະພັກ ການສູ້ຮົບກັບ ສ.ອາເມລິກາ ເປັນເວລາ 2 ອາທິດ.

ນອກຈາກ ຄ່າຜ່ານທາງ 1 ໂດລາ ຕໍ່ຖັງແລ້ວ ກຳປັ່ນແຕ່ລະລຳ ຈະຕ້ອງສົ່ງອີເມລ ແຈ້ງລາຍລະອຽດ ສິນຄ້າທີ່ບັນທຸກມາ ໃຫ້ທາງການ ອີຣານ ຮັບຮູ້ດ້ວຍ. ເມື່ອທາງການ ໄດ້ຮັບ ອິເມລ ແລະ ປະເມີນສຳເລັດ ທາງກຳປັ່ນຈະມີເວລາ ບໍ່ເທົ່າໃດ ວິນາທີ ໃນການໂອນເງິນ ບິດຄອຍ ຊໍາລະ ຄ່າຜ່ານທາງ ເພື່ອປ້ອງກັນ ການຖືກແກະຮອຍ ຫລື ຖືກອາຍັດຊັບສິນ ຈາກມາດຕະການ ຂວໍ້າບາດ. ການບັງຄັບໃຊ້ ມາດຕະການນີ້ ມີຂຶ້ນ ເພື່ອປ້ອງກັນ ການລັກລອບຂົນສົ່ງ ອາວຸດ ຜ່ານຊ່ອງແຄບ ຮໍມຸດ ໂດຍສິນຄ້າ ທຸກຊະນິດ ສາມາດຜ່ານໄດ້ ແຕ່ຂະບວນ ການກວດກາ ກຳປັ່ນແຕ່ລະລຳ ຕ້ອງໃຊ້ເວລາ./

KPL

ຂ່າວອື່ນໆ

ads
ads

Top