ຂປລ
ລັດຖະບານ ຮັກສາການ ເວເນຊູເອລາ ປະກາດ ແຜນປັບຂຶ້ນ ເງິນເດືອນ ພະນັກງານ ພາກລັດ ເພື່ອບັນເທົາ ຄວາມກົດດັນ ຈາກ ສະພາວະເງິນເຟີ້ ທີ່ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເປັນເວລານານ ແລະ ແກ້ໄຂບັນຫາ ຄ່າແຮງງານ ຢຸດຈຶ້ງ ທີ່ ສົ່ງຜົນກະທົບ ຢ່າງໜັກ ຕໍ່ຄ່າຄອງຊີບ ຂອງ ຄົວເຮືອນ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ຮັກສາການ ເວເນຊູເອລາ ປະກາດ ແຜນປັບຂຶ້ນ ເງິນເດືອນ ພະນັກງານ ພາກລັດ ເພື່ອບັນເທົາ ຄວາມກົດດັນ ຈາກ ສະພາວະເງິນເຟີ້ ທີ່ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເປັນເວລານານ ແລະ ແກ້ໄຂບັນຫາ ຄ່າແຮງງານ ຢຸດຈຶ້ງ ທີ່ ສົ່ງຜົນກະທົບ ຢ່າງໜັກ ຕໍ່ຄ່າຄອງຊີບ ຂອງ ຄົວເຮືອນ.
ທ່ານ ເຄລຊີ ໂຣດຣິເກຊ ຮັກສາການ ປະທານາທິບໍດີ ເວເນຊູເອລາ ໄດ້ຖະແຫລງຜ່ານ ສະຖານີ ໂທລະພາບ ຂອງ ລັດຖະບານວ່າ, ການປັບຂຶ້ນ ຄ່າແຮງງານ ໃນຄັ້ງນີ້ ຈະມີຜົນ ນັບແຕ່ ວັນທີ 1 ພືດສະພາ ເປັນຕົ້ນໄປ, ໂດຍຢືນຢັນວ່າ ຈະເປັນການ ປັບເພີ່ມ ຢ່າງມີຄວາມຮັບຜິດຊອບ ເພື່ອບໍ່ໃຫ້ ສົ່ງຜົນກະທົບ ຕໍ່ສະພາວະເງິນເຟີ້.
ໂດຍເປົ້າໝາຍຫລັກ ຂອງ ລັດຖະບານ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ຄື: ການຟື້ນຟູ ລາຍໄດ້ ຂອງ ແຮງງານ ຢ່າງໝັ້ນຄົງ, ໂດຍຈະອາໄສ ລາຍໄດ້ ຈາກ ການເຕີບໂຕ ໃນຂົງເຂດ ການຜະລິດ ໄຮໂດຣຄາຣບອນ ແລະ ພາກການເຮັດບໍ່ແຮ່ ຊຶ່ງ ຈະສ້າງລາຍໄດ້ ໃຫ້ທັນທີ ເມື່ອການຜະລິດ ຟື້ນຕົວ./
KPL