ຂປລ
ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ (ອາຊຽນ+3) ໄດ້ແລກປ່ຽນ ຕີລາຄາ ແລະ ປຶກສາຫາລື ຫລາຍມາດຕະການ ເພື່ອຮັບມືກັບ ເສດຖະກິດ ໃນສະພາບການ ທີ່ຂາດສະຖຽນລະພາບ ເພີ່ມຂຶ້ນ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 9 ເມສາ, ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ (ອາຊຽນ+3) ໄດ້ແລກປ່ຽນ ຕີລາຄາ ແລະ ປຶກສາຫາລື ຫລາຍມາດຕະການ ເພື່ອຮັບມືກັບ ເສດຖະກິດ ໃນສະພາບການ ທີ່ຂາດສະຖຽນລະພາບ ເພີ່ມຂຶ້ນ. ຍ້ອນການ ປະທະກັນ ຢູ່ ເຂດຕາເວັນອອກກາງ, ເມື່ອຫລາຍອົງການສາກົນກ່າວເຕືອນ ຄວາມສ່ຽງ ເສດຖະກິດທົ່ວໂລກ ໄດ້ຖືກຊຸດໂຊມ.
ກອງປະຊຸມ ດັ່ງກ່າວ ລະບຸວ່າ: ກອງທຶນເງິນຕາ ສາກົນ (IMF) ແລະ ທະນາຄານ ພັດທະນາ ອາຊີ (ADB) ກ່າວເຕືອນວ່າ: ເສດຖະກິດ ທົ່ວໂລກ ພວມຜະເຊີນໜ້າກັບ ຄວາມສ່ຽງຊຸດໂຊມລົງ ຈາກສະພາບຄວາມເຄັ່ງຕຶງ ດ້ານພູມມີສາດ ການເມືອງ ທີ່ເພີ່ມຂຶ້ນ ຢູ່ເຂດຕາເວັນອອກກາງ.
ບັນດາອົງການນີ້ ໄດ້ຮຽກຮ້ອງໃຫ້ ຜັນຂະຫຍາຍ ບັນດາ ມາດຕະການ ໜູນຊ່ວຍ ປີການເງິນ ຢ່າງທັນການ, ໂດຍມີ ເປົ້າ ໝາຍ, ສົມທົບກັບ ນະໂຍບາຍເງິນຕາ ແລະ ເພີ່ມທະວີຄວາມສາມາດ ຕ້ານທານຂອງພື້ນຖານ ເສດຖະກິດ.ໂດຍຄາດວ່າ, ໝາກຜົນຂອງ ກອງປະຊຸມ ຂັ້ນຮອງລັດຖະມົນຕີ ໃນຄັ້ງນີ້ ຈະສ້າງສຳເລັດ ເພື່ອຍື່ນສະເໜີຕໍ່ ກອງປະຊຸມລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານ ສູນກາງ ອາຊຽນ+3 ໃນເດືອນພຶດສະພາ ທີ່ຈະມາເຖິງນີ້./
KPL