ຈີນ ຮຽກຮ້ອງທົ່ວໂລກຮ່ວມມື ປາບປາມການສໍ້ໂກງ ທາງຄົມມະນາຄົມ-ອາຊະຍາກຳໄຊເບີຣ

02/04/2026 19:46
ຂປລ ຈີນ ເປີດເຜີຍ ລາຍລະອຽດ ກ່ຽວກັບ ຄວາມກ້າວໜ້າ ໃນການຕໍ່ສູ້ ກັບ ການສໍ້ໂກງ ທາງໂທລະ ຄົມມະນາຄົມ ລະຫວ່າງ ກອງປະຊຸມ ລະດັບໂລກ ວ່າດ້ວຍ ການສໍ້ໂກງ (Global Fraud Summit) ປີ 2026

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຈີນ ເປີດເຜີຍ ລາຍລະອຽດ ກ່ຽວກັບ ຄວາມກ້າວໜ້າ ໃນການຕໍ່ສູ້ ກັບ ການສໍ້ໂກງ ທາງໂທລະ ຄົມມະນາຄົມ ລະຫວ່າງ ກອງປະຊຸມ ລະດັບໂລກ ວ່າດ້ວຍ ການສໍ້ໂກງ (Global Fraud Summit) ປີ 2026 ພ້ອມກັນນັ້ນ ຍັງຮຽກຮ້ອງ ໃຫ້ປັບປຸງ ການຮ່ວມມື ລະດັບໂລກ ໃນການຕໍ່ຕ້ານ ການສໍ້ໂກງ.

ກອງປະຊຸມ ດັ່ງກ່າວ ຈັດຂຶ້ນ ໂດຍແມ່ນ ສຳນັກງານ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳ ແຫ່ງສະຫະປະຊາຊາດ (UNODC) ແລະ ອົງການ ຕໍາຫລວດ ອາຊະຍາກຳ ລະຫວ່າງ ປະເທດ ເປັນໜຶ່ງ ໃນກອງປະຊຸມ ລະດັບໂລກ ທີ່ສຳຄັນ ທີ່ສຸດ ກ່ຽວກັບ ການຕໍ່ຕ້ານ ການສໍ້ໂກງ, ໂດຍໃນປີນີ້ ຈັດຂຶ້ນ ໃນລະຫວ່າງ ວັນທີ 16-17 ມີນາ  ຢູ່ນະຄອນຫລວງ ວຽນ (ປະເທດ ໂອຕຣິດ) ແລະ ມີເຈົ້າໜ້າທີ່ ເຂົ້າຮ່ວມ ຫລາຍກວ່າ 1.300 ຄົນ ຈາກທົ່ວໂລກ.

ນອກຈາກນັ້ນ ບັນດາຄະນະຜູ້ແທນ ໄດ້ແລກປ່ຽນ ຄວາມຄິດເຫັນ ຢ່າງເລິກເຊິ່ງ ໃນຫລາກຫລາຍ ຫົວຂໍ້ເຊັ່ນ: ການສ້າງ ແພລດຟອມ ການຮ່ວມມື ດ້ານການບັງຄັບໃຊ້ ກົດໝາຍ ລະດັບໂລກ, ໂດຍສະເພາະ ຈີນ ໄດ້ເນັ້ນໝັກ ຄວາມມຸ້ງໝັ້ນ ໃນການເຮັດວຽກ ຮ່ວມກັບ ປະຊາຄົມ ລະຫວ່າງ ປະເທດ ເພື່ອປາບປາມ ການສໍ້ໂກງ ທາງໂທລະຄົມມະນາຄົມ ຂ້າມປະເທດ ເນື່ອງຈາກ ການສໍ້ໂກງ ລັກສະນະນີ້ ກໍ່ໃຫ້ເກີດຄວາມເສຍຫາຍ ຢ່າງຮ້າຍແຮງ./

 

KPL

ຂ່າວອື່ນໆ

ads
ads

Top