ຂປລ
ຢູ່ນະຄອນຫລວງ ຮ່າໂນ້ຍ(ຫວຽດນາມ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ສະເລ່ຍ 3 ເດືອນ ຕົ້ນປີ 2026, ວົງເງິນສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸ 16,69 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025).
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ໃນຕອນເຊົ້າວັນທີ 01 ເມສາ, ຢູ່ນະຄອນຫລວງ ຮ່າໂນ້ຍ(ຫວຽດນາມ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ສະເລ່ຍ 3 ເດືອນ ຕົ້ນປີ 2026, ວົງເງິນສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸ 16,69 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025). ໂດຍສະເພາະ ວົງເງິນສົ່ງອອກ ຜະລິດຕະພັນ ກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໃນເດືອນເມສາ 2026, ຄາດວ່າ ຈະບັນລຸ 6,02 ຕື້ໂດລາສະຫະລັດ (ເພີ່ມຂຶ້ນເຖິງ 47,8% ເມື່ອທຽບໃສ່ເດືອນຜ່ານມາ).
ໃນນັ້ນ, ການສົ່ງອອກ ຜະລິດຕະພັນ ກະເສດ ບັນລຸ 8,93 ຕື້ໂດລາສະຫະລັດ; ສິນໃນນ້ຳບັນລຸ 2,62 ຕື້ ໂດລາສະຫະລັດ. ຕົວເລກ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ລະດັບການເຕີບໂຕ ຢ່າງຕັ້ງໜ້າ. ໂດຍສະເພາະ ການສົ່ງອອກຜະລິດຕະພັນ ສັດລ້ຽງເພີ່ມຂຶ້ນ 54,3%, ບັນລຸເກືອບ 198 ລ້ານໂດລາສະຫະລັດ. ໃນຂະນະດຽວກັນ, ການສົ່ງອອກຜະລິດຕະພັນ ເຄື່ອງປ່າ ຂອງດົງ ຫລຸດລົງ ເລັກນ້ອຍ 2,4%, ຍ້ອນວ່າ ຜະເຊີນກັບ ຄວາມຫຍຸ້ງຍາກ ກ່ຽວກັບ ຕະຫລາດ ແລະ ຄວາມຕ້ອງການບໍລິໂພກ. ຖ້າຄິດໄລ່ ຕາມຕະຫລາດແລ້ວ, ອາຊີ ຍັງສືບຕໍ່ ເປັນພື້ນທີ່ ບໍລິໂພກບັນດາ ປະເພດສິນຄ້າ ຜະລິດຕະພັນ ກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຫລາຍທີ່ສຸດ, ກວມເອົາກວ່າ 45% ອັດຕາສ່ວນ ໃນຕະຫລາດ. ຖັດມາແມ່ນ ທະວີບ ອາເມລິກາ ແລະ ເອີຣົບ, ໃນຂະນະທີ່ ອາຟຣິກາ ແລະ ທະວີບໂອເຊອານີ ກວມເອົາ ອັດຕາສ່ວນໜ້ອຍ./
KPL