ຂປລ
ທ່ານ Viktor Orban ນາຍົກລັດຖະມົນຕີ ຮົງກາລີ ປະກາດວ່າ: ປະເທດນີ້ ຈະຢຸດຕິຊົ່ວຄາວ ການສະໜອງອາຍແກັສ ໃຫ້ແກ່ ອູແກຣນ ຈົນກວ່າທໍ່ສົ່ງ Druzhba ໄດ້ຮັບການຟື້ນຟູ ຢ່າງສົມບູນ.
ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 25 ມີນາ, ທ່ານ Viktor Orban ນາຍົກລັດຖະມົນຕີ ຮົງກາລີ ປະກາດວ່າ: ປະເທດນີ້ ຈະຢຸດຕິຊົ່ວຄາວ ການສະໜອງ ອາຍແກັສ ໃຫ້ແກ່ ອູແກຣນ ຈົນກວ່າທໍ່ສົ່ງ Druzhba ໄດ້ຮັບການຟື້ນຟູ ຢ່າງສົມບູນ.
ທ່ານ Viktor Orban ເນັ້ນໜັກວ່າ ຮົງກາລີ ບໍ່ມີທາງເລືອກໃດ ນອກຈາກ ການປົກປ້ອງ ຄວາມໝັ້ນຄົງ ດ້ານພະລັງງານແຫ່ງຊາດ ຕໍ່ ບັນດາການກະທຳ ຈາກຝ່າຍອູແກຣນ. ອູແກຣນ ໄດ້ຢຸດຕິ ການເຄື່ອນໄຫວ ຂອງທໍ່ສົ່ງ Druzhba ເປັນເວລາ ເກືອບ 1 ເດືອນຜ່ານມາ, ເຮັດໃຫ້ແຫລ່ງ ສະໜອງ ນ້ຳມັນຈາກ ຣັດເຊຍ ໃຫ້ແກ່ຮົງກາລີ ແລະ ສະໂລວາກີ ບໍ່ເປັນປົກກະຕິ ຢ່າງຮ້າຍແຮງ.
ການນຳຮົງກາລີ ໄດ້ຢັ້ງຢືນວ່າ ປະເທດນີ້ ໄດ້ບັນລຸ ຜົນສຳເລັດ ໃນການຮັບມື ກັບ ບັນດາສິ່ງທ້າທາຍ ແຫລ່ງສະໜອງນ້ຳມັນ ດ້ວຍວິທີການຮັກສາ ລາຄານ້ຳມັນເຊື້ອໄຟ ຢູ່ລະດັບເພດານ ແລະ ລາຄາອາຍແກັສ ຢູ່ລະດັບ ຕ່ຳສຸດຂອງເອີຣົບ, ເຊິ່ງຊ່ວຍໃຫ້ປະຊາຊົນ ຮົງກາລີ ໄດ້ຮັບຜົນປະໂຫຍດໂດຍກົງ.
ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນແຫລ່ງສະໜອງ ເປັນປົກກະຕິຍາວນານ, ຮົງກາລີ ບັງຄັບຕ້ອງປະຕິບັດບັນດາ ມາດຕະການ ຢ່າງແຮງກວ່າ. ຕໍ່ກັບ ຖະແຫລ່ງການຂອງທ່ານ Viktor Orban; ທ່ານ Tykhyi ໂຄສົກກະຊວງການຕ່າງປະເທດ ອູແກຣນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ການສົ່ງອອກ ອາຍແກັສ ຈາກຮົງກາລີ ໄປຍັງ ອູແກຣນ ຍັງບໍ່ທັນຖືກຢຸດຕິ ຢ່າງສິ້ນເຊິງ. ຖ້າຮົງກາລີ ຢຸດຕິການສົ່ງອອກ ອາຍແກັສ ໄປຍັງ ອູແກຣນ, ພື້ນຖານ ເສດຖະກິດ ຂອງປະເທດນີ້ ຈະຖືກເສຍຫາຍ ປະມານ 1 ຕື້ໂດລາສະຫະລັດຕໍ່ປີ./
KPL