ຂປລ
ເຈົ້າໜ້າທີ່ ລະດັບສູງ ຂອງ ສ.ເກົາຫລີ ກ່າວວ່າ ລັດຖະບານ ພວມພິຈາລະນາ ຂະຫຍາຍ ມາດຕະການ ຈຳກັດ ການຂັບຂີ່ລົດ ໃຫ້ຄວບຄຸມ ປະຊາຊົນ ທົ່ວໄປ ຖ້າຫາກ ລາຄາ ນໍ້າມັນໂລກ ປັບຕົວຂຶ້ນສູງ ອີກຕໍ່ໄປ, ເພື່ອຄວບຄຸມ ຄວາມຕ້ອງການ ໃຊ້ພະລັງງານ ທ່າມກາງ ພາວະຂາດແຄນ ອັນເນື່ອງມາຈາກ ສົງຄາມ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ ລະດັບສູງ ຂອງ ສ.ເກົາຫລີ ກ່າວວ່າ ລັດຖະບານ ພວມພິຈາລະນາ ຂະຫຍາຍ ມາດຕະການ ຈຳກັດ ການຂັບຂີ່ລົດ ໃຫ້ຄວບຄຸມ ປະຊາຊົນ ທົ່ວໄປ ຖ້າຫາກ ລາຄາ ນໍ້າມັນໂລກ ປັບຕົວຂຶ້ນສູງ ອີກຕໍ່ໄປ, ເພື່ອຄວບຄຸມ ຄວາມຕ້ອງການ ໃຊ້ພະລັງງານ ທ່າມກາງ ພາວະຂາດແຄນ ອັນເນື່ອງມາຈາກ ສົງຄາມ.
ໂດຍ ທ່ານ ຄູ ຢຸນ-ຊອນ ລັດຖະມົນຕີ ການເງິນ ສ.ເກົາຫລີ ກ່າວວ່າ ລັດຖະບານ ສ.ເກົາຫລີ ໄດ້ຂະຫຍາຍ ຂໍ້ຈຳກັດ ການນໍາໃຊ້ ລົດສ່ວນບຸກຄົນ ອອກໄປ ນອກຈາກ ສະຖາບັນ ຂອງ ລັດ ຖ້າຫາກ ລາຄາ ນໍ້າມັນດີບ ປັບຕົວສູງເຖິງ ລະດັບ 120-130 ໂດລາ ສະຫະລັດ ຕໍ່ຖັງ, ປັດຈຸບັນ ລາຄານໍ້າ ຢູ່ໃນ ລະຫວ່າງ 100-110 ໂດລາສະຫະລັດ ຕໍ່ຖັງ.
ຖ້າຫາກ ນະໂຍບາຍດັ່ງກ່າວ ຂະຫຍາຍໄປສູ່ ປະຊາຊົນທົ່ວໄປ ຈະຖືເປັນ ການຈຳກັດ ການຂັບຂີ່ລົດ ທົ່ວປະເທດຄັ້ງທຳອິດ ຂອງ ປະເທດ, ໃນຂະນະນັ້ນ ລັດຖະບານ ໄດ້ກຳນົດ ລະບົບໝູນວຽນລົດທຸກ 10 ວັນ ເພື່ອປະຢັດພະລັງງານ./
KPL