ເອດີບີ ປະກາດເງິນຊ່ວຍເຫລືອປະເທດສະມາຊິກຮັບມືຜົນກະທົບທາງເສດຖະກິດ

27/03/2026 22:02
ຂປລ ທະນາຄານ ພັດທະນາ ອາຊີ ເອດີບີ (ADB) ປະກາດ ມາດຕະການ ສະໜັບສະໜູນ ທາງການເງິນ ເພື່ອຊ່ວຍປົກປ້ອງ ປະເທດ ສະມາຊິກ ຈາກ ຜົນກະທົບ ທາງເສດຖະກິດ ທີ່ເກີດຈາກ ຄວາມຂັດແຍ່ງ ໃນຕາເວັນອອກກາງ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທະນາຄານ ພັດທະນາ ອາຊີ ເອດີບີ (ADB) ປະກາດ ມາດຕະການ ສະໜັບສະໜູນ ທາງການເງິນ ເພື່ອຊ່ວຍປົກປ້ອງ ປະເທດ ສະມາຊິກຈາກ ຜົນກະທົບ ທາງເສດຖະກິດ ທີ່ເກີດຈາກ ຄວາມຂັດແຍ່ງ ໃນຕາເວັນອອກກາງ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ.

ມາດຕະການດັ່ງກ່າວ ໄດ້ເກີດຂຶ້ນ ໃນໄລຍະທີ່ ຄວາມຂັດແຍ່ງ ຜົນກະທົບ ຕໍ່ເສດຖະກິດໂລກ, ເຮັດໃຫ້ລາຄາເຊື້ອໄຟ, ປຸ໋ຍ ແລະ ສິນຄ້າອື່ນໆ ປັບຕົວສູງຂຶ້ນ ແລະ ກະທົບຕໍ່ຕ່ອງໂສ້ ການສະໜອງ ທີ່ສຳຄັນ, ໃນຂະນະທີ່ ການເດີນກຳປັ່ນ ຜ່ານຊ່ອງແຄບ ຮໍມຸດ ຍັງຄົງມີຂໍ້ຈຳກັດ, ສົ່ງຜົນໃຫ້ ຫລາຍປະເທດ ພວມເລັ່ງຫາ ມາດຕະການ ຮັກສາ ສະຖຽນລະພາບ ດ້ານພະລັງ ງານ.

ບັນດາ ປະເທດ ພວມພັດທະນາ ໃນອາຊີໄ ດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະ ຟີລິບປິນ ປະກາດພາວະສຸກເສີນ ດ້ານພະລັງງານ ເພື່ອເພີ່ມ ປະສິດທິພາບ ກະຈາຍ ສິນຄ້າຈຳ ເປັນ, ສ່ວນ ຫວຽດນາມ ແນະນຳໃຫ້ ພາກທຸລະກິດ ເປີດທາງໃຫ້ພະນັກງານ ເຮັດວຽກ ຢູ່ເຮືອນ ເພື່ອຫລຸດ ການໃຊ້ຈ່າຍ ພະລັງງານ, ນອກຈາກນັ້ນ ທ່ານ ປຣາ ໂບໂວ ຊູບຽນໂຕ ປະທານາ ທິບໍດີ ອິນໂດເນເຊຍ ສະເໜີ ແນວທາງ ປັບຫລຸດເງິນເດືອນ ລັດຖະມົນຕີ ແລະ ສະມາຊິກສະພາ ນິຕິບັນຍັດ./

KPL

ຂ່າວອື່ນໆ

ads
ads

Top