ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກ ປີ 2026 ຈະຈັດຂຶ້ນທ້າຍເດືອນນີ້ ຢູ່ປັກກິ່ງ

24/03/2026 12:19
ຂປລ ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ພາຍໃຕ້ຫົວຂໍ້ "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2026 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງປັກກິ່ງ ສປ ຈີນ,

ຂປລ. ໂດຍຈະສຸມໃສ່ຫົວຂໍ້ຫລັກສຳຄັນ ຄື: "ນຳພາສະພາບຄ່ອງຂອງເງິນທຶນສີຂຽວສາກົນ" ຊຶ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳອຸດສາຫະກຳຈາກ ທັງຈີນ ແລະ ຕ່າງປະເທດມາຮ່ວມກັນເພື່ອຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ, ຊຶ່ງເປັນການສ້າງແຮງຜັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.

ເວທີປຶກສາຫາລືດັ່ງກ່າວ, ຈະມີການເຜີຍແຜ່ດັດຊະນີທີ່ສຸມໃສ່ການພັດທະນາການຄ້າສີຂຽວ ໃນພາກໃຕ້ທົ່ວໂລກ. ນອກຈາກນັ້ນ, ຈະຈັດຕັ້ງສູນວາງສະແດງສຳລັບວິທີແກ້ໄຂແບບຍືນຍົງ ແລະ ຈະມີການປະກາດຈັດກອງປະຊຸມຄູ່ຮ່ວມມືຂໍ້ມູນຂ່າວສານດ້ານເສດຖະກິດ ໜຶ່ງແລວ ໜຶ່ງເສັ້ນທາງ (BREIP) ຄັ້ງທີ 3 ຕື່ມອີກ. ນອກນັ້ນ, ຈະມີການປາຖະກະຖາ, ການບັນຍາຍໂດຍຜູ້ຊ່ຽວຊານ ແລະ ການປືກສາຫາລືໂຕະມົນເພື່ອເຊື້ອເຊີນຕົວແທນ ຈາກອົງກອນຈັດຕັ້ງສາກົນ, ອົງການຄຸ້ມຄອງດ້ານການເງິນ, ສະຖາບັນການເງິນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບໍລິສັດໃຫຍ່ໆ ເຂົ້າຮ່ວມການປືກສາຫາລືໃນຫົວຂໍ້ສຳຄັນ "ສະພາບຄ່ອງຂອງເງິນທຶນສີຂຽວ". ນອກຈາກນັ້ນ, ຍັງຈະມີການເຜີຍແຜ່ວາລະສານສາກົນກ່ຽວກັບການເງິນພາກໃຕ້ທົ່ວໂລກໃນເວທີປຶກສາຫາລືດັ່ງກ່າວ ໂດຍມີຈຸດປະສົງເພື່ອເພີ່ມທະວີບົດບາດຂອງພາກໃຕ້ທົ່ວໂລກໃນວຽກງານການເງິນສາກົນ.
ເວທີປຶກສາຫາລືຄັ້ງນີ້, ຈັດໂດຍຫ້ອງການສຳນັກງານຂ່າວຊີນຮວາ, ສຳນັກງານຂໍ້ມູນຂ່າວສານເສດຖະກິດຈີນ, ສູນຂໍ້ມູນຂ່າວສານທາງການເງິນແຫ່ງຊາດ, ໜັງສືພີມຫລັກຊັບຈີນ, ໜັງສືພິມຫລັກຊັບຊຽງໄຮ, ໜັງສືພິມຂໍ້ມູນເສດຖະກິດລາຍວັນ ແລະ ວາລະສານຟໍຈູນກຮຸບ ຮ່ວມເປັນເຈົ້າພາບຈັດ ໂດຍມີເຟີນຈີ້ວກຮຸບເປັນຄູ່ຮ່ວມມືຫລັກ ແລະ ທະນາຄານກະສິກຳຈີນ (ABC) ເປັນຄູ່ຮ່ວມມືຍຸດທະສາດ ແລະ Zeekr ສະໜອງການບໍລິການດ້ານຍານພາຫະນະສຳລັບ ເວທີປຶກສາໃນຄັ້ງນີ້. ສະມາຄົມເວທີປຶກສາຫາລື ຈະຖືກຈັດຕັ້ງເປັນກົນໄກການດຳເນີນງານໄລຍະຍາວ ຊຶ່ງເຮັດໜ້າທີ່ເປັນກົນໄກທີ່ສະໝໍ່າສະເໝີສຳລັບການກຳນົດວາລະ, ການປະສານງານດ້ານຊັບພະຍາກອນ ແລະ ການອຳນວຍຄວາມສະດວກໃນການຮ່ວມມືຕະຫລອດປີ.
KPL

ຂ່າວອື່ນໆ

    • ພັກເຮົາເວລາໃດ ກໍຄືເອົາມະຫາຊົນເປັນກົກບົດ-ສາລະຄະດີ

      ພັກເຮົາເວລາໃດ ກໍຄືເອົາມະຫາຊົນເປັນກົກ

      3/24/2026 10:49:30 AM

      ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພັກເຮົາເວລາໃດກໍຄືເອົາມະຫາຊົນເປັນກົກ, ເຊື່ອໝັ້ນກໍາລັງແຮງຂອງມະຫາຊົນ, ເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນບົດຮຽນໃນໄລຍະຜ່ານມາ, ວາງແຜນນໍາພາ-ຊີ້ນໍາວຽກງານຮອບດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ

    • ປະເມີນຜົນໂຄງການກະສິກຳ ແລະ ໂພຊະນາການໄລຍະ 2 ຢູ່ ເມືອງຕະໂອ້ຍ ບົດ-ສາລະຄະດີ

      ປະເມີນຜົນໂຄງການກະສິກຳ ແລະ ໂພຊະນາການໄລຍະ 2 ຢູ່ ເມືອງຕະໂອ້ຍ

      3/24/2026 10:44:48 AM

      ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນ ການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບ ປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ

    • ຊາວໜຸ່ມຕົວແບບການສ້າງອາຊີບ ມີລາຍຮັບ 7-10 ລ້ານກີບຕໍ່ເດືອນບົດ-ສາລະຄະດີ

      ຊາວໜຸ່ມຕົວແບບການສ້າງອາຊີບ ມີລາຍຮັບ 7-10 ລ້ານກີບຕໍ່ເດືອນ

      3/24/2026 10:40:43 AM

      ຂປລ. ຫວ່າງບໍ່ດົນມານີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື, ນໍາໂດຍ ທ່ານ ນາງ ພິມພອນ ກອງບົວຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຜູ້ຊີ້ນໍາພັດທະນາອາຊີບ ແລະ ສ້າງວຽກເຮັດງານທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາ ຊາວໜຸ່ມຕົວແບບສ້າງອາຊີບ ເປີດຮ້ານສ້ອມແປງລົດຈັກ ທີ່ບ້ານກະຢື, ເມືອງສາມັກຄີໄຊ, ແຂວງອັດຕະປື ທີ່ໄດ້ຮັບທຶນກູ້ຢືມມາຈາກໂຄງການ (ກ້າໄມ້, ແຕກໃບ ສົດໃສ, ຢືນຕົ້ນໃຫ່ຍງາມ).

    • ເອກະລັກວັດທະນະທຳການນຸ່ງຖືຂອງແມ່ຍິງລາວບົດ-ສາລະຄະດີ

      ເອກະລັກວັດທະນະທຳການນຸ່ງຖືຂອງແມ່ຍິງລາວ

      3/24/2026 10:36:33 AM

      ຂປລ. ປະເທດລາວປະກອບມີຫລາຍຊົນເຜົ່າ ທີ່ມີເອກະລັກດ້ານພາສາເວົ້າ, ການນຸ່ງຖື, ວັດທະນະທຳທີ່ແຕກຕ່າງກັນ, ເມື່ອເວົ້າເຖິງການນຸ່ງຖືຂອງແມ່ຍິງລາວແລ້ວແຕ່ລະຊົນເຜົ່ນລ້ວນແຕ່ມີເອກະລັກຂອງໃຜລາວທີ່ສ້າງຄວາມໂດດເດັ່ນໃຫ້ກັບແມ່ຍິງລາວເຜົ່ານັ້ນໆ, ການແຕ່ງກາຍຂອງແມ່ຍິງລາວ ແມ່ນສິລະປະທີ່ໂດດເດັ່ນ ເປັນຄວາມເອກອ້າງທະນົງໃຈ ແລະ ເປັນມໍລະດົກອັນລ້ຳຄ່າຂອງຊາດ

    • ຊຸມຊົນຊາວຫວຽດນາມຢູ່ລາວ ຖືສໍາຄັນ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດບົດ-ສາລະຄະດີ

      ຊຸມຊົນຊາວຫວຽດນາມຢູ່ລາວ ຖືສໍາຄັນ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດ

      3/23/2026 1:56:50 PM

      ຂປລ. ວິຖີຊີວິດຂອງຊຸມຊົນຊາວຫວຽດນາມ ຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ມີບົດບາດສຳຄັນຢ່າງຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານຄວາມເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນການຖະນຸຖະໜອມ ແລະ ເຜີຍແຜ່ເອກະລັກຂອງຊາດ

ads
ads

Top