ຂປລ
ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

(ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ 8 ມີນາ 1910-2026)
ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".

ວັນແມ່ຍິງສາກົນ 8 ມີນາ ເກີດຂຶ້ນຈາກກໍາມະກອນຍິງ ໃນໂຮງງານຕໍ່າແຜ່ນຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮືຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ຍ້ອນມີການລອບວາງເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງໝົດເກີດ ຂຶ້ນໃນວັນທີ 8 ມີນາ1857. ຫລັງຈາກນັ້ນ, ໃນປີ 1907,ກໍາມະກອນຍິງ ໃນໂຮງງນຕໍ່າແຜນທີ່ເມືອງຊິກາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ເຮັດວຽກໜັກເຖິງມື້ລະ 16-17ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າແຮງງານພຽງເລັກນ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງໃຫ້ນາຍຈ້າງຫລຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາເຈົ້າທຸກຢ່າງ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ຈະບໍ່ສໍາເລັດແຮງງານຍິງຫລາຍຮ້ອຍຄົນຖືກຈັບ, ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າຫລາຍຂຶ້ນ.ໃນວັນທີ 8 ມີນາ 1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ເພື່ອຮຽກຮ້ອງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂຮງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນນັ້ນເອງ.

ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກປະເທດດານມາກ, ໂດຍໃນທີ່ປະຊຸມໄດ້ປະກາດ ຮັບຮອງຂໍ້ຮຽກຮ້ອງຂອງບັນດາກໍາມະກອນຍິງ ຄື: ຕ້ອງອະນຸຍາດໃຫ້ພວກເຂົາຫລຸດເວລາເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານຂອງ ແມ່ຍິງໃຫ້ເທົ່າກັບແຮງງານ ຊາຍແລະ ຍັງມີການຄຸ້ມຄອງສະຫວັດດີແມ່ຍິງແລະແຮງງານເດັກ. ທັງນີ້ຍັງໄດ້ຮັບຮອງ ຂໍ້ສະເໜີຂອງ Clara Setkinດ້ວຍການກໍານົດໃຫ້ ວັນທີ 8 ມີນາຂອງທຸກປີ ເປັນວັນແມ່ຍິງສາກົນ.ສຳລັບການສະເຫລີມສະຫລອງວັນແມ່ຍິງສາກົນໃນປີນີ້ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງແລະເປັນຂະບວນກ້ວາງຂວາງໃນທົ່ວປະເທດ, ຄະນະນຳສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນງານແຜນກິດຈະກໍາລະອຽດໂດຍໄດ້ອອກແຈ້ງການເຖິງຄະນະບໍລິຫານງານ, ຄະນະປະທານສະຫະພັນແມ່ຍິງແຂວງ, ນະຄອນຫລວງວຽງຈັນ, ກະຊວງ-ອົງການຂັ້ນສູນກາງ ກ່ຽວກັບການສ້າງຂະບວນການ ແລະ ການຈັດຕັ້ງສະເຫລີມສະຫລອງວັນແມ່ຍິງສາກົນ ພາຍໃຕ້ຄໍາຂວັນ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ຫລື “Invest in women: Accelerate Progress” ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ໃຫ້ຕິດພັນກັບການສະຫລຸບການເຄື່ອນໄຫວວຽກງານພົວພັນຮ່ວມມືກັບສາກົນໃນ1ປີທີ່ຜ່ານມາແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;ຈັດສຳມະນາທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ກົດໝາຍພັດທະ ນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ,ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫລງການປັກກິ່ງ 12 ຂົງເຂດທີ່ໜ້າເປັນຫ່ວງ; ຈັດກິດຈະກຳສົ່ງເສີມວັດທະນະທຳຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາດ ຂອງແມ່ຍິງລາວ ຕິດພັນກັບການທ່ອງທ່ຽວ ແລະການປົກປັກຮັກສາສິ່ງແວດລ້ອມ; ສ້າງຂະບວນການແຂ່ງຂັນສິລະປະວັນນະຄະດີ,ກິລາປະເພດຕ່າງໆ,ຂະບວນການອອກແຮງງານ, ການວາງສະແດງຜະລິດຕະພັນຫັດຖະກຳ, ຜົນຜະລິດກະສິ ກຳຕາມຄວາມສາມາດ ແລະ ຈຸດພິເສດຕົວຈິງຂອງແຕ່ລະພາກສ່ວນ; ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ.
KPL