ຊາດາກຈຶງ ສ້າງຊື່ສຽງໃນຕະຫລາດພາຍໃນ ແລະ ກຽມພ້ອມສົ່ງອອກຕ່າງປະເທດ

03/03/2026 09:44
ຂປລ ຂປລ. ເມື່ອ​ເວົ້າ​ເຖິງ​ຜະລິດ​ຕະພັນ​ລາວ​ທີ່​ຄົນ​ລາວ​ເຮົາ​ນິຍົມບໍລິ​ໂພ​ກກໍ​ຕ້ອງ​ແມ່ນຜະ​ລິດ​ຕະພັນ​ປະ​ເພດ​ຊາ ​ແລະ ກາ​​ເຟ ​ເນື່ອງ​ຈາກ​ວ່າ ບ້ານ​ເຮົາ​ມີ​ວັດຖຸ​ດິບ​ທີ່​ດີ ​ແລະ ມີ​ຊື່ສຽງ ຢູ່​ແຕ່ລະ​ທ້ອງ​ຖິ່ນ ຈຶ່ງ​ເຮັດ​​ໃຫ້​ນັກທຸລະກິດ​ຫລາຍ​ທ່ານ ​ເຫັນ​ເຖິງ​ຄວາມ​ສໍາຄັນ ຈຶ່ງຫັນ​ປ່ຽນວັດຖຸ​ດິບ​ທີ່​ມີ​ຢູ່​ໃນທໍາ​ມະ​ຊາດ ມາປຸງແຕ່ງ​​ເປັນ​ຜະລິດ​ຕະພັນ​ທີ່ດີມີຄຸນນະພາບ​ຕໍ່ສຸຂະພາບ​ຂອງຄົນເຮົາ ​

ຂປລ. ເມື່ອ​ເວົ້າ​ເຖິງ​ຜະລິດ​ຕະພັນ​ລາວ ​ທີ່​ຄົນ​ລາວ​ເຮົາ​ນິຍົມບໍລິ​ໂພ​ກກໍ​ຕ້ອງ​ ແມ່ນຜະ​ລິດ​ຕະພັນ​ປະ​ເພດ​ຊາ ​ແລະ ກາ​​ເຟ  ​ເນື່ອງ​ຈາກ​ວ່າ ບ້ານ​ເຮົາ​ມີ​ວັດຖຸ​ດິບ​ທີ່​ດີ ​ແລະ ມີ​ຊື່ສຽງ ຢູ່​ແຕ່ລະ​ທ້ອງ​ຖິ່ນ  ຈຶ່ງ​ເຮັດ​​ໃຫ້​ນັກທຸລະກິດ​ຫລາຍ​ທ່ານ ​ເຫັນ​ເຖິງ​ຄວາມ​ສໍາຄັນ ຈຶ່ງຫັນ​ປ່ຽນວັດຖຸ​ດິບ​ທີ່​ມີ​ຢູ່​ໃນທໍາ​ມະ​ຊາດ ມາປຸງແຕ່ງ​​ເປັນ​ຜະລິດ​ຕະພັນ​ທີ່ດີມີຄຸນນະພາບ​ ຕໍ່ສຸຂະພາບ​ຂອງຄົນເຮົາ ​ເປັນ​ຕົ້ນ ​ ກາເຟ, ຊາດອກກາເຟ, ດອກຊາ, ຫົວໂສມ ,ຊາຂາວຈາກຍອດຊາ, ຊາເປືອກກາເຟ, ເຫລົ້າບອງໂສມ, ນ້ຳເຜີ້ງປ່າ, ນ້ຳດື່ມ ​ ຈາກບໍລິສັດ ສະຕາດາກຈຶ້ງການຄ້າ  ແລະ ການບໍລິການ ຈຳກັດຜູ້ດຽວ.

ທ່ານ ສຸດໃຈ ສີວິໄລ ຜູ້ບໍລິຫານບໍລິສັດ ສະຕາດາກຈຶ້ງການຄ້າ ແລະ ການບໍລິການ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານ ວາງສະແດງຜະລິດຕະພັນຫົວໜ່ວຍ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ປີ 2026 ວ່າ: ຈຸດກຳເນີດ ສະຕາດາກຈຶ້ງຄັອບຟີ ເລີ່ມປີ 2018 ເປັນຕົ້ນມາ ທາງຄອບຄົວໄດ້ດຳລົງຊີວິດຢູ່ ເມືອງດາກຈຶງ ແຂວງເຊກອງ ຊຶ່ງເປັນເຂດທີ່ມີທ່າແຮງ ໃນການປູກກາເຟ ຈຶ່ງເລັງເຫັນວ່າ ວັດຖຸ​ດິບ​ເຫ​ລົ່າ​ນີ້ ສາມາດຂາຍ ແລະ ຜະລິດເປັນສິນຄ້າໄດ້ ຈຶ່ງໄດ້ຕັດສິນໃຈເປີດຮ້ານກາເຟ ຂຶ້ນມາ ເຫັນວ່າມີຜົນຕອບຮັບດີພໍສົມຄວນ ເພາະເປັນທຸລະກິດໃໝ່ ທີ່ສ້າງຄວາມສົນໃຈໃຫ້ກັບໄວໜຸ່ມຫລາຍ, ຫລັງຈາກດຳເນີນທຸລະກິດມາໄດ້ 1 ປີ ກໍໄດ້ຂະຫຍາຍ​ສາຂາທີ 2 ຢູ່ ບ້ານ ຄຳສະຫວາດ ​ເມືອງ​ໄຊ​ເສດ​ຖາ  ນະຄອນຫລວງວຽງຈັນ,  ພາຍຫລັງເປີດໃຫ້ບໍລິການແລ້ວເຫັນວ່າມີຄົນສົນໃຈ ແລະ ມີຫລາຍຄົນຢາກມາຂໍຊື້ ແຟນຊາຍ (ເຄືອຂ່າຍ) ຈຶ່ງ​ຕັດສິນ​ໃຈ ເປີດເປັນບໍລິສັດ ສະຕາດາກຈຶ້ງ ການຄ້າ ແລະ ການບໍລິການ ພ້ອມຈົດລິຂະສິດ ຫຍີ່ຫໍ້, ໂລໂກ້. ພ້ອມນັ້ນ, ກໍໄດ້ຂາຍແຟນຊາຍທຳອິດຢູ່ ແຂວງຫລວງພະບາງ. ສໍາລັບ​ນະຄອນຫລວງ​ວຽງຈັນ  ​ໄດ້​ຂະຫຍາຍສາຂາຕື່ມອີກ ​ຢູ່​ເດີ່ນທາດຫລວງ, ບ້ານໂພນສີນວນ ​ແລະ  ໃນຕຶກອາຄານສຳນັກງານນາຍົກລັດຖະມົນຕີ (ຊັ້ນ3). ນອກນັ້ນ,  ຍັງມີສາຂາວັງວຽງ, ເມືອງເຟືອງ, ເມືອງດາກຈຶງ, ແລະ ປາກເຊ . ນອກຈາກການຈຳໜ່າຍພາຍໃນປະເທດແລ້ວ,  ບໍລິສັດຍັງມີແຜນຈະສົ່ງອອກວັດຖຸດິບເມັດກາເຟໄປຍັງ ປະເທດເພື່ອນບ້ານເຊັ່ນ: ຫວຽດນາມ ແລະ ຈີນ ໃນມໍ່ໆນີ້ . ເຖິງແນວໃດກໍດີ, ສໍາລັບຜະລິດຕະພັນແມ່ນມີ: ກາເຟ, ຊາ(ຊາດອກກາເຟ,ຊາດອກຊາ,ຊາຈາກຫົວໂສມ,ຊາຂາວຈາກຍອດຊາ,ຊາເປືອກກາເຟ), ເຫລົ້າບອງໂສມ, ນ້ຳເຜີ້ງປ່າ,ນ້ຳດື່ມ ​ຊຶ່ງວັດຖຸ​ດິບ​ທີ່​ນໍາ​ມາ​ແປ​ຮູບ  ແມ່ນນຳໃຊ້ວັດຖຸດິບຈາກສວນເມືອງດາກຈຶງ 100​% ແລະ ເປັນຜະລິດຕະພັນຈາກທຳມະຊາດ,ປອດສານເຄມີ ຈົນໄດ້ຮັບກາໝາຍໂອດັອບ (ODOP) ຊຶ່ງຢັ້ງຢືນເຖິງຄຸນນະພາບ ແລະ ເອກະລັກຂອງທ້ອງຖິ່ນ.

ທ່ານ ສຸດໃຈ ​ເວົ້າ​ເສີ​ມອີກວ່າ: ການ​ເຂົ້າ​ຮ່ວມວາງສະແດງ ຜະລິດຕະພັນຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ປີ 2026  ໃນຄັ້ງນີ້, ຜົນຕອບຮັບດີຫລາຍ​ ໃນແຕ່ລະ​ມື້ມີມວນຊົນໃຫ້ຄວາມສົນໃຈ ມາຊິມມາຊື້ຜະລິດຕະພັນ ທາງບໍລິສັດຢ່າງຫລວງຫລາຍ, ພ້ອມດຽວກັນນັ້ນກໍໄດ້ຄູ່ຮ່ວມທຸລະກິດໃໝ່ໆ,ໄດ້ຮຽນຮູ້ຈາກນັກວິຊາການດ້ານການຄ້າ ແລະ ໄດ້ຮັບຄຳຕຳນິຕິຊົມເພື່ອເປັນບົດຮຽນ ທີ່​ຈະ​ນໍາ​ເອົາ​ໄປ​ປັບປຸງ​ ໃນ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ສໍາລັບລາຄາຜະ​ລິດ​ຕະພັນ ຊາ ເລີ່ມຕົ້ນແຕ່ 50.000-500.000 ກີບຕໍ່ກັບ,  ສ່ວນກາເຟຂົ້ວລາຄາ 400.000-500.000 ກີບຕໍ່ 1 ກິໂລ,  ເອົາເປັນວ່າ ລູກຄ້າທີ່ສົນ ໃຈສາມາດຫາຊື້ໄດ້ທີ່ທຸກສາຂາ ຫລື  ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທລະສັບ 020 77701497.


KPL

ຂ່າວອື່ນໆ

    • ບຸນພະເຫວດສັນດອນ ຮີດຄອງປະເພນີອັນດີງາມຂອງຊາວພຸດບົດ-ສາລະຄະດີ

      ບຸນພະເຫວດສັນດອນ ຮີດຄອງປະເພນີອັນດີງາມຂອງຊາວພຸດ

      3/3/2026 10:54:31 AM

      ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບຸນພະເຫວດສັນດອນ ແມ່ນບຸນປາງໃຫຍ່ປະຈຳປີຂອງຄົນລາວຊາວພຸດ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ແລະ ເມື່ອມໍ່ໆມານີ້ອົງການປົກຄອງບ້ານທາງແບ່ງຫລັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຮ່ວມກັບພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດງານບຸນມະຫາຊາດ ຫລື ງານແຫ່ພະເຫວດສັນດອນຊາດົກເຂົ້າເມືອງ ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່

    • ລ້ຽງປະສົມ ປະສານມີກຳໄລເຖິງ 2 ຕື້ກວ່າກີບບົດ-ສາລະຄະດີ

      ລ້ຽງປະສົມ ປະສານມີກຳໄລເຖິງ 2 ຕື້ກວ່າກີບ

      3/3/2026 10:49:09 AM

      ຂປລ. ການເຮັດອາຊີບຫຍັງ ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ ແຮງຂອງຕົນແລ້ວ ຄວາມສຳເລັດ ກໍມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍການ ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ ແລະ ປູກຢາງພາລາເປັນສິນຄ້າ ຂອງຄອບຄົວ ທ່ານ ແສງແກ້ວ ແຄະພິມມ່ວງ ເຈົ້າຂອງກິດຈະການ ໄຊຍະສອນຟາມ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ

    • ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນບົດ-ສາລະຄະດີ

      ປະຫວັດຄວາມເປັນມາຕົ້ນກຳເນີດຂອງວັນແມ່ຍິງສາກົນ

      3/3/2026 9:49:37 AM

      ຂປລ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

    • ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂບົດ-ສາລະຄະດີ

      ອີກໜຶ່ງຄວາມຮູ້ສຶກ ແລະ ທັດສະນະ ຂອງພະນັກງານບໍານານ ຕໍ່ບັ້ນເລືອກຕັ້ງ ສສຊ ແລະ ສສຂ

      2/26/2026 1:48:29 PM

      ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ​(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະ​ພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ​ດາເຜົ່າ.

    • ຄວາມເປັນມາຂອງພະເວດສັນດອນຊາດົກບົດ-ສາລະຄະດີ

      ຄວາມເປັນມາຂອງພະເວດສັນດອນຊາດົກ

      2/26/2026 1:42:51 PM

      ຂປລ.​ ບຸນພະເວດສັນດອນ ຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນບຸນປາງໃຫຍ່ປະຈຳປີ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອລະນຶກເຖິງຊາດໜຶ່ງຂອງພະພຸດທະອົງເກີດມາ ເປັນພະເວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງພະອົງ (ເຫວດສັນຕຣະ). ຕາມຂໍ້ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວ

ads
ads

Top