ຂປລ
ຂປລ. ການເຮັດອາຊີບຫຍັງ ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ ແຮງຂອງຕົນແລ້ວ ຄວາມສຳເລັດ ກໍມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍການ ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ ແລະ ປູກຢາງພາລາເປັນສິນຄ້າ ຂອງຄອບຄົວ ທ່ານ ແສງແກ້ວ ແຄະພິມມ່ວງ ເຈົ້າຂອງກິດຈະການ ໄຊຍະສອນຟາມ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ

ຂປລ. ການເຮັດອາຊີບຫຍັງ
ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ
ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ
ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ
ແຮງຂອງຕົນແລ້ວ ຄວາມສຳເລັດ
ກໍມາຫາເມື່ອນັ້ນ. ເໝືອນດັ່ງການ
ສ້າງເສດຖະກິດຄອບຄົວ ໂດຍການ
ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ
ແລະ ປູກຢາງພາລາເປັນສິນຄ້າ
ຂອງຄອບຄົວ ທ່ານ ແສງແກ້ວ
ແຄະພິມມ່ວງ ເຈົ້າຂອງກິດຈະການ
ໄຊຍະສອນຟາມ ຢູ່ບ້ານນາໄຊ
ເມືອງລ້ອງຊານ ແຂວງໄຊສົມບູນ
ຊຶ່ງເດືອນໜຶ່ງໆສ້າງລາຍຮັບກຳໄລ
ສຸດທິໄດ້ປະມານ 200 ລ້ານກີບ.
ເປັນໂອກາດທີ່ດີ ໂດຍທີມງານ
ນັກຂ່າວຈາກກົມສື່ມວນຊົນ, ນັກ
ຂ່າວສານປະເທດລາວ, ໂທລະພາບ
ແລ້ວ, ແສງແກ້ວ ແຄະພິມມ່ວງ
ໄດ້ພາພວກເຮົາໄປເບິ່ງໄກ່ພັນໄຂ່
ໃນຟາມ ຊຶ່ງກໍເຕັມໄປດ້ວຍໄກ່
ຫລາຍພັນໂຕຮ້ອງດັງສະໜັ່ນ, ທັງ
ເຕັມໄປດ້ວຍໄຂ່ໄກ່ຕາມແຕ່ລະຮາງ
ເຫັນແລ້ວເປັນຕາສະອອນອີ່ຫລີ
ແລະ ທີ່ໜ້າສົນໃຈກໍຄືການໄດ້ຮູ້ເຖິງ
ຈິດໃຈທີ່ມຸ່ງຫວັງອັນແຮງກ້າຂອງ
ຄອບຄົວນີ້ “ຄອບຄົວຂ້ອຍໄດ້ລິເລີ່ມ
ລ້ຽງໄກ່ພັນໄຂ່ແຕ່ປີ 2007 ໂດຍໃນ
ໄລຍະນັ້ນລ້ຽງໄດ້ພຽງ 1.000 ໂຕ,
ຈົກໜອງ 1 ໜອງ” ແສງແກ້ວ ເລົ່າ
ສູ່ທີມງານນັກຂ່າວພວກເຮົາຟັງ.

ຄວາມຈິງແລ້ວໄຂ່ໄກ່ພັນ ຈະມີ
ລາຄາ ຫລື ບໍ່ມີລາຄາກໍບໍ່ແມ່ນບັນ
ຫາທີ່ໜັກໃຈຂອງຄອບຄົວນີ້, ແຕ່
ເມື່ອມັນມີລາຄາດີກໍບໍ່ລໍຊ້າ ໂດຍ
ການລົງທຶນລ້ຽງແບບເປັນຟາມ.
ມາຮອດປີ 2008-2009 ເງິນ
ກຳໄລທີ່ຂາຍໄຂ່ໄກ່ໃນເບື້ອງຕົ້ນ ມາ
ສ້າງຄອກໄກ່ໃຫ້ຂະຫຍາຍກວ້າງ
ອອກຕື່ມອີກໜຶ່ງ ລວມໄກ່ທັງໝົດ
ໄລຍະນັ້ນມີ 2.000 ໂຕ ຊຶ່ງຈຳ
ນວນໄກ່ດັ່ງກ່າວ ຍັງບໍ່ທັນຕອບສະ
ໜອງໄຂ່ໄດ້ຕາມຄວາມຕ້ອງການ
ຂອງສັງຄົມ ແລະ ມາໃນປີ 2012
ໄດ້ຂະຫຍາຍຕື່ມ ລວມໄກ່ມີທັງໝົດ
5.000 ໂຕ ແລະ ຈົກໜອງອີກ 3
ໜອງ. ຫລັງຈາກນັ້ນ, ກໍບົວລະບັດ
ຮັກສາໄກ່ທີ່ມີດັ່ງກ່າວ ຈົນມາຮອດປີ
2017-2018 ກໍໄດ້ຂະຫຍາຍຕື່ມອີກ
1.000 ໂຕ ລວມໄກ່ທັງໝົດ 6.000
ໂຕ. ຂະນະທີ່ມາໃນປີ 2020 ໄດ້ຮັບ
ທຶນຈາກກອງທຶນພັດທະນາໄຊສົມ
ບູນ ຈຶ່ງໄດ້ຂະຫຍາຍຟາມໄກ່ອີກ
ໜຶ່ງຫລັງບັນຈຸໄກ່ໄດ້ 2.000 ໂຕ
ລວມໄກ່ທັງໝົດໃນປັດຈຸບັນ 8.000
ໂຕ, ຜະລິດໄຂ່ໄດ້ 180 ແຕະຕໍ່ມື້.
ນອກຈາກນີ້, ມາຮອດປີ 2022
ຈຶ່ງໄດ້ກໍ່ສ້າງຟາມໝູຂຸນບັນຈຸໄດ້
500 ໂຕ ແລະ ໄດ້ຂາຍໝູເປັນ
ສິນຄ້າໃນທ້າຍປີ 2023 ເປັນຕົ້ນ
ມາ ແລະ ໃນເດືອນໜຶ່ງຂາຍອອກ
120 ໂຕ. ເທົ່ານີ້ ຍັງບໍ່ທັນພຽງພໍຕໍ່
ຄວາມຕ້ອງການ ມາໃນປີ 2024-
2025 ຈຶ່ງໄດ້ກູ້ຢືມເງິນຈາກກອງ
ທຶນພັດທະນາແຂວງໄຊສົມບູນຕື່ມ
ມາຂະຫຍາຍຟາມໝູແມ່ພັນ ມີໝູ
ແມ່ພັນທັງໝົດ 140 ໂຕ.
ແນວໃດກໍຕາມ, ການທີ່ຫັນມາ
ເອົາດີໃນການລ້ຽງໄກ່ພັນໄຂ່, ລ້ຽງ
ໝູພັນຊີ້ນເປັນສິນຄ້ານີ້ ຫລັກໆແລ້ວ
ຄື: ສະໜອງຕອບຕໍ່ແນວທາງນະໂຍ
ບາຍຂອງພັກ-ລັດ ກໍຄື ຄວາມເອົາ
ໃຈໃສ່ໃກ້ຊິດຕິດແທດຂອງພະນັກ
ງານກະສິກຳເມືອງລ້ອງຊານ ທີ່ຊຸກ
ຍູ້ສົ່ງເສີມປະຊາຊົນປູກຝັງ-ລ້ຽງສັດ
ເປັນສິນຄ້າ.

ຂະນະດຽວກັນຢູ່ເມືອງ
ລ້ອງຊານ ຍັງບໍ່ທັນມີໃຜລ້ຽງເປັນ
ຟາມແດ່ ແລະ ມີອາກາດທີ່ເໝາະສົມ
ຕໍ່ການລ້ຽງສັດ ຊຶ່ງແຕ່ລະມື້ຢູ່ຕະ
ຫລາດກໍມີແຕ່ໄຂ່ໄກ່ນຳເຂົ້າຈາກ
ຕ່າງແຂວງໃນເມື່ອກ່ອນ. ທ່ານ
ແສງແກ້ວ ແຄະພິມມ່ວງບອກ. ທັງ
ໝົດເຫລົ່ານີ້ຄືເຫດຜົນ ແລະ ໂອກາດ
ທີ່ຄອບຄົວ ແສງແກ້ວ ແຄະພິມ
ມ່ວງ ຈັບກຳໄດ້ແໜ້ນບວກໃສ່ການ
ມີປະສົບການຂອງລາວ. ອີກຈຸດໜຶ່ງ
ຄືສິ່ງໃດທີ່ສາມາດຜະລິດເອງໄດ້
ໂດຍສະເພາະແມ່ນອຸປະກອນຮັບ
ໃຊ້ຈຳນວນໜຶ່ງກໍໄດ້ຜະລິດເອງ,
ແຕ່ກໍມີບາງອຸປະກອນທີ່ຈຳເປັນ
ແລະ ຜະລິດເອງບໍ່ໄດ້ກໍໄດ້ຊື້ເຂົ້າມາ
ເສີມຕື່ມ. ຂະນະທີ່ໃນຕໍ່ໜ້ານີ້ ຈະຂະ
ຫຍາຍຟາມໝູຕື່ມ ເພື່ອຮອງຮັບໝູທີ່
ຜະລິດໄດ້ໃນແຕ່ລະເດືອນປະມານ
300 ໂຕ. ປັດຈຸບັນແມ່ນຮອງຮັບ
ໄດ້ 500 ໂຕ, ຕ້ອງໄດ້ສ້າງຄອກ
ຕື່ມອີກໃຫ້ບັນຈຸໄດ້ 900 ໂຕ ເພື່ອ
ສາມາດຮອງຮັບ ແລະ ໝູນວຽນ
ລູກໝູໃນແຕ່ລະເດືອນ.
ສຳລັບລາຍຮັບຈາກການລ້ຽງ
ແລະ ຂາຍໄຂ່ໄກ່, ໝູ ແລະ ປາ
ນັ້ນ, ທ່ານ ແສງແກ້ວ ໄດ້ບອກວ່າ:
ໃນແຕ່ລະເດືອນຂ້ອຍໄດ້ຂາຍໄຂ່
ໄກ່ອອກສະເລ່ຍໄດ້ກຳໄລສຸດທິ
ໄດ້ 70-80 ລ້ານກີບ, ໝູກຳໄລ
ສຸດທິ ໄດ້ກວ່າ 100 ລ້ານກີບ. ສຳ
ລັບປາ ແມ່ນປີໜຶ່ງຂາຍອອກເທື່ອ
ໜຶ່ງໄດ້ 300-400 ລ້ານກີບ. ນອກ
ຈາກລ້ຽງສັດແລ້ວ ຄອບຄົວຂອງ
ແສງແກ້ວ ຍັງໄດ້ປູກຢາງພາລາ
5-6 ພັນຕົ້ນ ທັງຂີດນ້ຳຢາງຂາຍ
ສະເລ່ຍມີລາຍຮັບ 20-30 ລ້ານ
ກີບຕໍ່ເດືອນຕື່ມອີກ. ນັບແຕ່ເລີ່ມ
ດຳເນີນກິດຈະການລ້ຽງໄກ່ພັນໄຂ່,
ໝູ ແລະ ປາ ມາຮອດປັດຈຸບັນເຮັດ
ໃຫ້ຄອບຄົວມີຢູ່ມີກິນ, ມີການພັດທະ
ນາຈາກເຄີຍຢູ່ເຮືອນແອ້ມໄມ້ເຮ້ຍ
ກໍໄດ້ຢູ່ເຮືອນກໍ່ຖາວອນ, ມີລົດລາມ
ພາຫະນະຮັບໃຊ້ຄອບຄົວ ທຽບ
ໃສ່ເມື່ອກ່ອນຄອບຄົວ ແມ່ນດີຂຶ້ນ
ຫລາຍຮ້ອຍເທົ່າ.
ແຫ່ງຊາດ, ວິທະຍຸກະຈາຍສຽງ
ແຫ່ງຊາດ ໄດ້ລົງເຄື່ອນໄຫວຢູ່
ແຂວງໄຊສົມບູນ ຊຶ່ງນຳພາໂດຍ
ທ່ານ ກອງບຸນ ສຸລິວົງ ຮອງຫົວໜ້າ
ກົມສື່ມວນຊົນ ຄະນະໂຄສະນາອົບ
ຮົມສູນກາງພັກ ໂດຍການເຄື່ອນ
ໄຫວຄັ້ງນີ້ ທີມງານພວກເຮົາກໍໄດ້
ຮັບການຮ່ວມມືເປັນຢ່າງດີຈາກ
ພະນັກງານ ໂຄສະນາແຂວງ, ພະ
ນັກງານຫ້ອງການກະສິກຳ ແລະ
ສິ່ງແວດລ້ອມ ເມືອງລ້ອງຊານ ໄດ້
ນຳທາງພາໄປຫາຄອບຄົວ ຂອງ
ທ່ານ ແສງແກ້ວ ແຄະພິມມ່ວງ ທີ່
ປະສົບຜົນສຳເລັດໃນການລ້ຽງໄກ່
ພັນໄຂ່, ລ້ຽງໝູ ແລະ ປາເປັນສິນ
ຄ້າ. ພາຍຫລັງເວົ້າຈາພາທີກັນ
KPL