ບຸນພະເຫວດສັນດອນ ຮີດຄອງປະເພນີອັນດີງາມຂອງຊາວພຸດ

03/03/2026 10:54
ຂປລ ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບຸນພະເຫວດສັນດອນ ແມ່ນບຸນປາງໃຫຍ່ປະຈຳປີຂອງຄົນລາວຊາວພຸດ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ແລະ ເມື່ອມໍ່ໆມານີ້ອົງການປົກຄອງບ້ານທາງແບ່ງຫລັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຮ່ວມກັບພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດງານບຸນມະຫາຊາດ ຫລື ງານແຫ່ພະເຫວດສັນດອນຊາດົກເຂົ້າເມືອງ ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່

ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບຸນພະເຫວດສັນດອນ ແມ່ນບຸນປາງໃຫຍ່ປະຈຳປີຂອງຄົນລາວຊາວພຸດ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີຂອງແຕ່ລະບ້ານ ແລະ ເມື່ອມໍ່ໆມານີ້ອົງການປົກຄອງບ້ານທາງແບ່ງຫລັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຮ່ວມກັບພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດງານບຸນມະຫາຊາດ ຫລື ງານແຫ່ພະເຫວດສັນດອນຊາດົກເຂົ້າເມືອງ ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່ ເພື່ອເປັນການອະນຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ຂອງທ້ອງຖິ່ນໃຫ້ຍືນຍົງຕະຫລອດໄປ.



ພິທີເລີ່ມຕົ້ນດ້ວຍການອັງເຊີນພະເຫວດສັນດອນເຂົ້າເມືອງ ຕາມຄວາມເຊື່ອທາງພຸດທະສາສະໜາ ໂດຍມີຂະບວນແຫ່ທີ່ຕົກແຕ່ງຢ່າງງົດງາມ ແລະ ຫລາກຫລາຍ ຊຶ່ງປະກອບມີ: ຂະບວນນາງສັງຂານ ແລະ ປ້າຍຄຳຂວັນ ນຳໜ້າດ້ວຍຄວາມສະຫງ່າງາມ, ຂະບວນພະສົງ-ສາມະເນນ ເພື່ອເປັນສິລິມົງຄຸນແກ່ຜູ້ເຂົ້າຮ່ວມ. ຂະບວນແຫ່ພະເຫວດສັນດອນທີ່ຈຳລອງເຫດການສຳຄັນໃນຊາດົກ, ຂະບວນມະໂຫລີ, ສ້າງຄວາມຄຶກຄື້ນດ້ວຍສຽງກອງ ແລະ ສຽງຂັບລຳຕາມແບບສະບັບທ້ອງຖິ່ນ ແລະ ຂະບວນຊ້າງ - ມ້າ ແລະ ສິລະປະການສະ ແດງຟ້ອນອັນອ່ອນຊ້ອຍຈາກນ້ອງໆນັກຮຽນ ມສ 48 ທີ່ສະທ້ອນເຖິງວິຖີຊີວິດ ແລະ ເອກະລັກຂອງຊຸມຊົນ.



ທ່ານ ສຳລານ ແສນທະວີສຸກ ເລຂາພັກບ້ານ, ນາຍບ້ານໆທາງແບ່ງຫລັກ 48 ໃຫ້ສຳພາດວ່າ: ການຈັດງານໃນປີນີ້ຖືເປັນປີທີ 3 ຕິດຕໍ່ກັນ ເຊິ່ງມີຈຸດປະສົງຫລັກເພື່ອປູກຈິດສຳນຶກໃຫ້ຮຸ່ນລູກຫລານໄດ້ຮຽນຮູ້ ແລະ ສືບສານມໍລະດົກທາງວັດທະນະທຳ. ພ້ອມດຽວກັນນັ້ນ, ຍັງເປັນການລະດົມທຶນຈາກຜູ້ມີຈິດສັດທາ ເພື່ອນຳໄປສົມທົບທຶນໃນການບູລະນະປະຕິສັງຂອນ ແລະ ກໍ່ສ້າງວັດວາອາຮາມພາຍໃນບ້ານທີ່ຍັງບໍ່ທັນສຳເລັດ ໃຫ້ມີຄວາມຈົບງາມຕາມຈຸດປະສົງ ເຊິ່ງບຸນດັ່ງກ່າວບໍ່ພຽງແຕ່ເປັນການເຮັດບຸນຕາມປະເພນີເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ເພື່ອດຶງດູດແຂກຕ່າງດ້າວທ້າວຕ່າງເມືອງໃຫ້ເຂົ້າມາສຳຜັດວິຖີຊີວິດຂອງຊາວບ້ານທາງແບ່ງ ພ້ອມທັງເປັນການຊ່ວຍກະຕຸ້ນເສດຖະກິດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນອີກດ້ວຍ.



ທ່ານ ສຳລານ ແສນທະວີສຸກ ກ່າວຕື່ມວ່າ: ງານບຸນໃນຄັ້ງນີ້ໄດ້ສໍາເລັດລົງດ້ວຍຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມສາມັກຄີ ທີ່ສະແດງໃຫ້ເຫັນເຖິງຄວາມພ້ອມພຽງຮຽງໜ້າຂອງຊາວບ້ານທາງແບ່ງຫລັກ 48 ໃນການຮັກສາຮີດ 12 ຄອງ 14 ໃຫ້ຮຸ່ງເຮືອງສືບໄປ.

KPL

ຂ່າວອື່ນໆ

ads
ads

Top