ປະທານປະເທດ ເນັ້ນທຸກໆການພັດທະນາຕ້ອງຖືເອົາປະຊາຊົນເປັນກົນ ເອົາຊົນນະບົດເປັນເປົ້າໝາຍ

27/02/2026 06:01
ຂປລ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ວາງແນວທາງໄລຍະຍາວ, ທັງໄດ້ກໍານົດຍຸດທະສາດເປັນແຕ່ລະໄລຍະໄວ້ຢ່າງຈະແຈ້ງແລ້ວເຖິງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ດຶງເອົາປະເທດຊາດ ຄ່ອຍໆຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ.

       ຂປລ.  ນໍາເອົາປະເທດຊາດກ້າວເຂ້ົາສູ່ຈຸດໝາຍໃໝ່ທ່ີໄດ້ລະບຸໄວ້ໃນໂຄງການການເມືອງຂອງພັກ. ເພື່ອຢາກໃຫ້ບັນດານະໂຍບາຍ, ແຜນນະໂຍບາຍທ່ີໄດ້ຮັບຮອງເອົາໃຫ້ເກີດເປັນຮູບປະທໍາໄດ້ນ້ັນ,  ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກໃຫ້ລັດຖະບານ ກໍຄືຂະແໜງການທ່ີກ່ຽວຂ້ອງໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນ ວັນທີ 25 ກຸມພາ 2026 ຜ່ານມາໂດຍໃຫ້ສືບຕໍ່ຈັດຕັ້ງປະຕິບັດຫລາຍບັນຫາສຳຄັນໂດຍສະເພາະທຸກໆການພັດທະນາຕ້ອງຖືເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍ ກໍຄືຕ້ອງຄໍານຶງເຖິງຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ຫລາວັດແທກ. 

      ສະຫາຍ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ສ້າງຖັນແຖວພະນັກງານ ໃຫ້ມີຄວາມສາມາດຈັດຕັ້ງປະຕິບັດມະຕິ, ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ໄດ້ນັບມື້ນັບຫລາຍ, ນັບມື້ນັບເຂັ້ມແຂງ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳ ແລະ ຫັນເປັນມືອາຊີບ. ພະນັກງານຂັ້ນນໍາ, ຂັ້ນປະຕິບັດໜ້າທີ່ ທີ່ຖືກມອບໝາຍຕ້ອງເປັນຄົນກ້າຄິດ, ກ້າປະດິດສ້າງ, ກ້າອອກແບບ, ກ້າລົງມືປະຕິບັດ ແລະ ກ້າຮັບຜິດຊອບໃນວຽກງານ; ການກ່ໍສ້າງ ແລະ ບຳລຸງສ້າງພະນັກງານໃຫ້ມີສະຕິປັນຍາ, ມີຄວາມສາມາດ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດສ່ວນລວມ, ບາງຄົນກໍເວົ້າວ່າ “ຍາກ” ແຕ່ຖ້າ  ຈະເຮັດໃຫ້ຍາກກໍຍາກ, ແຕ່ຖ້າພວກເຮົາຫາກກ້າເອົາເຂົາເຈ້ົາເຂ້ົາໃນໜ້າວຽກຕົວຈິງຂ້ຶນກັບສະພາບແຫ່ງການພັດທະນາເຂົາເຈົ້າຈະເຕີບໃຫຍ່ຂ້ຶນໄດ້; ການປະເມີນຄຸນນະພາບຂອງພະນັກງານແມ່ນຖືເອົາຜົນສໍາເລັດຂອງການປະຕິບັດໜ້າທີ່ເປັນໄມ້ຫລາວັດແທກ, ຕ້ອງໃຫ້ໂອກາດ ແລະ ປົກປ້ອງພະນັກງານ ໃນຄຸນນະພາບແບບໃໝ່ ຄືຜູ້ກ້າ ປ່ຽນແປງ, ກ້າເສຍສະລະກ້າສະ ແຫວງຫາອັນໃໝ່ທີ່ເປັນປະໂຫຍດ ໃຫ້ກົມກອງ, ອົງການ ແລະ ສ່ວນລວມ; ຕ້ອງແກ້ໄຂຜູ້ຂາດຄຸນທາດ, ຂາດທາດແທ້ປະຕິວັດ, ເວົ້າດີແຕ່ເຮັດບໍ່ດີ, ບໍ່ໄດ້, ເປັນເສນາທິການໄດ້ຢູ່ແຕ່ອ່ອນໃນການປະຕິບັດຕົວຈິງ. ອັນໜຶ່ງທີ່ສໍາຄັນຕ້ອງແກ້ໄຂ ພະນັກງານເລືອກວຽກ, ພະນັກງານທ່ີຂັດເອົາແຕ່ວຽກທ່ີຕົນມັກຕົນຢາກໄດ້ຢາກເປັນ, ບ່ອນເຮັດວຽກທີ່ຕົນຢາກໄປຢາກຢູ່ເທົ່ານັ້ນ, ຮຽກຮ້ອງ, ຂັດເອົາຊຶ່ງບັນຫານີ້, ແມ່ນ ຕ້ອງໄດ້ຮັບການແກ້ໄຂ. ດັ່ງນັ້ນ, ຜູ້ເຮັດວຽກງານຈັດຕັ້ງ, ວຽກພະນັກງານຕ້ອງກໍາໃຫ້ໄດ້ກົນໄກ, ກໍາພະນັກງານໃຫ້ແໜ້ນ, ໃຫ້ເລິກ, ການຕົກລົງດ້ານພະນັກງານຕ້ອງຊັດເຈນ, ພາວະວິໄສ.

    ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນອີກວ່າ: ພັກຕ້ອງຕັດສິນໃຈປັບປຸງປ່ຽນແປງໃໝ່, ວິທີການ, ແບບແຜນການນໍາພາ ເພື່ອຍົກປະສິດທິພາບຂອງການບໍລິຫານປະເທດ; ພັກນໍາພາຕ້ອງຄໍານຶງເຖິງຄວາມເປັນແບບຢ່າງ ແລະ ດ້ວຍບົດບາດອິດທິພົນທາງການເມືອງ ໂດຍຜ່ານວຽກງານຕິດຕາມກວດກາ, ພັກນໍາພາລັດຜ່ານອົງການແນວລາວສ້າງຊາດ, ອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງມະຫາຊົນ. ພວກເຮົາຕ້ອງສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍສັງຄົມນິຍົມທີ່ນັບມື້ນັບເຂັ້ມແຂງທັນສະໄໝຂຶ້ນ, ສ້າງໃຫ້ລະບົບບໍລິຫານໃຫ້ມີປະສິດທິພາບ, ມີລະບຽບວິໄນ, ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

                                           
KPL

ຂ່າວອື່ນໆ

ads
ads

Top