ກອງປະຊຸມສຸດຍອດຄັງປັນຍາສື່ມວນຊົນອົງການຮ່ວມມືຊຽງໄຮ້ 2026

28/07/2026 14:51
ຂປລ ກອງປະຊຸມສຸດຍອດ ຄັງປັນຍາ ສື່ມວນຊົນ ອົງການຮ່ວມມື ຊຽງໄຮ້ 2026 ພາຍໃຕ້ຫົວຂໍ້ “ຄວາມສຳຄັນໃນຍຸກໃໝ່ ຂອງຈິດໃຈຊຽງໄຮ້:ຈາກຄວາມຮັບຮູ້ ທີ່ເປັນເອກະພາບກັນ ດ້ານຄຸນຄ່າສູ່ການປະຕິບັດຮ່ວມກັນ” ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ບິສເຄັກ ຂອງກຽກກິດສະຖານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມສຸດຍອດ ຄັງປັນຍາ ສື່ມວນຊົນ ອົງການຮ່ວມມື ຊຽງໄຮ້ 2026 ພາຍໃຕ້ຫົວຂໍ້ “ຄວາມສຳຄັນໃນຍຸກໃໝ່ ຂອງຈິດໃຈຊຽງໄຮ້:ຈາກຄວາມຮັບຮູ້ ທີ່ເປັນເອກະພາບກັນ ດ້ານຄຸນຄ່າສູ່ການປະຕິບັດຮ່ວມກັນ” ໄດ້ຈັດຂຶ້ນຢູ່ນະຄອນຫລວງບິສເຄັກ ຂອງກຽກກິດສະຖານ. ໃນວັນທີ 27 ກໍລະດົດນີ້, ມີຜູ້ຕາງໜ້າປະມານ 260 ຄົນທີ່ມາຈາກສື່ຫລັກເກືອບ 150 ແຫ່ງ, ລວມທັງ ຄັງປັນຍາທີ່ມີຊື່ສຽງ,ພາກສ່ວນລັດຖະບານ ຈາກບັນດາປະເທດ ສະມາຊິກ ອົງການດັ່ງກ່າວ ພ້ອມດ້ວຍ ກອງເລຂາອົງການຮ່ວມມື ຊຽງໄຮ້ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.ທ່ານ ໄດເບັກ ໂອຣອນເບຄອຟ ຫົວໜ້າຄະນະນະໂຍບາຍຂໍ້ມູນຂ່າວສານ ຂອງສຳນັກງານປະທານາທິບໍດີ ກຽກກິດສະຖານ ໄດ້ກ່າວໃນພິທີໄຂກອງປະຊຸມວ່າ: ເຊື່ອວ່າກອງປະຊຸມສຸດຍອດຄັ້ງນີ້ ຈະກາຍ ເປັນເວ ທີທີ່ຊຸກຍູ້ ໃຫ້ກຳເນີດແນວຄິດໃໝ່ ແລະ ມາດຕະການໃໝ່, ປະກອບສ່ວນເຂົ້າໃນການເພີ່ມທະວີ ຄວາມປອດໄພດ້ານຂໍ້ມູນຂ່າວສານ, ການລົງເລິກການຮ່ວມມື ທາງວິຊາການ ແລະ ການສ້າງຂົວ ມິດຕະພາບ ຂອງອົງການຮ່ວມມື ຊຽງໄຮ້ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top