ຂປລ
ເນື່ອງຈາກ ສ.ອາເມລິກາ ແລະ ອີຣານ ຍຸດຕິການໂຈມຕີກັນ ເປັນການຊົ່ວຄາວ, ວັນທີ 26 ກໍລະກົດນີ້, ລາຄານ້ຳມັນດິບສາກົນ ໄດ້ປັບຫລຸດລົງຢ່າງຫລວງຫລາຍ ໂດຍຫລຸດລົງຫລາຍກວ່າ 6% ໃນໄລຍະເລີ່ມຕົ້ນການຊື້-ຂາຍ ໃນສັບປະດາໃໝ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງຈາກ ສ.ອາເມລິກາ ແລະ ອີຣານ ຍຸດຕິການໂຈມຕີກັນ ເປັນການຊົ່ວຄາວ, ວັນທີ 26 ກໍລະກົດນີ້, ລາຄານ້ຳມັນດິບສາກົນ ໄດ້ປັບຫລຸດລົງຢ່າງຫລວງຫລາຍ ໂດຍຫລຸດລົງຫລາຍກວ່າ 6% ໃນໄລຍະເລີ່ມຕົ້ນການຊື້-ຂາຍ ໃນສັບປະດາໃໝ່. ລາຄານ້ຳມັນດິບທາດເບົາ ທີ່ຊື້-ຂາຍ ລ່ວງໜ້າ ຢູ່ຕະຫລາດຊື້-ຂາຍສິນຄ້ານິວຢອກ ໃນເດືອນກັນຍາປີນີ້ ໄດ້ຫລຸດລົງ ສູ່ລະດັບຕ່ຳສຸດທີ່ 83,10 ໂດລາຕໍ່ຖັງ(ບາເຣວ),ຫລຸດລົງ 6,21 ໂດລາສະຫະລັດ, ອັດຕາການຫລຸດລົງແມ່ນ 6,95%. ລາຄານ້ຳມັນດິບເບຣນດ໌ ຂອງລອນດອນ ທີ່ຊື້-ຂາຍ ລ່ວງໜ້າໃນເດືອນກັນຍາປີນີ້ ໄດ້ຫລຸດລົງ ສູ່ລະດັບຕ່ຳສຸດທີ່ 89,58 ໂດລາສະຫະລັດ ຕໍ່ບາເຣວ,ຫລຸດລົງ 7,2 ໂດລາສະຫະລັດ,ອັດຕາການຫລຸດລົງແມ່ນ 7,44%.ຂະນະດຽວກັນ, ຄວາມກັງວົນໃນຕະຫລາດ ທີ່ຜ່ອນຄາຍລົງໄດ້ຊຸກຍູ້ ໃຫ້ດັດຊະນີຫຸ້ນນິວຢອກ ທີ່ຊື້-ຂາຍ ລ່ວງໜ້າເພີ່ມສູງຂຶ້ນ ຢ່າງຊັດເຈນ, ລາຄາຄຳ ແລະ ເງິນ ທີ່ຊື້ຂາຍລ່ວງໜ້າ ໃນສາກົນກໍ່ສູງຂຶ້ນ ຢ່າງຈະແຈ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL