ສປ ຈີນ ໄດ້ເກັບຊື້ເຂົ້າຫວີດ ຫລາຍກວ່າ 90 ລ້ານໂຕນ

25/08/2026 08:09
ຂປລ ປັດ​ຈຸ​ບັນ ພວມ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວ ທັນ​ຍາ​ຫານ​ລະ​ດູ​ຮ້ອນ​ ໃນ​​ປະ​ລິ​ມານ ຫລາຍ​ທີ່​ສຸດ​ຂອງ​ ສປ ຈີນ. ​ວັນ​ທີ 24 ສິງ​ຫາ​ນີ້, ​ອົງ​ການ​ທັນ​ຍາ​ຫານ ​ແລະ​ ຄັງສຳ​ຮອງ​ແຫ່ງ​ຊາດ​ຈີນ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ ຂໍ້​ມູນ​ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຜູ້​ປະ​ກອບ​ການທັນ​ຍາ​ຫານຕ່າງໆ ​ໃນ​ທົ່ວ​ປະ​ເທດ​ຈີນ ໄດ້​ເກັບ​ຊື້​ເຂົ້າ​ຫວີດທັງ​ໝົດ ​ຫລາຍກວ່າ 90 ລ້ານ​ໂຕນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປັດ​ຈຸ​ບັນ ພວມ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວ ທັນ​ຍາ​ຫານ​ລະ​ດູ​ຮ້ອນ​ ໃນ​​ປະ​ລິ​ມານ ຫລາຍ​ທີ່​ສຸດ​ຂອງ​ ສປ ຈີນ. ​ວັນ​ທີ 24 ສິງ​ຫາ​ນີ້, ​ອົງ​ການ​ທັນ​ຍາ​ຫານ ​ແລະ​ ຄັງສຳ​ຮອງ​ແຫ່ງ​ຊາດ​ຈີນ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ ຂໍ້​ມູນ​ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຜູ້​ປະ​ກອບ​ການທັນ​ຍາ​ຫານຕ່າງໆ ​ໃນ​ທົ່ວ​ປະ​ເທດ​ຈີນ ໄດ້​ເກັບ​ຊື້​ເຂົ້າ​ຫວີດທັງ​ໝົດ ​ຫລາຍກວ່າ 90 ລ້ານ​ໂຕນ. ເຂົ້າ​​ຈ້າວ​ດໍ​ຢູ່​ພາກ​ໃຕ້​ຂອງ​ ສປ ຈີນ​​ ໄດ້ເລີ່ມ​​ເຂົ້າ​ສູ່​ຕະ​ຫລາດ ​ຢ່າງ​ຫລວງ​ຫລາຍ. ວຽກ​ງານ​ເກັບ​ຊື້​ຢູ່​ແຫ່ງ​ຕ່າງໆ ​ໄດ້​ດຳ​ເນີນ​ໄປ ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ​ ໂດຍ​ລວມ​ ມີ​ຄວາມ​ຄືບ​ໜ້າ ​ດ້ວຍ​ດີ.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top