ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

25/08/2026 11:35
ຂປລ ໃນລະຫວ່າງວັນທີ 24- 26 ສິງຫາ 2026 ນີ້, ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ເອກະພາບ ບັນດາເອກະສານກ່ຽວກັບການ ກະກຽມຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການເປັນປະທານຂອງທ່ານກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າກົມ, ຮອງກົມ, ກອງເລຂາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ເເລກປ່ຽນຄຳເຫັນ, ສ້າງຄວາມ ເປັນເອກະພາບໃນທາງປະຕິບັດ ຈາກຂະເເໜງການທີ່ກ່ຽວຂ້ອງໃນ ຂັ້ນສູນກາງ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ຄະນະຮັບຜິດຊອບນໍາໄປປັບປຸງ ເພື່ອເຮັດໃຫ້ການກະກຽມວຽກງານ ດັ່ງກ່າວ ໄດ້ຮັບໝາກຜົນທີ່ດີຂຶ້ນ ກວ່າເກົ່າ, ທັງເປັນການຢັ້ງຢືນ ແລະ ຮັບປະກັນຕໍ່ເນື້ອໃນທີ່ສໍາຄັນ ຂອງຮ່າງແຜນປະຕິບັດງານແຫ່ງ ຊາດ ທີ່ໄດ້ກໍານົດອອກເປັນບັນດາ ແຜນງານ, ໂຄງການ, ກິດຈະກໍາ ແລະ ງົບປະມານທີ່ຈະສັງລວມ ເຂົ້າໃນການຈັດຕັ້ງປະຕິບັດຢູ່ຂັ້ນ ຄອບຄົວ, ບ້ານ, ເມືອງທຸກຍາກທີ່ ເປັນເປົ້າໝາຍຂອງການປະຕິບັດ ວາລະແຫ່ງຊາດ. ໃນກອງປະຊຸມ, ທ່ານ ວົງສະຫວັນ ວົງໄກສອນ ຮອງຫົວໜ້າກົມພັດທະ ນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ, ຕາງໜ້າໃຫ້ກອງ ເລຂາຄະນະຊ່ວຍວຽກຂັ້ນສູນກາງ ນໍາສະເໜີກ່ຽວກັບສະພາບລວມ ຂອງການກະກຽມຮ່າງແຜນປະຕິ ບັດງານແຫ່ງຊາດ ແລະ ຮ່າງມະຕິ ລັດຖະບານວ່າດ້ວຍການແບ່ງຄວາມ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ມະຕິສະພາແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໂດຍເນັ້ນໃຫ້ເຫັນ ພາບລວມຂອງການກຳນົດທິດ ທາງ, ຈຸດປະສົງ, ແຜນງານ, ໂຄງ ການ, ກິດຈະກຳ ແລະ ມາດຕະ ການຈັດຕັ້ງປະຕິບັດ ເພື່ອເປັນເຄື່ອງ ມື ແລະ ບ່ອນອີງສຳຄັນໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອກະພາບ ຮ່າງຄໍາແນະນໍາກ່ຽວກັບການຈັດ ຕັ້ງຜັນຂະຫຍາຍວາລະແຫ່ງຊາດ, ພ້ອມທັງເຜີຍແຜ່-ແນະນໍາໃຫ້ຂະ ແໜງການຂັ້ນສູນກາງ, ແຂວງ ແລະ ເມືອງຮັບຮູ້ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ. ຜົນຂອງກອງປະຊຸມໃນຄັ້ງນີ້, ຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ລັດຖະບານນຳໄປຜ່ານໃນກອງປະຊຸມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ໃນທ້າຍປີນີ້ ແລະ ຈະ ໄດ້ເລີ່ມຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມໃນຕົ້ນ ປີ 2027 ບົນພື້ນຖານການຮັບຮອງ ໂດຍກອງປະຊຸມ ສະໄໝສາມັນເທື່ອ 2 ຂອງສະພາແຫ່ງຊາດ ຊຸດທີ X ຈົນເຖິງປີ 2030, ພ້ອມກັນນັ້ນ, ກໍຈະໄດ້ຈັດຕັ້ງການ ສະຫລຸບ, ຖອດຖອນບົດຮຽນ ແລະ ປະເມີນຜົນຂອງ ການຈັດຕັ້ງປະຕິບັດໃນທ້າຍສະໄໝຂອງການປະຕິບັດ ວາລະແຫ່ງຊາດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

    • ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວວັດທະນະທຳ-ສັງຄົມ

      ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ

      8/25/2026 11:40:26 AM

      ກອງປະຊຸມຄະນະຊີ້ນຳ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ ເພື່ອ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດໂຄງການ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງປຶກສາຫາລືໃນການຄຸ້ມ ຄອງມົນລະພິດ ແລະ ສິ່ງເສດ ເຫລືອ, ຂໍ້ສະດວກ ແລະ ສິ່ງທ້າ ທາຍ, ການປະສານງານຂອງແຕ່ ລະພາກສ່ວນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໂຄງການສາມາດ ດໍາເນີນໄປມີປະ ສິດທິພາບ, ສຳເລັດ ຕາມກໍານົດເວລາ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ກອງປະຊຸມ ດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມາ,

    • ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີ

      8/25/2026 9:48:09 AM

      ຫ້ອງການຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊ ຍະບູລີ ຈັດຝຶກອົບຮົມວຽກງານ ສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານຢູ່ແຂວງໄຊຍະບູລີ ໃນລະຫວ່າງວັນທີ 18-19 ສິງຫາ 2026

    • ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງ

      8/25/2026 9:42:16 AM

      ພິທີປະກາດການນຳຂັ້ນ ສູງອອກພັກການ-ຮັບອຸດໜູນບຳ ນານ ແລະ ແຕ່ງຕັ້ງຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ໂດຍການເປັນປະ ທານຂອງທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການ ທະຫານຂັ້ນສູງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາ

      8/25/2026 9:38:29 AM

      ໃນວັນທີ 21 ສິງຫາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ມາຕິນ ເທເຣີ (Ms. Martine Therer) ຜູ້ຕາງໜ້າອົງການສະ ຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໃນ ໂອກາດທີ່ຈະສໍາເລັດການປະຕິບັດ ໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນ ສິງຫາ 2026.

    • ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດວັດທະນະທຳ-ສັງຄົມ

      ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດ

      8/25/2026 1:50:44 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງທ່າແຕງ ແຂວງເຊກອງ ໄດ້ຮັບອຸປະກອນສັດຕະວະແພດ ຈາກພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ເຊກອງ ຕາງໜ້າ ມອບໂດຍ ທ່ານ ໄພສະໝອນ ໄອ່ ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເຊກອງ ແລະ ຕາງໜ້າຮັບຂອງທ່ານ ສີຫາ ບຸດດາວົງ ວ່າການຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມເມືອງທ່າແຕງ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top