ຫົວໜ້າໂຄສະນາອົບຮົມສູນກາງພັກຊີ້ນຳແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງນານ

25/08/2026 10:03
ຂປລ ວັນທີ 23 ສິງຫາ 2026 ນ້ີ, ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮ່ວມກັບຄະນະນຳແຂວງຫລວງພະບາງ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງນານ.

       ຂປລ. ໂອກາດນີ້, ທ່ານ ໄຊນະຄອນ ສຸດທິດາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງນານ  ໄດ້ລາຍງານສະພາບນ້ຳຖ້ວມຄັ້ງນີ້ວ່າ: ເຫດເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນເຮັດໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມເຮືອນຂອງປະຊາຊົນ, ຕາມການເກັບກຳຂໍ້ມູນເບື້ອງຕົ້ນມີຄອບຄົວຖືກຜົນກະທົບລວມ 122 ຄອບຄົວ, ປະຊາກອນ 574 ຄົນ. ໃນນັ້ນ, ບ້ານນາເລົາມີ 5 ຄອບຄົວ, ບ້ານສີບຸນເຮືອງ 30 ຄອບຄົວ. ສຳລັບດ້ານກະສິກຳ ມີເນື້ອທີ່ນາເສຍຫາຍຫລາຍກວ່າ 14 ເຮັກຕາ ແລະ ເນື້ອທີ່ສວນມັນຕົ້ນ ເສຍຫາຍຫລາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາພວມຢູ່ໃນຂັ້ນຕອນສຳຫລວດ ແລະ ສັງລວມຂໍ້ມູນ.

      ຈາກນ້ັນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄຳເຫັນສະແດງຄວາມເປັນຫ່ວງຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍສະເພາະຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງເນັ້ນໃຫ້ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ທຸກໜ່ວຍງານທ່ີກ່ຽວຂ້ອງສືບຕ່ໍສຸມທຸກກຳລັງແຮງເຂົ້າໃນການຊ່ວຍເຫລືອ ແລະ ເບິ່ງແຍງຜູ້ປະສົບໄພຄວບຄູ່ກັບການເຝົ້າລະວັງ-ຕິດຕາມປະຊາຊົນທີ່ອາໄສຢູ່ໃນເຂດສ່ຽງ, ພ້ອມທັງເລ່ັງຟ້ືນຟູຜົນກະທົບໃນໄລຍະຜ່ານມາໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ສ່ວນປະຊາຊົນຕ້ອງເພີ່ມຄວາມລະມັດລະວັງ, ເບິ່ງແຍງລູກຫລານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບອາກາດຢ່າງເປັນປົກກະຕິ, ຄວບຄູ່ກັບການເອົາໃຈໃສ່ດ້ານສຸຂະອະນາໄມ, ນ້ຳສະອາດ ແລະ ການປ້ອງກັນພະຍາດລະບາດທີ່ອາດເກີດຂຶ້ນພາຍຫລັງນ້ຳຖ້ວມ.

   ໂອກາດນ້ີ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 293 ລ້ານກີບ ໃຫ້ແກ່ຄະນະກຳມະການປົກຄອງເມືອງນານ ເພື່ອນໍາໄປມອບຕ່ໍໃຫ້ປະຊາຊົນນຳໃຊ້ເຂ້ົາໃນການແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ທັງໄດ້ເຄື່ອນໄຫວເບິ່ງສະຖານທີ່ນ້ຳຖ້ວມຢູ່ບ້ານສີບຸນເຮືອງ ແລະ ບ້ານນາເລົາຕື່ມອີກ.

ພາບ-ຂ່າວ: ທະນູສິນ ອິດທິພົນ

KPL

ຂ່າວອື່ນໆ

ads
ads

Top