ຂປລ
ຫໍວາງສະແດງຜົນງານ ຂອງໂຄງການບູລະນະຮັກສາ ຊັບພະຍາກອນພາສາຈີນ ໄດ້ເປີດບໍລິການຢ່າງເປັນທາງການ ຢູ່ນະຄອນຊາງຊ່າແຂວງຮູນານຂອງ ສປ ຈີນ ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າການບູລະນະຮັກສາ ຊັບພະຍາກອນພາສາຈີນ ໄດ້ບັນລຸການກ້າວກະໂດດຈາກ “ຖານຂໍ້ມູນ” ໄປສູ່ “ການວາງສະແດງຕົວຈິງ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫໍວາງສະແດງຜົນງານ ຂອງໂຄງການບູລະນະຮັກສາ ຊັບພະຍາກອນພາສາຈີນ ໄດ້ເປີດບໍລິການຢ່າງເປັນທາງການ ຢູ່ນະຄອນຊາງຊ່າແຂວງຮູນານຂອງ ສປ ຈີນ ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າການບູລະນະຮັກສາ ຊັບພະຍາກອນພາສາຈີນ ໄດ້ບັນລຸການກ້າວກະໂດດຈາກ “ຖານຂໍ້ມູນ” ໄປສູ່ “ການວາງສະແດງຕົວຈິງ”,ນີ້ແມ່ນການວາງສະແດງຕາມສະພາບຕົວຈິງ ທີ່ສຳຄັນຂອງ ສປ ຈີນ ໃນການຈັດຕັ້ງປະຕິບັດ “ຖະແຫລງການເຢວ້ລູ້” ສະບັບທຳອິດ ຂອງອຸຍເນັດສະໂກ ອົງການສະຫະປະຊາຊາດ ເຊິ່ງເປັນເອກະສານຖາວອນ ສຳຄັນທີ່ມີຫົວຂໍ້“ປົກປັກຮັກສາຄວາມຫລາກຫລາຍຂອງພາສາ”,ແລະເປັນແບບຢ່າງທີ່ຊັດເຈນ ໃນການເພີ່ມ ຊັບພະຍາກອນ ພາສາເຂົ້າໃນການເຊື່ອມໂຍງເຂົ້າກັນ ລະຫວ່າງ ວັດທະນະທຳ ແລະ ວິທະຍາສາດເຕັກໂນໂລຊີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL