ການພົບປະເຈລະຈາ ຂອງຜູ້ຕາງໜ້າພິເສດກ່ຽວກັບ ບັນຫາຊາຍແດນຈີນ-ອິນເດຍ ຄັ້ງທີ 25

25/08/2026 08:09
ຂປລ ອີງ​ຕາມ​ຜົນ ການ​ປຶກ​ສາ​ຫາ​ລື​ ສອງ​ຝ່າຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຕ່າງ​ປະ​ເທດ ​ຂອງ​ສູນ​ກາງ​ຈີນ ທັງ​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ຈີນ​ ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ ​​ຈີນ-ອິນ​ເດຍ​

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ປະ​ກາດ​ວ່າ: ອີງ​ຕາມ​ຜົນ ການ​ປຶກ​ສາ​ຫາ​ລື​ ສອງ​ຝ່າຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຕ່າງ​ປະ​ເທດ ​ຂອງ​ສູນ​ກາງ​ຈີນ ທັງ​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ຈີນ​ ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ ​​ຈີນ-ອິນ​ເດຍ​ ຈະ​ຮ່ວມ​ກັບ​ທ່ານ ອາ​ຈິດ ຄູ​ມາ ໂດ​ວານ ​ຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ອິນ​ເດຍ ​ທັງ​ເປັນທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ ຈັດ​ການ​ພົບ​ປະເຈ​ລະ​ຈາ​ ຂອງ​ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ​ຈີນ-ອິນ​ເດຍ ​ຄັ້ງ​ທີ 25 ຢູ່​ນະ​ຄອນ​ຫລວງ​ ປັກ​ກິ່ງ​ຂອງ​ ສປ ຈີນ​ ໃນ​ວັນ​ທີ 25 ສິງ​ຫາ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສປ ຈີນ ໄດ້ເກັບຊື້ເຂົ້າຫວີດ ຫລາຍກວ່າ 90 ລ້ານໂຕນຂ່າວຕ່າງປະເທດ

      ສປ ຈີນ ໄດ້ເກັບຊື້ເຂົ້າຫວີດ ຫລາຍກວ່າ 90 ລ້ານໂຕນ

      8/25/2026 8:09:03 AM

      ປັດ​ຈຸ​ບັນ ພວມ​ເຂົ້າ​ສູ່ໄລ​ຍະ​ການ​ເກັບ​ກ່ຽວ ທັນ​ຍາ​ຫານ​ລະ​ດູ​ຮ້ອນ​ ໃນ​​ປະ​ລິ​ມານ ຫລາຍ​ທີ່​ສຸດ​ຂອງ​ ສປ ຈີນ. ​ວັນ​ທີ 24 ສິງ​ຫາ​ນີ້, ​ອົງ​ການ​ທັນ​ຍາ​ຫານ ​ແລະ​ ຄັງສຳ​ຮອງ​ແຫ່ງ​ຊາດ​ຈີນ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ ຂໍ້​ມູນ​ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຜູ້​ປະ​ກອບ​ການທັນ​ຍາ​ຫານຕ່າງໆ ​ໃນ​ທົ່ວ​ປະ​ເທດ​ຈີນ ໄດ້​ເກັບ​ຊື້​ເຂົ້າ​ຫວີດທັງ​ໝົດ ​ຫລາຍກວ່າ 90 ລ້ານ​ໂຕນ.

    • ເປີດຫໍວາງສະແດງຜົນງານ ຂອງໂຄງການບູລະນະຮັກສາ ຊັບພະຍາກອນພາສາຈີນຂ່າວຕ່າງປະເທດ

      ເປີດຫໍວາງສະແດງຜົນງານ ຂອງໂຄງການບູລະນະຮັກສາ ຊັບພະຍາກອນພາສາຈີນ

      8/25/2026 8:08:52 AM

      ຫໍ​ວາງ​ສະ​ແດງ​​ຜົນ​ງານ​ ຂອງໂຄງ​ການ​ບູ​ລະ​ນະ​​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ​ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ ຢູ່​ນະ​ຄອນ​ຊາງຊ່າ​ແຂວງ​ຮູ​ນານ​ຂອງ ສປ ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ບູ​ລະ​ນະ​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ ​ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຈາກ “ຖານ​ຂໍ້​ມູນ” ​ໄປ​ສູ່ “ການ​ວາງ​ສະ​ແດງ​ຕົວ​ຈິງ”

    • ຫລາຍປະເທດເຂົ້າຮ່ວມ ຄ້າຍຝຶກອົບຮົມ ຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານເຮືອສາກົນຂ່າວຕ່າງປະເທດ

      ຫລາຍປະເທດເຂົ້າຮ່ວມ ຄ້າຍຝຶກອົບຮົມ ຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານເຮືອສາກົນ

      8/24/2026 3:18:11 PM

      ກິດຈະກຳທີ່ມີຊື່ວ່າ “ອະນາຄົດ: ຄ້າຍຝຶກອົບຮົມຄວາມເປັນຜູ້ນຳພາ ຂອງນັກຮຽນທະຫານ ເຮືອສາກົນ” ພາຍໃຕ້ຫົວຂໍ້ “ແລ່ນເຮືອ ລ່ອງຕາມຄື້ນ ກ້າວຂ້າມ” ໄດ້ຈັດຂຶ້ນຢູ່ນະຄອນຢ່ຽນໄຖແຂວງຊ່ານຕົ່ງຂອງ ສປ ຈີນ.

    • ເອເປັກ ຄວນພະຍາຍາມຫລຸດຜ່ອນອຸປະສັກທາງການຄ້າຂ່າວຕ່າງປະເທດ

      ເອເປັກ ຄວນພະຍາຍາມຫລຸດຜ່ອນອຸປະສັກທາງການຄ້າ

      8/24/2026 3:17:59 PM

      ສູນກາງຈີນ,ໃນຖານະເປັນສ່ວນສຳຄັນ ຂອງກິດຈະກຳຕ່າງໆໃນ “ປີຈີນ” ທີ່ຈັດຂຶ້ນໂດຍ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC , ກອງປະຊຸມ ຄົບ ຄະນະຄັ້ງທີ 2 ປີ 2026 ຂອງຄະນະກຳມະການຍ່ອຍດ້ານລະບຽບພາສີ APEC ໄດ້ດຳເນີນເປັນເວລາ 3 ວັນ ຢູ່ນະຄອນຕ້າລຽນແຂວງລຽວນິງຂອງ ສປ ຈີນ ນັບແຕ່ວັນທີ 22 ສິງຫານີ້.

    • ສປ ຈີນ ຈະການແຂ່ງຂັນທັກສະໂລກ ຄັ້ງທີ 48ຂ່າວຕ່າງປະເທດ

      ສປ ຈີນ ຈະການແຂ່ງຂັນທັກສະໂລກ ຄັ້ງທີ 48

      8/24/2026 3:17:56 PM

      ໂດຍໄດ້ຮັບການອະນຸມັດ ຈາກກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ, ຄະນະຜູ້ຕາງໜ້າຈີນ ສຳລັບ ເຂົ້າຮ່ວມ ການແຂ່ງຂັນໂລກ ຄັ້ງທີ 48 ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຄະນະດັ່ງ ກ່າວລວມມີ 220 ຄົນ

ads
ads

Top