ຜູ້ມີສິດເລືອກຕັ້ງບ້ານໂຊກໃຫຍ່ ມາໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ສສຊ-ສສຂ

25/02/2026 14:22
ຂປລ ຂປລ. ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ຢູ່ໜ່ວຍເລືອກ ຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ (ສສ ນວ) ຊຸດທີ V ດ້ວຍ ບັນຍາກາດຄຶກຄື້ນ, ພໍ່-ແມ່ປະຊາ ຊົນພາຍໃນບ້ານມີຄວາມຕື່ນຕົວ ພ້ອມພຽງຮຽງໜ້າກັນອອກມາໃຊ້ ສິດປ່ອນບັດເລືອກຕັ້ງ ຕາມທີ່ກໍາ ນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.



ຂປລ. ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ຢູ່ໜ່ວຍເລືອກ ຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ (ສສ ນວ) ຊຸດທີ V ດ້ວຍ ບັນຍາກາດຄຶກຄື້ນ, ພໍ່-ແມ່ປະຊາ ຊົນພາຍໃນບ້ານມີຄວາມຕື່ນຕົວ ພ້ອມພຽງຮຽງໜ້າກັນອອກມາໃຊ້ ສິດປ່ອນບັດເລືອກຕັ້ງ ຕາມທີ່ກໍາ ນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ທ່ານ ສາຍຟ້າ ທຳມະວົງສາ ເລຂາພັກບ້ານ, ນາຍບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດວ່າ: ບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ມີພົນລະ ເມືອງທັງໝົດ 3.256 ຄົນ, ຍິງ 1.693 ຄົນ, ຈຳນວນຜູ້ມີສິດປ່ອນ ບັດເລືອກຕັ້ງ 2.595 ຄົນ, 1.374 ຄົນ. ສຳລັບບັນຍາກາດໃນການ ເລືອກຕັ້ງຄັ້ງນີ້, ເຫັນວ່າ ປະຊາຊົນ ພາຍໃນບ້ານ ມີຄວາມເອົາໃຈໃສ່, ກະຕືລືລົ້ນ ແລະ ພ້ອມພຽງຮຽງ ໜ້າກັນ ອອກມາໃຊ້ສິດຂອງຕົນ ດ້ວຍບັນຍາກາດຄຶກຄື້ນ.

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກ ຕັ້ງພາຍໃນບ້ານເອົາໃຈໃສ່ເປັນ ເຈົ້າການເຂົ້າຮ່ວມ ຢ່ານອນລັບທັບ ສິດ, ຈົ່ງມາປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສ ນວ ໃຫ້ສຳເລັດ ຕາມເປົ້າໝາຍ. ໃນໂອກາດນີ້, ທ່ານ ນາງ ລັດ ລັດຈະນາ ປະຊາຊົນບ້ານໂຊກໃຫຍ່ ໄດ້ໃຫ້ສຳພາດວ່າ: ເປັນຄັ້ງທໍາອິດ ໃນຊີວິດ ທີ່ໄດ້ໃຊ້ສິດຢ່າງເຕັມສ່ວນ ປ່ອນບັດເລືອກເອົາ ສສຊ ແລະ ສສ ນວ, ຕົນເອງຮູ້ສຶກດີໃຈ ແລະ ຕື່ນເຕັ້ນ. ໄລຍະຜ່ານມາ ຕົນເອງ ແມ່ນໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວ ກັບການເລືອກຕັ້ງ ຜ່ານສື່ສັງຄົມ ອອນລາຍ ແລະ ໂທລະໂຄ່ງບ້ານ.

ສໍາລັບ ເປົ້າໝາຍຂອງຕົນເອງແມ່ນ ຢາກໄດ້ ສສຊ ແລະ ສສ ນວ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ, ຄົບຖ້ວນຕາມເງື່ອນໄຂ, ຜູ້ຄວາມຊື່ສັດຕໍ່ ປະເທດຊາດ, ກ້າປະກອບຄຳຄິດ ຄຳເຫັນ ແລະ ນຳເອົາຄຳຄິດຄຳ ເຫັນ ຂອງປະຊາຊົນລາວບັນດາ ເຜົ່າ ໄປສະເໜີຕໍ່ສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ຢ່າງມີປະສິດທິຜົນ.

ຂະນະດຽວກັນ, ທ່ານ ຢົ້ວເຈົ້າ ຊົງ ປະຊາຊົນບ້ານໂຊກໃຫຍ່ ກໍ ໄດ້ໃຫ້ສຳພາດວ່າ: ໃນນາມປະ ຊາຊົນລາວຜູ້ໜຶ່ງ ຕົນເອງຮູ້ສຶກ ດີໃຈ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ ໃຊ້ສິດປະຊາທິປະໄຕ ໃນການເລືອກ ຕັ້ງໃນມື້ນີ້, ຕົນເອງກໍໄດ້ເລືອກເອົາ ສສຊ ແລະ ສສ ນວ ຜູ້ທີ່ມີຄວາມ ສາມາດຄົບຕາມເງື່ອນໄຂ, ເປັນຄົນ ທີ່ເກັ່ງ, ມີຄຸນສົມບັດດີ, ກ້າສະແດງ ທັດສະນະຂອງຕົນຕໍ່ບັນຫາຕ່າງໆ. ພ້ອມນີ້, ຍັງຝາກເຖິງບັນດາສະມາ ຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນນະຄອນຫລວງ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງ ຈົ່ງສືບຕໍ່ແກ້ໄຂບັນຫາເສັ້ນທາງ, ບູ ລະນະສະຖານທີ່ທ່ຽວທ່ອງຕ່າງໆ, ສືບຕໍ່ແກ້ໄຂບັນຫາປາກທ້ອງ, ບັນ ຫາລາຄາສິນຄ້າ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top