ຮອງປະທານປະເທດຕ້ອນຮັບທູດອິນໂດເນເຊຍ ເຂົ້າຢ້ຽມອຳລາ

25/02/2026 09:19
ຂປລ ໃນວັນທີ 24 ກຸມພາ 2026 ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂ່ໍານັບອໍາລາຂອງທ່ານ ນາງ ກຣາ ຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaning tyas) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ເນ່ືອງໃນໂອກາດທ່ີສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

       ຂປລ. ໃນໂອກາດນີ້, ທ່ານນາງ ປານີ ຢາທ່ໍຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫລາຍຂົງເຂດການຮ່ວມມື, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດການປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງທ່ານທູດຕະຫລອດໄລຍະ 2 ປີກວ່າ ແລະ ໄດ້ສໍາເລັດໜ້າທີ່ການທູດ ຂອງຕົນຢູ່ ສປປ ລາວ ຢ່າງຈົບງາມ. ພິເສດ, ທ່ານທູດໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດ ເນເຊຍ ເປັນຕົ້ນດ້ານການເມືອງ, ການສຶກສາ, ເສດຖະກິດ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ, ການໄປ-ມາຫາສູ່ລະຫວ່າງປະຊາຊົນສອງຊາດ, ການສະໜັບສະໜູນເຊ່ິງກັນ ແລະ ກັນ ຢ່າງຕໍ່ເນື່ອງລະຫວ່າງສອງະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄືໃນຂອບອາຊຽນ. 

      ໂອກາດດຽວກັນ, ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ປະທານປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງລາວທ່ີໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ສົມຫວັງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top