ເວເນຊູເອລາ ຕົກລົງຖອນຕົວອອກຈາກ ສານອາຍາສາກົນ

28/07/2026 14:39
ຂປລ ອີງ​ຕາມ​ມາດ​ຕາ​ທີ 127 ຂອງ “ທຳມະນູນ​ໂຣມ​ ຂອງ​ສານ​ອາ​ຍາ​ສາ​ກົນ”, ເວ​ເນ​ຊູ​ເອ​ລາ ຈະ​ຖອນ​ຕົວ​ອອກ​ຈາກ “ທຳມະ ນູນ​ໂຣມ​ຂອງ​ສານ​ອາ​ຍາ​ສາ​ກົນ” ຢ່າງ​ເດັດ​ດ່ຽວ ແລະ ສິ້ນ​ເຊີງ ພ້ອມ​ທັງ​ເລີ່ມ​ຂັ້ນ​ຕອນ​ຖອນ​ຕົວ​ອອກ​ຈາກ​ສານ​ອາ​ຍາ​ສາ​ກົນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ​ເຟ​ລິກ​ສ ປ​ລາ​ເຊນ​ເຊຍ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ​ປະ​ກາດ​ວ່າ: ໂດຍ​ໄດ້​ຮັບ​ຄຳ​ຊີ້​ນຳ​ຈາກ ​ທ່ານ​ ນາງ​ເດວ​ຊີ ໂຣ​ດ​ຣິ​ເກັ​ສ ຮັກສາ​ການ​ແທນ​ປະ​ທາ​ນາ​ທິ​ບໍ​ດີ​ ເວ​ເນ​ຊູ​ເອ​ລາ, ເວ​ເນ​ຊູ​ເອ​ລາ​ ໄດ້​ສົ່ງໜັງສືແຈ້ງການຕໍ່ ທ່ານ ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຢ່າງ​ເປັນ​ທາງ​ການ​ວ່າ: ອີງ​ຕາມ​ມາດ​ຕາ​ທີ 127 ຂອງ “ທຳມະນູນ​ໂຣມ​ ຂອງ​ສານ​ອາ​ຍາ​ສາ​ກົນ”, ເວ​ເນ​ຊູ​ເອ​ລາ ຈະ​ຖອນ​ຕົວ​ອອກ​ຈາກ “ທຳມະນູນ​ໂຣມ​ຂອງ​ສານ​ອາ​ຍາ​ສາ​ກົນ” ຢ່າງ​ເດັດ​ດ່ຽວ ແລະ ສິ້ນ​ເຊີງ ພ້ອມ​ທັງ​ເລີ່ມ​ຂັ້ນ​ຕອນ​ຖອນ​ຕົວ​ອອກ​ຈາກ​ສານ​ອາ​ຍາ​ສາ​ກົນ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ເວ​ເນ​ຊູ​ເອ​ລາ​ ກ່າວ​ວ່າ: ເວ​ເນ​ຊູ​ເອ​ລາ​ ເຫັນ​ວ່າ, ການ​ປະ​ຕິ​ບັດ​ງານ​ຂອງ​ສານ​ອາ​ຍາ​ສາ​ກົນ​ ມີ​ຄວາມ​ລຳ​ອຽງ​ຕໍ່​ພາກ​ພື້ນ​ຕ່າງ​ກັນ ​ຢ່າງ​ຈະ​ແຈ້ງ, ຕຸ​ລາ​ການ​ສາ​ກົນ ​ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຍຸດ​ຕິ​ທຳທີ່​ແທ້​ຈິງ, ຫາກ​ແມ່ນ​ຖືກ​ໃຊ້​ເປັນ​ເຄື່ອງ​ມື ເຮັດ​ໃຫ້​ຄວາມ​ບໍ່​ສະ​ເໝີ​ພາບ​ ລະ​ຫວ່າງ​ ປະ​ເທດ​ຕ່າງໆ ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ພ້ອມ​ທັງ ​ບໍ່​ເອົາ​ຫົວ​ຊາ​ຕໍ່​ສິດໃນການ​ຕັດ​ສິນ ​ດ້ວຍ​ຕົນ​ເອງ ແລະ ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ.ໜັງສືແຈ້ງ​ການ ຂອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ​ເວ​ເນ​ຊູ​ເອ​ລາ​ ໄດ້ເນັ້ນ​ຢ້ຳ​ວ່າ: ເວ​ເນ​ຊູ​ເອ​ລາ​ຈະ​ສືບ​ຕໍ່​ສຸມ​ໃສ່​ຊຸກ​ຍູ້​ຕຸ​ລາ​ການ​ສາ​ກົນ ທີ່​ມີ​ຄວາມ​ຍຸດ​ຕິ​ທຳ, ​ເປັນ​ທຳ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ ​ຢ່າງ​ແທ້​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top