ສ.ອາເມລິກາ ສັ່ງນໍາເຂົ້າຊີ້ນງົວ ຈາກ ອາກຊັງຕິນເພີ່ມຂຶ້ນ 8 ໝື່ນໂຕນ

10/02/2026 20:03
ຂປລ ຜູ້ນຳສ.ອາເມລິກາ ໄດ້ເປີດທາງ ນໍາເຂົ້າ ຊີ້ນງົວ ຈາກ ອາກຊັງຕິນ ເພີ່ມຂຶ້ນ 80.000 ໂຕນ ເພື່ອຫລຸດຜ່ອນວິກິດລາຄາຊີ້ນ ທີ່ ເພີ່ມສູງຂຶ້ນ ເປັນປະຫວັດສາດ ຈາກ ບັນຫາ ໄພແຫ້ງແລ້ງ ແລະ ຂາດແຄນງົວ ເພື່ອຫວັງ ຫລຸດແຮງກົດດັນ ຄ່າຄອງຊີບ ຂອງ ປະຊາຊົນ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊີງຕັນ ປະເທດ ສ.ອາເມລິກາ ເມື່ອບໍ່ດົນມານີ້ວ່າ: ຜູ້ນຳສ.ອາເມລິກາ ໄດ້ເປີດທາງ ນໍາເຂົ້າ ຊີ້ນງົວ ຈາກ ອາກຊັງຕິນ ເພີ່ມຂຶ້ນ 80.000 ໂຕນ ເພື່ອຫລຸດຜ່ອນວິກິດລາຄາຊີ້ນ ທີ່ ເພີ່ມສູງຂຶ້ນ ເປັນປະຫວັດສາດ ຈາກ ບັນຫາ ໄພແຫ້ງແລ້ງ ແລະ ຂາດແຄນງົວ ເພື່ອຫວັງ ຫລຸດແຮງກົດດັນ ຄ່າຄອງຊີບ ຂອງ ປະຊາຊົນ.

ໂດຍ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ຄຳສັ່ງ ຝ່າຍບໍລິຫານ ເພື່ອອະນຸຍາດ ໃຫ້ມີການນໍາເຂົ້າ ຊິີ້ນງົວ ດັ່ງກ່າວ. ຄຳສັ່ງນີ້ ຈະເພີ່ມ  ໂຄວຕ້າ ນໍາເຂົ້າ ຊີ້ນງົວ ພາຍໃຕ້ ສິດທິພິເສດ ທາງພາສີອີກ 80.000 ໂຕນໃນທ້າຍປີນີ້, ໂດຍເນັ້ນໜັກ ທີ່ ຊິ້ນງົວແດງລ້ວນ ທີ່ນໍາມາຜະສົມກັບ ສ່ວນທີ່ ມີໄຂມັນ ເພື່ອຜະລິດເປັນ ຊີ້ນບົດ ສຳລັບ ເຮັດເບີເກີ ແລະ ຜະລິດຕະພັນອື່ນໆ ເພື່ອເພີ່ມປະລິມານ ສິນຄ້າເຂົ້າສູ່ຕະຫລາດ./

KPL

ຂ່າວອື່ນໆ

ads
ads

Top