ຂປລ
ໃນລະຫວ່າງວັນທີ 9-10 ກຸມພາ 2026 ນ້ີ, ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງ ແຂວງຊຽງຂວາງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ຊຸດທີ X ລົງໂຄສະນາ ຫາສຽງ ແລະ ແນະນຳຕົວຕໍ່ຜູ້ມີສິດ ເລືອກຕັ້ງຢູ່ກຳລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ຢູ່ 3 ຈຸດ ຄື:
ຂປລ. ກອງບັນຊາການທະຫານແຂວງ, ກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງ ແລະ ກອງພັນໃຫຍ່ 643, ກອງພັນໃຫຍ່ 702 ແລະ ໂຮງໝໍ ບໍລິເວນ 101 ໂດຍການຕ້ອນຮັບຂອງທ່ານ ພົຈວ ວັນທອງ ພົງສະຫວັນ ຄະນະປະຈຳພັກແຂວງ,ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ-ຕຳຫລວດ ເຂົ້າຮ່ວມ.
ຈຸດປະສົງກໍເພື່ອເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງ ຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າ ຂອງປະເທດຊາດຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຢ່າງຄົບຖ້ວນຖືກຕ້ອງຕາມລະບຽບຫລັກການທັງເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ໄດ້ເຫັນຜ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວໃຊ້ສິດພື້ນຖານຂອງຕົນ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ ແລະ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນທັງໄດ້ພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທ່ີຕົນລົງສະໝັກຮັບເລືອກຕັ້ງ. ໂອກາດດັ່ງກ່າວ, ບັນດາຜູ້ສະ ໝັກຮັບເລືອກຕັ້ງເປັນ ສສຊ ໄດ້ຜັດປ່ຽນກັນແນະນຳຕົວນັບແຕ່ນ້ຳເບີ 1-10 ຕາມລຳດັບ. ຈາກນ້ັນ, ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ນຳໄປພິຈາລະນາ ແລະ ປັບປຸງ. ພ້ອມນີ້, ຜ້ສະໝັກຮັບເລືອກຕັ້ງເປັນ ສສຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາ ທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຄື: ນຳພາຜູ້ມີສິດເລືອກຕ້ັງໄປປ່ອນບັດເລືອກຕ້ັງໃຫ້ຄົບຖ້ວນ 100%, ນຳພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ ນຳພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົເວລາ 100%.
ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ຊຶ່ງເພດຍິງກວມເອົາ 30%, ມາຈາກສູນກາງ 2 ທ່ານ, ມາຈາກແຂວງ 8 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ. ທົ່ວແຂວງມີ 432 ໜ່ວຍປ່ອນບັດ, ມີພົນລະເມືອງ 613.848 ຄົນ ຍິງ 170.177 ຄົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງມີ 172.780 ຄົນ ຍິງ 82.797 ຄົນ.
ຂ່າວ: ສພຊ
KPL