ເຜີຍແຜ່ເອກະສານກຽມເລືອກຕັ້ງ ສສຊ-ສສຂ ໃຫ້ແກ່ປະຊາຊົນບ້ານນ້ຳທວາຍ

04/02/2026 14:14
Email Print 1347
ຂປລ ຂປລ. ທ້າຍອາທິດຜ່ານມານີ້, ອະນຸກຳມະການຮັບຜິດຊອບເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເມືອງຮົ່ມ ແຂວງໄຊສົມບູນ ໄດ້ເຄື່ອນໄຫວເຜີຍແຜ່ເອກະ ສານສຳຄັນ ກ່ຽວກັບການເລືອກຕັ້ງ ສສຊ-ສສຂ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ.

ຂປລ. ທ້າຍອາທິດຜ່ານມານີ້, ອະນຸກຳມະການຮັບຜິດຊອບເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເມືອງຮົ່ມ ແຂວງໄຊສົມບູນ ໄດ້ເຄື່ອນໄຫວເຜີຍແຜ່ເອກະ ສານສຳຄັນ ກ່ຽວກັບການເລືອກຕັ້ງ ສສຊ-ສສຂ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ. ນໍາພາໂດຍ ທ່ານ ທອງ ຄຳ ສີບຸນເຮືອງ ຮອງປະທານ ແນວລາວສ້າງຊາດເມືອງຮົ່ມ.ມີອຳນາດ ການປົກຄອງບ້ານ, ປະຊາຊົນຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງ.  

ທ່ານ  ທອງຄຳ ສີບຸນເຮືອງ ໄດ້ເຜີຍແຜ່ເອສານ ກະກຽມແກ່ບັ້ນເລືອກຕັ້ງ ສສຊ-ສສຂ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໂດຍມີເອກະສານສຳຄັນຄື: ເອກະສານເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກ ທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V; ເອກະສານຄໍາຖາມ-ຄໍາຕອບກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເອກະສານ ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເອກະສານ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນການດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ປະກົດຜົນເປັນຈິງ; ເອກະສານກຳແໜ້ນເນື້ອໃນ ສໍາຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນ ຖືກຕ້ອງຕາມກົດໝາຍ, ສອດຄອງກັບສະ ພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ; ເອກະສານຄໍາຖາມ-ຄໍາຕອບ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເອກະສານສຳຄັນອື່ນໆ.

ຂະນະດຽວກັນ, ທ່ານ ຢ່າຈໍ ລໍ່ ນາຍບ້ານນ້ຳທວາຍໄດ້ກ່າວວ່າ: ການເລືອກຕັ້ງ ສສຊ-ສສຂ ທີ່ຈະມາຮອດນີ້, ແມ່ນມີຄວາມສຳຄັນທີ່ສຸດ ຊຶ່ງໃນນາມຕົນເປັນນາຍບ້ານ ຈະໄດ້ເອົາໃຈໃສ່ປຸກລະດົມຜູ້ມີສິດເລືອກຕັ້ງກໍຄືປະຊາຊົນພາຍໃນບ້ານຕົນ ໃຫ້ຕື່ນຕົວມາໃຊ້ສິດຂອງຕົນເລືອກເອົາຜູ້ແທນທີ່ເຂົາເຈົ້າມັກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ປັດຈຸບັນ ອະນຸກຳມະການຮັບຜິດຊອບເລືອກຕັ້ງ ສສຊ-ສສຂ ກໍໄດ້ລົງເກັບລາຍຊື່ຜູ້ມີສິດເລືອກຕັ້ງພາຍໃນບ້ານສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂດຍບ້ານນ້ຳທວາຍຜູ້ມີສິດເລືອກຕັ້ງ 18 ປີຂຶ້ນໄປປະມານ 200 ກວ່າຄົນ.  
KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນບົດ-ສາລະຄະດີ

      ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

      7/28/2026 9:25:42 AM

      ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

    • ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນບົດ-ສາລະຄະດີ

      ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

      7/28/2026 9:21:45 AM

      ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມບົດ-ສາລະຄະດີ

      ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

      7/28/2026 9:19:03 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

ads
ads

Top