ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

28/07/2026 09:19
ຂປລ ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ  ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ. ນອກຈາກນັ້ນ, ການລ້ຽງເຜີ້ງຍັງເປັນອາຊີບ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ຢ່າງຍືນຍົງ.

ການ​ລ້ຽງ​ເຜີ້ງ​ບໍ່ໄດ້ຍາກຢ່າງທີ່ຫລາຍຄົນຄິດ, ພຽງແຕ່ຜູ້ລ້ຽງ​ມີ​ອຸປະກອນ, ມີ​ຄວາມ​ຮູ້ດ້ານການຈັດການ ​ແລະ ສະຖານ​ທີ່​ທີ່​ເໝາະສົມ ​ກໍ​ສາມາດ​ລ້ຽງ​ເຜິ້ງ​ໄດ້​ ເໝືອນດັ່ງ  ບໍລິສັດ ​ໂຊກຣີນລາວ ຈໍາໜ່າຍ ​ເປັນ​ອີກໜຶ່ງບໍລິສັດ ທີ່​ລ້ຽງ​ເຜີ້ງ​ແບບ​ທໍາ​ມະ​ຊາດ ​ເພື່ອຈໍາໜ່າຍ ນໍ້າ​ເຜີ້ງ ທໍາ​ມະ​ຊາດ ອອກສູ່​ສັງຄົມ. ການລ້ຽງເຜິ້ງໃຫ້ປະສົບຜົນສຳເລັດຜູ້ລ້ຽງຈຳເປັນຕ້ອງມີຄວາມຮູ້ ແລະ ເຂົ້າໃຈດ້ານ ລະບົບນິເວດຂອງເຜິ້ງ, ການເລືອກສະຖານທີ່ຕັ້ງຮັງທີ່ເໝາະສົມ, ການປ້ອງກັນສັດຕູຂອງເຜິ້ງ ລວມທັງການນຳໃຊ້ເຕັກນິກທີ່ຖືກວິທີ ກໍຈະຊ່ວຍເພີ່ມອັດຕາການຢູ່ລອດຂອງເຜິ້ງ, ເພີ່ມຜົນຜະລິດນ້ຳເຜິ້ງ ແລະ ຍົກລະດັບຄຸນນະພາບຜະລິດຕະພັນໃຫ້ສາມາດແຂ່ງຂັນໃນຕະຫລາດໄດ້.

ທ່ານ ອຸລິສັກ ຄູຝຶກການລ້ຽງເຜິ້ງ ຈາກ​ບໍລິສັດ ​ໂຊກຣີນລາວ  ໄດ້ໃຫ້ສຳພາດ​ໃນງານວາງສະແດງສິນຄ້າ ​ເພື່ອສະເຫລີມສະຫລອງວັນສະຫະກອນໃນເດືອນຜ່ານມານີ້​ວ່າ:  ການລ້ຽງເຜິ້ງມີສິ່ງທ້າທາຍຫລາຍຢ່າງເຊັ່ນ:ຄວັນໄຟເປັນສິ່ງລົບກວນທີ່ສຳຄັນຕໍ່ເຜິ້ງ, ຂະນະດຽວກັນຍັງມີສັດຕູຫລາຍຊະນິດທີ່ສ້າງຄວາມເສຍຫາຍໃຫ້ແກ່ຮັງເຜິ້ງເປັນຕົ້ນ ແຕນບຽນ ແລະ ແມງສາບ ທີ່ຈະເຂົ້າໄປກັດກິນຕົວອ່ອນ, ຈີ່ຈຽມ ຫລື ຈົກໂຈ້, ທີ່ມັກເຂົ້າໄປລົບກວນຮັງ ລວມທັງແມງກະເບື້ອກາງຄືນ ທີ່ຈະໄປວາງໄຂ່ໃນຮັງເຜິ້ງ ເຮັດໃຫ້ເກີດຕົວໜອນເຈາະຮັງສົ່ງຜົນໃຫ້ຮັງເສຍຫາຍ ເກີດພະຍາດ ແລະ ເຮັດໃຫ້ເຜິ້ງພາກັນໜີຮັງ. ນອກຈາກນັ້ນ, ມົດ ກໍເປັນອີກໜຶ່ງສັດຕູສຳຄັນທີ່ຜູ້ລ້ຽງຕ້ອງເຝົ້າລະວັງ. ສຳລັບການເລືອກສະຖານທີ່ຕັ້ງຮັງເຜິ້ງຄວນເປັນພື້ນທີ່ໂລ່ງ ສະອາດ ແລະ ມີການອະນາໄມຢູ່ສະເໝີ ບໍ່ຄວນຕັ້ງຮັງໃນບ່ອນທີ່ຮົກເຮື້ອ ເນື່ອງຈາກເຜິ້ງເປັນສັດທີ່ມັກຄວາມສະອາດ ແລະ ບ່ອນຮົກເຮື້ອອາດມີສັດຕູຕ່າງໆລວມທັງໝີ ທີ່ມັກກິນນ້ຳເຜິ້ງເປັນອາຫານ, ຢ່າງໃດກໍຕາມ ການລ້ຽງເຜິ້ງ ສາມາດເຮັດໄດ້ທັງໃນເຂດໃກ້ປ່າ ແລະ ໃກ້ຊຸມຊົນ ຫາກພື້ນທີ່ມີຄວາມສະອາດ ແລະ ເໝາະສົມ. ດ້ານຕົ້ນທຶນການລ້ຽງຮັງເຜິ້ງພ້ອມອຸປະກອນຄົບຊຸດ ລາຄາປະມານ 500.000 ກີບຕໍ່ໜຶ່ງຮັງ, ສ່ວນເຕັກນິກໃນການລໍ້ເຜິ້ງປ່າໃຫ້ເຂົ້າຢູ່ຮັງສາມາດນຳໃຊ້ສານຟີໂຣໂມນ ຫລື ນຳໄຂເຜິ້ງ ຈາກຮັງເກົ່າທີ່ຕົ້ມແລ້ວມາທາພາຍໃນຮັງເພື່ອສ້າງກິ່ນດຶງດູດໃຫ້ເຜິ້ງເຂົ້າມາອາໄສ.

 ທ່ານ ອຸລິສັກ ​ເວົ້າ​ເສີມ​ວ່າ: ການວາງຮັງ ເພື່ອລໍ້ເຜິ້ງຄວນເລີ່ມໃນຊ່ວງໄລຍະເດືອນຕຸລາ ຫາ ຕົ້ນເດືອນພະຈິກເພາະເປັນໄລຍະທີ່ເຜິ້ງເລີ່ມຊອກຫາບ່ອນສ້າງຮັງໃໝ່ ແລະ ເປັນໄລຍະທີ່ດອກໄມ້ເລີ່ມອອກດອກມີເກສອນ ແລະ ນ້ຳຫວານສຳລັບເຜິ້ງ. ສ່ວນການເກັບກ່ຽວນ້ຳເຜິ້ງຄວນດຳເນີນໃນຊ່ວງໄລຍະລະດູແລ້ງ ຫລື  ປະມານເດືອນມີນາ-ເມສາເພື່ອໃຫ້ໄດ້ນ້ຳເຜິ້ງທີ່ມີຄຸນນະພາບດີ ແລະ ມີປະລິມານສູງ.

ສໍາລັບ ທ່ານ​ໃດ​ທີ່​ຕ້ອງການ ນໍ້າ​ເຜີ້ງ​ທໍາ​ມະ​ຊາດ​ແທ້ ສາມາດ​ຕິດຕໍ່​ໄດ້​ທີ​່ເບີ 020 92222846 ຫລື ​ເພສ   So Green laos.

ໂດຍ: ມາລິດາ

KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນບົດ-ສາລະຄະດີ

      ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

      7/28/2026 9:25:42 AM

      ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

    • ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນບົດ-ສາລະຄະດີ

      ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

      7/28/2026 9:21:45 AM

      ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາບົດ-ສາລະຄະດີ

      ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາ

      7/28/2026 9:12:09 AM

      ຂປລ. ບຸນເຂົ້າພັນສາ ເປັນບຸນປະເພນີສຳຄັນອີກບຸນໜຶ່ງໃນຮີດສິບສອງຂອງຊາວລາວ ທີ່ສືບທອດມາແຕ່ບູຮານ ແລະ ເປັນວັນທີ່ພຸດທະສາສະນິກະຊົນທົ່ວປະເທດໄດ້ຮ່ວມກັນທຳບຸນ ຖວາຍສັງຄະທານ, ຖວາຍທຽນພັນສາ ແລະ ຜ້າ ອາບນ້ຳຝົນ ຊຶ່ງບຸນເຂົ້າພັນສາຈະຈັດຂຶ້ນໃນວັນຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຄະຕິ ເປັນວັນທີ່ພະສົງເລີ່ມເຂົ້າຈຳພັນສາເປັນເວລາ 3 ເດືອນໃນລະດູຝົນ.

ads
ads

Top