ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

28/07/2026 09:25
ຂປລ ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

     

ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດຮອງຮັບຄວາມຜັນຜວນຈາກສະພາບແວດລ້ອມພາຍນອກໄດ້ດີຂຶ້ນ. ມະຕິດັ່ງກ່າວມຸ່ງເນັ້ນການນຳໃຊ້ທ່າແຮງພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດ, ຫລຸດຜ່ອນການເພິ່ງພາຈາກພາຍນອກ, ສ້າງຄວາມເຂັ້ມແຂງໃຫ້ລະບົບເສດຖະກິດພາຍໃນ ແລະ ຍົກສູງຄວາມສາມາດໃນການຮັບມື ແລະ ຕ້ານທານກັບວິກິດການຕ່າງໆ.

ໃນໄລຍະຜ່ານມາ ການຜັນຂະຫຍາຍມະຕິໄດ້ຮັບການຈັດຕັ້ງຢ່າງເປັນລະບົບ ແລະ ບັນລຸຜົນສຳເລັດຫລາຍດ້ານ. ພາກລັດໄດ້ສຸມໃສ່ການປັບປຸງນະໂຍບາຍ, ກົດໝາຍ ແລະ ກົນໄກການບໍລິຫານເສດຖະກິດ ໃຫ້ມີຄວາມໂປ່ງໃສ ແລະ ເອື້ອອຳນວຍຕໍ່ການຜະລິດ, ການຄ້າ ແລະ ການລົງທຶນ. ພ້ອມກັນນັ້ນ, ຍັງໄດ້ຊຸກຍູ້ການຜະລິດພາຍໃນປະເທດ, ພັດທະນາກະສິກຳສະອາດ, ອຸດສາຫະກຳປຸງແຕ່ງ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຄວບຄູ່ກັບການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຄຸ້ມຄ່າ ແລະ ຍືນຍົງ.

ຜົນສຳເລັດທີ່ໂດດເດັ່ນ ແລະ ເປັນຮູບປະທຳ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວໃນໄລຍະຜ່ານມາມີດ້ານພົ້ນເດັ່ນຂຶ້ນດັ່ງນີ້:  ຜົນງານພົ້ນເດັ່ນອັນໜຶ່ງແມ່ນດ້ານການຜະລິດ ແລະ ການຄໍ້າປະກັນ ພຽງພໍພາຍໃນ ໂດຍການສົ່ງເສີມການຜະລິດກະສິກຳ ແລະ ແປຮູບ ໄດ້ມີການຊຸກຍູ້ການປູກຝັງ-ລ້ຽງສັດ ເພື່ອທົດແທນການນຳເຂົ້າຢ່າງແຂງແຮງ ໂດຍສະ ເພາະພືດເສດຖະກິດ, ຜັກ, ໝາກໄມ້ ແລະ ຊີ້ນສັດ ສາມາດສະໜອງໃຫ້ຕະຫລາດພາຍໃນໄດ້ເພີ່ມຂຶ້ນ. ພ້ອມທັງເພີ່ມການແປຮູບຜົນຜະລິດທາງການກະສິກຳ ແລະ ໄມ້ ເພື່ອຍົກສູງມູນຄ່າສິນຄ້າ ແລະ ຫລຸດການສົ່ງອອກວັດຖຸດິບ.

          ດ້ານການເງິນ, ເງິນຕາ ແລະ ຄວາມເຂັ້ມແຂງທາງງົບປະມານການຄຸ້ມຄອງເງິນຕາ ໄດ້ສົ່ງເສີມການນຳໃຊ້ເງິນກີບ ໃນການຊຳລະສະສາງພາຍໃນປະເທດຢ່າງເຂັ້ມງວດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ດຶງເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫລາຍຂຶ້ນ. ຂະນະດຽວກັນ, ການເກັບລາຍຮັບງົບປະມານໄດ້ຫັນສູ່ລະບົບດີຈິຕອນຫລາຍຂຶ້ນ ເພື່ອຫລຸດການຮົ່ວໄຫວ ແລະ ຄຸ້ມຄອງໜີ້ສາທາລະນະໃຫ້ມີປະສິດທິຜົນ.

          ດ້ານການຄ້າ, ການບໍລິການ ແລະ ການເຊື່ອມໂຍງ-ເຊື່ອມຈອດ ໄດ້ນຳໃຊ້ປະໂຫຍດຈາກໂຄງສ້າງພື້ນຖານເຊັ່ນ: ທາງລົດໄຟ ລາວ-ຈີນ, ທາງດ່ວນ, ແລະ ທ່າບົກ/ດ່ານສິນຄ້າ ເພື່ອປ່ຽນຈາກປະເທດທີ່ ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ ສູນກາງການເຊື່ອມໂຍງຂອງພາກພື້ນ.ພ້ອມນັ້ນ, ຍັງໄດ້ຍົກລະດັບການການສົ່ງອອກສິນຄ້າທີ່ມີມູນຄ່າເພີ່ມຂຶ້ນ ແລະ ຊຸກຍູ້ການທ່ອງທ່ຽວພາຍໃນ ລາວທ່ຽວລາວຄວບຄູ່ກັບປີທ່ອງທ່ຽວລາວ  ເພື່ອດຶງລາຍຮັບເຂົ້າປະເທດ.

ຂະນະດຽວກັນ, ການພັດທະນາພະລັງງານ ແລະ ຊັບພະຍາກອນຢ່າງມີຄວາມຍືນຍົງ ການເປັນ "ໝໍ້ໄຟແຫ່ງ ອາຊີ": ສືບຕໍ່ພັດທະນາພະລັງງານສະອາດ (ພະລັງງານນ້ຳ, ແສງຕາເວັນ ແລະ ພະລັງງານລົມ) ເພື່ອຄໍ້າປະກັນພະລັງງານ ພາຍໃນ ແລະ ສົ່ງອອກສ້າງລາຍຮັບໃຫ້ປະເທດ.ຄວບຄູ່ກັນ ລັດຍັງໄດ້ປັບປຸງການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນໂດຍສະເພາະການຂຸດຄົ້ນແຮ່ທາດ ໃຫ້ມີຄວາມໂປ່ງໃສ ແລະ ເກີດປະໂຫຍດສຸງສຸດຕໍ່ປະເທດຊາດ.

   ຜົນສຳເລັດຈາກການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງ ເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນຄວາມສ່ຽງຈາກວິກິດການພາຍນອກເທົ່ານັ້ນ, ແຕ່ຍັງເປັນການວາງຮາກຖານໃຫ້ປະເທດຊາດມີຄວາມເຂັ້ມແຂງ, ສາມາດເພິ່ງພາຕົນເອງ, ປົກປ້ອງອະທິປະໄຕ ທາງເສດຖະກິດ ແລະ ສ້າງພື້ນຖານສຳລັບການພັດທະນາທີ່ຍືນຍົງໃນໄລຍະຍາວ.

KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນບົດ-ສາລະຄະດີ

      ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

      7/28/2026 9:21:45 AM

      ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມບົດ-ສາລະຄະດີ

      ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

      7/28/2026 9:19:03 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

    • ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາບົດ-ສາລະຄະດີ

      ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາ

      7/28/2026 9:12:09 AM

      ຂປລ. ບຸນເຂົ້າພັນສາ ເປັນບຸນປະເພນີສຳຄັນອີກບຸນໜຶ່ງໃນຮີດສິບສອງຂອງຊາວລາວ ທີ່ສືບທອດມາແຕ່ບູຮານ ແລະ ເປັນວັນທີ່ພຸດທະສາສະນິກະຊົນທົ່ວປະເທດໄດ້ຮ່ວມກັນທຳບຸນ ຖວາຍສັງຄະທານ, ຖວາຍທຽນພັນສາ ແລະ ຜ້າ ອາບນ້ຳຝົນ ຊຶ່ງບຸນເຂົ້າພັນສາຈະຈັດຂຶ້ນໃນວັນຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຄະຕິ ເປັນວັນທີ່ພະສົງເລີ່ມເຂົ້າຈຳພັນສາເປັນເວລາ 3 ເດືອນໃນລະດູຝົນ.

ads
ads

Top