ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

28/07/2026 09:21
ຂປລ ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

         ຂປລ. ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ການເຄ່ືອນໄຫວວຽກງານບໍລິການຂອງຕາແສງກະດັນ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທ່ີຍາດມາໄດ້ ເປັນຕ້ົນແມ່ນການຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ການຊຸກຍູ້ການຜະລິດກະສິກຳ, ການເກັບລາຍຮັບ, ການຂະຫຍາຍພື້ນຖານໂຄງລ່າງ, ໄຟຟ້າ, ການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວ. 

       ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາບາງວຽກງານຈຸດສຸມ ເພື່ອສືບຕໍ່ພັດທະນາຕາແສງກະດັນໃຫ້ເຂ້ັມແຂງ ຄື: ຕ້ອງເພ່ີມທະວີການສຶກສາອົບຮົມການເມືອງ- ແນວຄິດ, ສ້າງຄວາມສາມັກຄີທ່ົວປວງຊົນ ແລະ ເພີ່ມສະຕິລະວັງຕົວຕໍ່ກົນອຸບາຍເພີ່ມທະວີການທຳລາຍຄວາມສະຫງົບພາຍໃນ; ຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ, ສຸມໃສ່ຈັດຕັ້ງປະຕິບັ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ເຂັ້ມງວດສະກັດກັ້ນການລັກລອບຕັດໄມ້-ທໍາລາຍປ່າ ແລະ ຂຸດຄົ້ນແຮ່ທາດທ່ີຜິດກົດໝາຍ; ສ່ົງເສີມການຜະລິດກະສິກຳ-ລ້ຽງສັດ ເພື່ອເປັນສິນຄ້າຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ສ້າງຄອບຄົວ-ກຸ່ມຕົວແບບ, ສືບຕໍ່ແກ້ໄຂຄວາມທຸກຍາກ, ປັບປຸງກອງທຶນພັດທະນາບ້ານ, ຈັດສັນເຂດທີ່ຢູ່ ອາໄສ-ຜະລິດ ແລະ ຍົກລະດັບການບໍລິການທ່ອງທ່ຽວຜູກພັນກັບຜະລິດຕະພັນ ODOP;  ແກ້ໄຂບັນຫາເດັກປະລະການຮຽນ ແລະ ຈັດສັນຄູສອນໃຫ້ພຽງພໍ; ຍົກລະດັບການບໍລິການຢູ່ສຸກສາລາ-ໂຮງໝໍ, ປະຕິບັດ 11 ຕົວຊີ້ວັດ ແລະ ສັກຢາວັກຊິນ; ຕິດຕາມການຜັນແປຂອງນໍ້າຂອງ ແລະ ກະກຽມຄວາມພ້ອມຊ່ວຍເຫລືອປະຊາຊົນຫາກເກີດອຸທົກກະໄພ; ປັບປຸງລະບົບໂທລະໂຄ່ງປະຈຳຕາແສງ ແລະ ບ້ານ ເພື່ອແຈ້ງຂ່າວສານຢ່າງທົ່ວເຖິງ; ປັບປຸງກົນໄກບໍລິຫານລັດຜ່ານລະບົບປະຕູດຽວ (One-Stop Service) ແລະ ຝຶກອົບຮົມຍົກລະດັບຄວາມຮູ້- ຄວາມສາມາດໃຫ້ບຸກຄະລາກອນ ຂັ້ນຕາແສງ ແລະ ບ້ານ.

 ຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວເມືອງໂຂງ ກໍຄື ຕາແສງກະດັນ ຈະສາມາດຂ້າມຜ່ານຄວາມຫຍຸ້ງຍາກ, ສ້າງຕາແສງກະດັນ ໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ຮັ່ງມີ ແລະ ປະຊາຊົນມີຄວາມຢູ່ດີກິນດີ. 

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນບົດ-ສາລະຄະດີ

      ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

      7/28/2026 9:25:42 AM

      ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມບົດ-ສາລະຄະດີ

      ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

      7/28/2026 9:19:03 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

    • ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາບົດ-ສາລະຄະດີ

      ຄວາມໝາຍຂອງບຸນພັນສາ ຕາມຫລັກພຸດທະສາສະໜາ

      7/28/2026 9:12:09 AM

      ຂປລ. ບຸນເຂົ້າພັນສາ ເປັນບຸນປະເພນີສຳຄັນອີກບຸນໜຶ່ງໃນຮີດສິບສອງຂອງຊາວລາວ ທີ່ສືບທອດມາແຕ່ບູຮານ ແລະ ເປັນວັນທີ່ພຸດທະສາສະນິກະຊົນທົ່ວປະເທດໄດ້ຮ່ວມກັນທຳບຸນ ຖວາຍສັງຄະທານ, ຖວາຍທຽນພັນສາ ແລະ ຜ້າ ອາບນ້ຳຝົນ ຊຶ່ງບຸນເຂົ້າພັນສາຈະຈັດຂຶ້ນໃນວັນຂຶ້ນ 15 ຄໍ່າ ເດືອນ 8 ຕາມປະຕິທິນຈັນທະຄະຕິ ເປັນວັນທີ່ພະສົງເລີ່ມເຂົ້າຈຳພັນສາເປັນເວລາ 3 ເດືອນໃນລະດູຝົນ.

ads
ads

Top