ລາວ-ຫວຽດນາມ ສືບຕໍ່ວາງຮາກຖານອັນໝັ້ນຄົງສະໜັບສະໜູນການພັດທະນາຢ່າງຍືນຍົງ

04/02/2026 14:04
Email Print 124
ຂປລ ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ

ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງສປປ ລາວ, ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມຈະເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນລະຫວ່າງ ວັນທີ 5 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການຢ້ຽມຢາມໃນຄັ້ງນີ້, ເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ສະຫາຍ ໂຕ ເລິມ ເລຂາທິການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນປີ 2026 ແລະ ທັງແມ່ນການຢ້ຽມຢາມຄັ້ງທຳອິດ ໃນຖານະເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະໄໝທີ XIV. ພ້ອມກັນນັ້ນ, ກໍແມ່ນການຕ້ອນຮັບແຂກຄັ້ງທຳອິດຂອງ ພັກ-ລັດ ແລະ ປະຊາຊົນລາວ ພາຍຫລັງຜົນສຳເລັດອັນສະຫງ່າຜ່າເຜີຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ດ້ວຍຄວາມໝາຍທາງດ້ານປະຫວັດສາດ ແລະ ຄວາມສຳຄັນອັນໃຫຍ່ຫລວງຂອງການຢ້ຽມຢາມຄັ້ງນີ້ ເປັນການຢັ້ງຢືນຄືນອີກຄັ້ງເຖິງລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງອັນສູງສົ່ງ ແລະ ນະໂຍບາຍທີ່ສະ
ເໝີຕົ້ນສະເໝີປາຍຂອງ ສສ ຫວຽດນາມ ໃນການໃຫ້ຄວາມສຳຄັນສູງສຸດຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່
, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກໍຄື ການເຊື່ອມຈອດຍຸດທະສາດລະຫວ່າງ ຫວຽດນາມ-ລາວ, ລາວ-ຫຽດນາມ  ໂດຍສະເພາະໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ພາຍຫລັງຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ລວມທັງຜົນສຳເລັດການຢ້ຽມຢາມ ສສ ຫວຽດນາມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນລະຫວ່າງວັນທີ 26-27 ມັງກອນ 2026 ທີ່ຜ່ານມາ. ການທີ່ການນຳຂັ້ນສູງຂອງທັງສອງຝ່າຍ ມີການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໄດ້ສະແດງໃຫ້ເຫັນເຖິງການຄຽງບ່າຄຽງໄຫລ່, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ຄວາມພ້ອມໃນການແບ່ງປັນບົດຮຽນບົນເສັ້ນທາງການພັດທະນາປະເທດຊາດ, ຕະຫລອດຮອດຄວາມມຸ່ງໝັ້ນຮ່ວມກັນໃນການປົກປັກຮັກສາ ແລະ ເສີມສ້າງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິຜົນ ແລະ ຍົກລະດັບຂຶ້ນສູ່ບາດກ້າວໃໝ່ຢ່າງຕໍ່ເນື່ອງ.

ໃນຂະນະດຽວກັນ, ການຢ້ຽມຢາມຄັ້ງນີ້ ຍັງສະທ້ອນໃຫ້ເຫັນເຖິງຄວາມຜູກພັນອັນເລິກເຊິ່ງ, ຄວາມເອົາໃຈໃສ່ ແລະ ຄວາມໃກ້ຊິດສະໜິດສະໜົມຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລີມ ກໍຄື ບັນດາການນຳຫວຽດນາມ ທີ່ມີຕໍ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາການນຳລາວ ຊຶ່ງລ້ວນແຕ່ແມ່ນສະຫາຍ, ອ້າຍນ້ອງ ແລະ ເພື່ອນມິດທີ່ຊື່ສັດບໍລິສຸດຕໍ່ກັນ ຕະຫລອດຫລາຍໄລຍະຜ່ານມາ ແລະ ກຳລັງຮ່ວມກັນກ້າວເຂົ້າສູ່ຍຸກສະໄໝໃໝ່.

ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປຢ່າງວ່ອງໄວ ແລະ ສະຫລັບຊັບຊ້ອນ, ພາຍໃຕ້ການນຳພາຂອງສອງພັກ, ສອງລັດ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ຍັງຄົງໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຈົບງາມ, ເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.

ໃນໄລຍະຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ ໄດ້ກຳນົດແນວທາງ, ນະໂຍບາຍ, ທິດທາງ ແລະ ມະຕິຍຸດທະສາດທີ່ສຳຄັນ ສຳລັບໄລຍະການພັດທະນາໃໝ່ຂອງແຕ່ລະປະເທດ. ດັ່ງນັ້ນ, ການຢ້ຽມຢາມໃນຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນເຖິງການຄຽງບ່າຄຽງໄຫລ່, ຄວາມຜູກພັນຍຸດທະສາດ ແລະ ເຈດຈຳນົງທາງການເມືອງໃນລະດັບສູງສຸດຂອງການນຳທັງສອງຝ່າຍ ໃນການຮ່ວມກັນຂັບເຄື່ອນການຈັດຕັ້ງປະຕິບັດບັນດາເປົ້າ
ໝາຍທີ່ກອງປະຊຸມໃຫຍ່ໄດ້ກຳນົດໄວ້ ໃຫ້ປະສົບຜົນສຳເລັດເປັນຮູບປະທຳ
. ພ້ອມກັນນັ້ນ, ກໍເພື່ອປະສານງານຢ່າງໃກ້ຊິດໃນບັນດາປະເດັນຍຸດທະສາດທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນດ້ານການສ້າງພັກ, ການສ້າງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ການສ້າງເສດຖະກິດເອກະລາດ ເພິ່ງຕົນເອງ, ການຮັກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕະຫລອດຮອດຂະຫຍາຍການເຊື່ອມໂຍງກັບສາກົນ ເພື່ອເຮັດໃຫ້ເນື້ອໃນຂອງການເຊື່ອມຈອດຍຸດທະສາດ ຫວຽດນາມ-ລາວ ປະກົດຜົນເປັນຈິງ, ພ້ອມທັງສືບທອດມູນເຊື້ອອັນດີງາມ ແລະ ຍົກລະດັບຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ກ້າວຂຶ້ນສູ່ລະດັບ
ໃໝ່
.ໃນນັ້ນ, ສາຍພົວພັນທາງການເມືອງ ຖືເປັນແກນຫລັກໃນການກຳນົດທິດທາງຍຸດທະສາດລວມຂອງການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ໃນຂະນະທີ່ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນເສົາຄ້ຳສຳຄັນ ທີ່ມີສ່ວນຊ່ວຍຄ້ຳຊູຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມໃນແຕ່ລະປະເທດ. ພ້ອມກັນນັ້ນ, ຍັງມຸ່ງເນັ້ນສ້າງການປ່ຽນແປງຢ່າງແຂງແຮງ ແລະ ບຸກທະລຸຍຸດທະສາດໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາພື້ນຖານໂຄງລ່າງ ເພື່ອຍົກລະດັບຂະແໜງການນີ້ໃຫ້ເປັນເສົາຄ້ຳຂອງການເຊື່ອມຈອດຍຸດທະສາດ ທີ່ສອດຄ່ອງກັບສະຖານະ ແລະ ຄວາມສຳຄັນຂອງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ. ນອກຈາກນີ້, ທັງສອງຝ່າຍຈະສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໂດຍຖືເປັນຮາກຖານທີ່ໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮ່ວມກັນບົ່ມສອນສາຍພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງທະໜົງແກ່ນຕະຫລອດໄປ.

ການທີ່ການນຳຂອງສອງພັກ, ສອງລັດ ຫວຽດນາມ-ລາວ, ລາວ-ຫວຽດນາມ ມີການພົບປະກັນຫລາຍຄັ້ງໃນໄລຍະເວລາອັນສັ້ນ ແລະ ມີການຢ້ຽມຢາມເຊິ່ງກັນ ແລະ ກັນເປັນຄັ້ງທຳອິດ ພາຍຫລັງກອງປະຊຸມໃຫຍ່ຂອງພັກໃນແຕ່ລະສະໄໝ ໄດ້ສະທ້ອນໃຫ້ເຫັນຢ່າງເລິກເຊິ່ງເຖິງລະດັບຄວາມໄວ້ເນື້ອເຊື່ອໃຈທາງການເມືອງຢ່າງສົມບູນ ແລະ ຄວາມຜູກພັນຍຸດທະສາດອັນແໜ້ນແຟ້ນຂອງສາຍພົວພັນແບບສະຫາຍ ແລະ ອ້າຍນ້ອງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຈາກພັນທະມິດການຕໍ່ສູ້, ຫລໍ່ຫລອມຜ່ານປະຫວັດສາດ ແລະ ໄດ້ຮັບການສືບທອດ, ຮັກສາ ໂດຍການນຳຫລາຍຮຸ່ນຄົນ.ການທີ່ການນຳຂັ້ນສູງຂອງທັງສອງປະເທດມີການພົບປະ ແລະ ແລກປ່ຽນກັນຢ່າງເປັນປົກກະຕິ ນັບເປັນໂອກາດດີໃຫ້ທັງສອງຝ່າຍຮ່ວມກັນສະຫລຸບ ແລະ ຕີລາຄາຜົນການຮ່ວມມືທະວິພາຄີ, ກຳນົດທິດທາງໃນອະນາຄົດ, ແບ່ງປັນວິໄສທັດຍຸດທະສາດ ແລະ ເສີມສ້າງການປະສານງານໃນການວາງແຜນນະໂຍບາຍການພັດທະນາຂອງແຕ່ລະປະເທດ. ສິ່ງເຫລົ່ານີ້ຈະເປັນການວາງຮາກຖານອັນໝັ້ນຄົງ ໃຫ້ສາຍພົວພັນ ຫວຽດນາມ-ລາວ ພັດທະນາໄປຢ່າງເປັນຮູບປະທໍາ, ມີປະສິດທິຜົນຍິ່ງຂຶ້ນ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ສະໜັບສະໜູນການພັດທະນາຢ່າງຍືນຍົງຂອງທັງສອງປະເທດ ລາວ ແລະ ຫວຽດນາມ.

KPL

ຂ່າວອື່ນໆ

ads
ads

Top