ຂປລ
ທະນາຄານໂລກ (World Bank) ແລະ ກອງທຶນການເງິນ ສາກົນ (IMF) ໄດ້ເປີດເຜີຍວ່າ: ຄະນະ ກຳມະການ ບໍລິຫານ ຂອງ ທັງສອງ ອົງກອນ ໄດ້ອະນຸມັດ ການປະຕິຮູບ ກອບການປະເມີນ ຄວາມຍືນຍົງ ຂອງ ໜີ້ສິນຮ່ວມກັນ ສຳລັບ ບັນດາ ປະເທດ ທີ່ມີ ລາຍໄດ້ນ້ອຍ
ຂປລ. ສຳນັກຂ່າວ ອິນໂຟໂຄວສ: ເມື່ອວັນທີ 21 ກັນຍາ ວ່າ: ທະນາຄານໂລກ (World Bank) ແລະ ກອງທຶນການເງິນ ສາກົນ (IMF) ໄດ້ເປີດເຜີຍວ່າ: ຄະນະ ກຳມະການ ບໍລິຫານ ຂອງ ທັງສອງ ອົງກອນ ໄດ້ອະນຸມັດ ການປະຕິຮູບ ກອບການປະເມີນ ຄວາມຍືນຍົງ ຂອງ ໜີ້ສິນຮ່ວມກັນ ສຳລັບ ບັນດາ ປະເທດ ທີ່ມີ ລາຍໄດ້ນ້ອຍ ເພື່ອສະແດງໃຫ້ເຫັນເຖິງ ສະພາບແວດລ້ອມ ທາງດ້ານເສດຖະກິດ ທີ່ມີ ຄວາມຊັບຊ້ອນ ແລະ ມີຄວາມສ່ຽງ ທີ່ເພີ່ມສູງຂຶ້ນ.
ການປ່ຽນແປງ ດັ່ງກ່າວ ຈະເລີ່ມນຳໃຊ້ ໃນໄລຍະ 6 ເດືອນທ້າຍ ປີ 2027 ໂດຍທາງ IMF ແລະ ທະນາຄານໂລກ ໄດ້ລະບຸວ່າ ກອບການໃໝ່ນີ້ ຈະຊ່ວຍໃຫ້ ປະເທດຕ່າງໆ ສາມາດ ປະເມີນ ໄດ້ດີຂຶ້ນ, ພວກເຂົ ສາມາດລົງທຶນ ໃນໂຄງການ ພັດທະນາ ທີ່ມີ ຄວາມຈຳເປັນ ແລະ ມາດຕະການ ຮັບມືກັບ ການປ່ຽນແປງ ຂອງ ດິນຟ້າອາກາດໄດ້ຫລາຍພຽງໃດ ໂດຍທີ່ຍັງສາມາດ ຄວບຄຸມ ການປຽບທຽບ ບາງຄວາມສ່ຽງ ດ້ານໜີ້ສິນ ໃນໄລຍະຍາວໄວ້ໄດ້. ການທົບທວນ ກອບການດັ່ງກ່າວ ເຊິ່ງຖືເປັນ ການທົບທວນ ຄັ້ງທຳອິດ ນັບຕັ້ງແຕ່ ປີ 2017 ເປັນຕົ້ນມາ, ໄດ້ມີຂໍ້ສະເໜີໃຫ້ ເພີ່ມການວິເຄາະ ໜີ້ສິນ ພາຍໃນ ປະເທດ ຂອງ ບັນດາ ກຸ່ມປະເທດ ທຸກຍາກ ລວມທັງ ການຂະຫຍາຍຂອບເຂດການພິຈາລະນາ ສິ່ງທ້າທາຍ ດ້ານການ ພັດທະນາ ໃນໄລຍະຍາວ ເຊັ່ນ: ບັນຫາ ການປ່ຽນແປງ ຂອງ ດິນຟ້າອາກາດ, ແຕ່ກໍບໍ່ໄດ້ສະເໜີ ໃຫ້ອອກແບບ ກອບການປະເມີນຂຶ້ນໃໝ່ ທັງໝົດ.
ການປະຕິຮູບ ໃນຄັ້ງນີ້ ມີເປົ້າໝາຍ ເພື່ອປັບປຸງ ວິທີການ ປະເມີນ ຄວາມສາມາດ ຂອງ ແຕ່ລະປະເທດ ໃນການຮອງຮັບ ພາລະໜີ້ສິນ ຂອງ IMF ແລະ ທະນາຄານໂລກ ພ້ອມທັງເພີ່ມເຄື່ອງມື ໃນການ ຈຳແນກ ລະຫວ່າງປະ ເທດທີ່ມີຄວາມສ່ຽງ ຕໍ່ພາວະໜີ້ສິນ ກັບ ປະເທດ ທີ່ມີພາລະໜີ້ສິນ ເຊິ່ງຖືກປະເມີນວ່າ ບໍ່ສາມາດ ຊຳລະໄດ້ຢ່າງຍືນຍົງ./
KPL