ຂປລ
ເຈົ້າໜ້າທີ່ ຖະແຫລງຂ່າວ ຂອງ ອົງການອະນາໄມໂລກ ໃຫ້ຮູ້ວ່າ: ເຖິງແມ່ນວ່າ ສ.ອາເມລິກາ ໄດ້ສະເໜີ ຖອນຕົວ ອອກຈາກ ອົງການ ອະນາໄມໂລກ ຄົບຮອບ 1 ປີ, ແຕ່ ສ.ອາເມລິກາ ຍັງຄ້າງຊໍາລະ ຄ່າທໍານຽມ ສະມາຊິກ.
ຂປລ, ວິທະຍຸ ໂທລະພາບ ສູນກາງຈີນ (CMG), ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ຖະແຫລງຂ່າວ ຂອງ ອົງການອະນາໄມໂລກ ໃຫ້ຮູ້ວ່າ: ເຖິງແມ່ນວ່າ ສ.ອາເມລິກາ ໄດ້ສະເໜີ ຖອນຕົວ ອອກຈາກ ອົງການ ອະນາໄມໂລກ ຄົບຮອບ 1 ປີ, ແຕ່ ສ.ອາເມລິກາ ຍັງຄ້າງຊໍາລະ ຄ່າທໍານຽມ ສະມາຊິກ. ອົງການ ອະນາໄມໂລກ ຈະປຶກສາຫາລື ກ່ຽວກັບ ກໍລະນີທີ່ ສ.ອາເມລິກາ ຖອນຕົວ ອອກຈາກ ອົງການຕົນ ໃນກອງປະຊຸມ ຄະນະບໍລິຫານງານ ທີ່ຈະຈັດຂຶ້ນ ໃນຕົ້່ນເດືອນ ກຸມພາ 2026 ນີ້.
ຕາມຂ່າວແຈ້ງວ່າ: ຖ້າຫາກສ.ອາເມລິກາ ຢາກຖອນຕົວອອກຈາກ ອົງການອະນາໄມໂລກ, ຕ້ອງຊໍາລະຄ່າທໍານຽມ ສະມາຊິກສໍາລັບປີ 2024-2025 ມູນຄ່າ 278 ລ້ານໂດລາສະຫະລັດ ທີ່ຍັງຄ້າງຊໍາລະຢູ່. ເຖີງຢ່າງໃດກໍຕາມ ກະຊວງການຕ່າງປະເທດ ສ.ອາເມລິກາ ໄດ້ອອກຖະແຫລງການວ່າ ປະທດນີ້ ຈະບໍ່ຊໍາລະຄ່າທໍານຽມໃດໆ ກ່ອນຕົນ ຖອນຕົວອອກຈາກ ອົງການອະນາໄມໂລກ.
ທ່ານ ເຕໂດສ ອັດຮານອມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ ອົງການ ອະນາໄມໂລກ ໄດ້ຢືນຢັນໃນກອງປະຊຸມ ຖະແຫລງຂ່າວ ທີ່ຈັດຂຶ້ນ ໃນວັນທີ 13 ມັງກອນ ຜ່ານມາວ່າ ການທີ່ ສ.ອາເມລິກາ ຖອນຕົວ ອອກຈາກອົງການ ອະນາໄມໂລກ ເປັນການເສຍຫາຍ ສໍາລັບ ສ.ອາເມລິກາ ກໍຄື ປະເທດອື່ນໆໃນໂລກ./.
KPL