
ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ຫວຽດນາມ: ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດສະໄໝທີ XIV ຂອງ ພັກກອມມູນິດ ຫວຽດນາມ ໄດ້ອັດລົງ ຢ່າງສົມກຽດ ໃນວັນທີ 23 ມັງກອນ, ຢູ່ຫໍປະຊຸມ ແຫ່ງຊາດ ທີ່ນະຄອນ ຫລວງຮ່າໂນ້ຍ, ພາຍຫລັງ ການເຮັດວຽກ ມາເປັນເວລາ 5 ວັນ (19-23 ມັງກອນ).
ໂດຍການເຂົ້າຮ່ວມ ພິທີອັດ ລວມມີ ຜູ້ແທນ 1.586 ສະຫາຍ, ພ້ອມກັບ ບັນດາ ນັກປະຕິວັດ ຜູ້ອາວຸໂສ, ບັນດາແມ່ຍິງຫວຽດນາມ ວິລະຊົນ, ຜູ້ຕາງໜ້າ ຜູ້ຊົງຄຸນວຸດທິ, ປັນຍາຊົນ, ເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າຄະນະ ທູຕານຸທູດ, ອົງການ ຈັດຕັ້ງສາກົນ.
ຕາງໜ້າຄະນະ ປະທານ ກອງປະຊຸມໃຫຍ່ ລາຍງານ ໝາກຜົນ ກອງປະຊຸມ ຄັ້ງປະຖົມມະລຶກ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIV, ທ່ານ ເຈິ່ນແທັງເໝິນ ປະທານ ສະພາແຫ່ງຊາດ ໄດ້ປະກາດຄະນະບໍລິຫານງານ ສູນກາງພັກໄດ້ເລືອກຕັ້ງ ກຳມະການກົມການເມືອງ ສະໄໝທີ XIV 19 ທ່ານ ດ້ວຍຈຳນວນ ບັດເລືອກຕັ້ງ ໄວ້ວາງໃຈຢູ່ລະດັບສູງ.
ດ້ວຍບັດເລືອກຕັ້ງ 100%, ຄະນະ ບໍລິຫານງານ ສູນກາງພັກ ສະໄໝທີ XIV ໄດ້ເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກ ສະໄໝທີ XIII ໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.

ເມື່ອກ່າວຄຳເຫັນພາຍຫລັງທີ່ ກຳມະການ ຄະນະບໍລິຫານງານ ສູນກາງພັກສະໄໝທີ XIV ຈຳນວນ 200 ສະຫາຍ ໄດ້ສະເໜີຕົວ ຕໍ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກສະໄໝທີ XIV, ຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດ ແລະ ຄວາມຮັບຜິດຊອບທີ່ຍິ່ງໃຫຍ່.
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ເສັ້ນທາງໃນຂ້າງໜ້າ ມີຫລາຍວຽກທີ່ໃຫຍ່, ຮຽກຮ້ອງໃຫ້ມີຄວາມຕັດສິນໃຈສູງ, ການປະຕິບັດ ລະບຽບວິໄນ ຢ່າງເຂັ້ມງວດ ແລະ ຄວາມມານະ ພະຍາຍາມ ຢ່າງບໍ່ຢຸດຢັ້ງ. ທ່ານກ່າວຕື່ມອີກວ່າ:“ຕໍ່ໜ້າພັກ, ຕໍ່ໜ້າປະຊາຊົນ, ພວກຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາ ຈະສາມັກຄີກັນ ເປັນຈິດໜຶ່ງໃຈດຽວ ເຮັດວຽກ ຢ່າງຈິງຈັງ, ກະທຳຢ່າງຂ້ຽວຂາດ, ມານະພະຍາຍາມ ຈົນສຸດຄວາມ ສາມາດຂອງຕົນ ເພື່ອສົມກັບຄວາມເຊື່ອໝັ້ນຂອງພັກ, ປະຊາຊົນ, ບັນດາຜູ້ແທນ ກອງປະຊຸມໃຫຍ່, ຕັດສິນໃຈ ນຳພາປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນຳປະເທດ ພັດທະນາ ຢ່າງຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ໃນສັງກາດ ໃໝ່”.
ໃນວາລະ ອັດກອງປະຊຸມ, ບັນດາຜູ້ແທນໄດ້ລົງຄະແນນສຽງ ຮັບຮອງ ເອົາມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XIV ຂອງ ພັກກອມມູນິດ ຫວຽດນາມ. ຫລັງຈາກນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XIV ໄດ້ກ່າວບົດປາໄສ ອັດກອງປະຊຸມໃຫຍ່, ໂດຍຢັ້ງຢືນວ່າ ກອງປະຊຸມໃຫຍ່ ໄດ້ປະສົບ ຜົນສຳເລັດ ຢ່າງຈົບງາມ.
ພາຍຫລັງ ວາລະ ອັດກອງປະຊຸມ ໄດ້ດຳເນີນການ ຖະແຫລງຂ່າວສາກົນ ເພື່ອແຈ້ງໃຫ້ຊາບໝາກຜົນ ຂອງກອງປະຊຸມໃຫຍ່ ສະໄໝທີ XIV ຂອງພັກ. ໃນຕອນຄໍ່າ ຂອງ ວັນດຽວກັນ ຢູ່ສະໜາມ ກິລາແຫ່ງຊາດໝີດິ່ງ ທີ່ນະຄອນຫລວງ ຮ່າໂນ້ຍ ໄດ້ດຳເນີນ ລາຍການ ໄດ້ສະແດງ ສິລະປະພິເສດ “ພາຍໃຕ້ຄັນທຸງ ອັນສະຫງ່າຂອງພັກ”, ເພື່ອຊົມເຊີຍ ຜົນສຳເລັດ ຂອງກອງປະຊຸມໃຫຍ່. ລາຍການສະແດງ ສິລະປະດັ່ງກ່າວ ໄດ້ສະແດງ ໃຫ້ເຫັນ ຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບ ທີ່ມີຕໍ່ ການນຳພາ ຂອງພັກ ກອມມູນິດ ຫວຽດນາມ, ຕັດສິນໃຈປະຕິບັດມະຕິ ກອງປະຊຸມໃຫຍ່ ສະໄໝທີ XIV ໄດ້ປະສົບຜົນສຳເລັດ ຢ່າງມີໄຊ. /