ກຳປູເຈຍ ປະກາດຂາຍສັນຊາດໃຫ້ນັກລົງທຶນ-ຜູ້ບໍລິຈາກເລີ່ມຕົ້ນ 4.000 ລ້ານເຣຍ

26/01/2026 13:03
Email Print 126
ຂປລ ຊາວຕ່າງ ປະເທດ ທີ່ລົງທຶນ ດ້ວຍມູນຄ່າ 4.000 ລ້ານເຣຍ ໂດຍສະເພາະ ໂຄງການລົງທຶນ ທີ່ຖືກຕ້ອງ ຕາມກົດໝາຍໃນ ກຳປູເຈຍ ສາມາດ ຢື່ນຂໍສັນຊາດ ກຳປູເຈຍ ໄດ້ເຊັ່ນດຽວກັນກັບ ຜູ້ທີ່ບໍລິຈາກເງິນສົດ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ພະນົມເປັນກຳປູເຈຍ ເມື່ອບໍ່ດົນມານີ້,  ຊາວຕ່າງ ປະເທດ ທີ່ລົງທຶນ ດ້ວຍມູນຄ່າ 4.000 ລ້ານເຣຍ ໂດຍສະເພາະ ໂຄງການລົງທຶນ ທີ່ຖືກຕ້ອງ ຕາມກົດໝາຍໃນ ກຳປູເຈຍ ສາມາດ ຢື່ນຂໍສັນຊາດ ກຳປູເຈຍ ໄດ້ເຊັ່ນດຽວກັນກັບ ຜູ້ທີ່ບໍລິຈາກເງິນສົດ ໃຫ້ແກ່ລັດຖະບານ ຫລື ພາກສ່ວນ ດ້ານມະນຸດສະທຳ ເປັນຈຳນວນເງິນ ລວມ 12.000 ລ້ານເຣຍ.

ຕາມຣາຊະດຳລັດ ສະບັບຍ່ອຍ ວ່າດ້ວຍການບັງຄັບ ໃຊ້ກົດໝາຍສັນຊາດ ລົງວັນທີ 1 ທັນວາ 2017 ຕາມມາດຕາທີ 29 ຊາວຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຈາກໜ່ວຍງານ ກ່ຽວຂ້ອງ ທີ່ລົງທຶນຢ່າງຖືກ ຕ້ອງຕາມກົດໝາຍໃນພື້ນທີ່ສຳຄັນ, ສາມາດຍື່ນ ຂໍສັນຊາດ ກຳປູເຈຍ ໄດ້ໂດຍການປ່ຽນ ສັນຊາດ ຕາມມາດຕາ 21.

ໂດຍນັກລົງທຶນ ຕ່າງປະເທດ ທຸກຄົນ ທີ່ຍື່ນຂໍສັນຊາດ ກຳປູເຈຍ ຈະໄດ້ຮັບການປະເມີນ ໂດຍກະຊວງປ້ອງກັນປະເທດ ແລະ ໃນບາງກໍລະນີ ກະຊວງ ອາດຈະ ປຶກສາຫາລື ກັບ ກະຊວງອື່ນໆ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອທົບທວນ ການຕັດສິນໃຈ ຂັ້ນສຸດທ້າຍ. ຢ່າງໃດກໍ່ຕາມ ເງິນລົງທຶນ ສ່ວນບຸກຄົນ ຕ້ອງມີທີ່ມາຢ່າງຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ./.

KPL

ຂ່າວອື່ນໆ

ads
ads

Top