ຂປລ
ເນື່ອງໃນໂອກາດ ທ່ານ ໂຕເລິມ ໄດ້ຮັບຄວາມເຫັນດີເປັນເອກະພາບ ຢ່າງຂາດຂັ້ນ ຈາກຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ໄດ້ເລືອກຕັ້ງ ໃຫ້ສືບຕໍ່ ເປັນເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV.
ຂປລ. ສຳນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ: ເນື່ອງໃນໂອກາດ ທ່ານ ໂຕເລິມ ໄດ້ຮັບຄວາມເຫັນດີເປັນເອກະພາບ ຢ່າງຂາດຂັ້ນ ຈາກຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ໄດ້ເລືອກຕັ້ງ ໃຫ້ສືບຕໍ່ ເປັນເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV. ສະນັ້ນ ບັນດາຜູ້ນຳຂັ້ນສູງລາວ, ຈີນ ແລະ ກຳປູເຈຍ ໄດ້ສົ່ງສານ, ຈົດໝາຍຊົມເຊີຍ.
ໃນຈົດໝາຍ ຊົມເຊີຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງສປປລາວ ໄດ້ເນັ້ນໜັກວ່າ ເລື່ອງ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການເລືອກຕັ້ງ ເປັນເລຂາທິການໃຫຍ່ ຕື່ມອີກສະໄໝໜຶ່ງ ເຊິ່ງເປັນ ການສະແດງ ໃຫ້ເຫັນຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ ບັນດາ ການປະກອບສ່ວນ ຢ່າງໃຫຍ່ຫລວງ ກ່ຽວກັບ ພູມປັນຍາ, ເຫື່ອແຮງ, ບົດຮຽນ ປະສົບການ ທີ່ ອຸດົມສົມບູນ ຂອງ ທ່ານເລຂາທິການໃຫຍ່ ໃນການຊີ້ນຳ - ນຳພາໃນຕະຫລອດໄລຍະຜ່ານມາ; ພ້ອມທັງ ຢັ້ງຢືນ ຈະພ້ອມກັບ ທ່ານເລຂາທິການໃຫຍ່ ແລະ ຄະນະການນຳໃໝ່ ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ ຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມທະວີ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ - ຫວຽດນາມ
ໃນສານຊົມເຊີຍ ຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສປ.ຈີນ ສີຈີ້ນຜິງ ໄດ້ເປີດເຜີຍວ່າ: “ຂ້າພະເຈົ້າ ເຄົາລົບນັບຖື ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ຈີນ - ຫວຽດນາມ, ພ້ອມແລ້ວ ທີ່ຈະພ້ອມກັບ ສະຫາຍເລຂາທິການໃຫຍ່ ເພີ່ມທະວີ ການແລກປ່ຽນ ຍຸດທະສາດ, ເສີມ ຂະ ຫຍາຍ ໄມຕີຈິດ ມິດຕະພາບ, ຢືດໝັ້ນຊຸກຍູ້ ພາລະກິດ ສັງຄົມນິຍົມ, ນຳພາການຮ່ວມມື ຍຸດທະສາດຮອບດ້ານ ແລະ ເລື່ອງສ້າງປະຊາຄົມ ແບ່ງປັນໃນອະນາຄົດ ຈີນ - ຫວຽດນາມ ໃຫ້ບັນລຸ ໄດ້ຫລາຍໝາກຜົນ ທີ່ຍິ່ງໃຫຍ່ ຢ່າງບໍ່ຢຸດຢັ້ງ, ນຳມາ ເຊິ່ງຜົນປະໂຫຍດ ໃຫ້ແກ່ ປະຊາຊົນ ສອງປະເທດ ນັບມື້ນັບ ຫລາຍຂຶ້ນກວ່າອີກ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຈະເລີນຮຸ່ງເຮືອງ ຂອງ ພາກພື້ນ ແລະ ໃນໂລກ.”
ໃນຈົດໝາຍ ຊົມເຊີຍ, ພະມະຫາກະສັດລາຊະອານາຈັກ ກຳປູເຈຍ Norodom Sihamoni ໄດ້ສົ່ງຄຳອວຍພອນ ຢ່າງຈິງໃຈ ມາຍັງ ທ່ານເລຂາທິການໃຫຍ່ ໂຕເລິມ; ພ້ອມທັງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ນຳພາຂອງທ່ານເລຂາທິການໃຫຍ່, ຫວຽດນາມ ຈະບັນລຸໄດ້ ບັນດາ ຜົນສຳເລັດ ແລະ ພັດທະນາຍິ່ງໃຫຍ່ກວ່າ ໃນທຸກຂົງເຂດ, ພ້ອມທັງ ຮັກສາ ບົດບາດ ສຳຄັນ ໃນພາກພື້ນ ແລະ ໃນໂລກ./
KPL