7202

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 26.01.2026 ປີທີ 25 ສະບັບທີ 6.362ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K ,v[{Ia [|h kmuj g]0k7tot[= ]y sko'kora d xtmkol6 odk'co;]k;lh k'-kf xtfa [s]Pow-cI''ko c]t .[ph v'p= .sh [5 d7q ofu gfa j o mu j xtdv[lj ;o;Pd'ko-kpcfo ]k;{s;Pfok, c]t ]k;{,Po,k ສະຫາຍ ທອງລຸນ ສີສຸລິດ (ຜູ້ທີ 7 ນັບຈາກຊ້າຍຫາຂວາ ແຖວຫລັງ) ,v[{Ia [|h kmu j sq ;|h kvq 'dkowvptdko xt-k-q ol6 'l5 f z6 h gdq j k c]t z6 h .\j mqj ;xtgmf,u z6h lt\a dIa [g]n vd8A ' gxa o ll- -5 fmu X ma '\q f 243 mj ko ]a f4t,q o8u xd- goA o.sh gxa og9Q kdkoxt8y [a f co;mk' xd-{xdl mq j ;x;'-q oIv[fh ko0v'ra d ຂປລ. ສູນກາງແນວລາວສ້າງ ຊາດ(ສນຊ) ຈັດພິທີມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານ ພັກ, ປະທານສູນກາງແນວລາວ ສ້າງຊາດ ລະຫວ່າງ ສະຫາຍ ສິນ ລະວົງ ຄຸດໄພທູນ ເລຂາຄະນະ ບໍລິຫານງານພັກ, ປະທານສູນກາງ ແນວລາວສ້າງຊາດ (ຜູ້ເກົ່າ) ແລະ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, lko-q ,g-u pg]0kmy dko.spj 7tot[= ]y sko'ko l6 odk'ra ddv,,6 oy fs;Pfok, ltw\mu XIV c9h 'dko0v'dt-;'dko8j k'xtgmf ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານຊົມເຊີຍ ເຖິງສະຫາຍ ໂຕ ເລິມ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ (ສະໄໝທີ XIV). ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ ວາງໃຈເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ສະໄໝທີ XIV, ຂປລ. ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ okpq d]a f4t,q o8u goA o.sh ra fmtoklu ,n cI''ko]k; grnj v8v[lt|v'8ts]kfrkp.o c]t 8j k'xtgmf ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມວິຊາການວຽກແຮງ ງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2025 ໃນວັນທີ 23 ມັງກອນ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ ເນັ້ນໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເອົາໃຈ ໃສ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ, ຖືກຮັບຮູ້ ແລະ ສາມາດຕອບສະໜອງຕາມຄວາມ ຕ້ອງການຂອງຕະຫລາດ ທັງພາຍ ໃນ ແລະ ຕ່າງປະເທດ ໂດຍຕ້ອງ ເຮັດເປັນລະບົບຢ່າງແຂງແຮງ ກັບ ຫົວໜ່ວຍແຮງງານທີ່ເປັນຜູ້ນໍາໃຊ້ ແຮງງານຕົວຈິງ ໂດຍໃຫ້ຫົວໜ່ວຍ ແຮງງານເຫລົ່ານີ້ໄດ້ເຂົ້າມາມີສ່ວນ ຮ່ວມສ້າງແຜນຄວາມຕ້ອງການ ແລະ ການພັດທະນາສີມືແຮງງານ ໃຫ້ຫລາຍຂຶ້ນ ແລະ ຮັບເອົາແຮງ ງານທີ່ໄດ້ຜ່ານການຝຶກທີ່ມີຄຸນນະ ພາບ ເຂົ້າສູ່ຕຳແໜ່ງງານເລີຍ ເຮັດ ໃຫ້ຜູ້ອອກແຮງງານໄດ້ຝຶກທັກສະ, ແລະ ທິດທາງແຜນການວຽກງານ ຈຸດສຸມ ປີ 2026 ໄດ້ສຳເລັດລົງ ດ້ວຍໝາກຜົນອັນຈົບງາມ, ພາຍ ຫລັງດຳເນີນມາເປັນເວລາ 2 ວັນ ໃນລະຫວ່າງວັນທີ 22-23 ມັງ ກອນ2026 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ (ປກຊ), ມີບັນດາຄະນະນໍາກະຊວງປ້ອງກັນ ປະເທດ, ຜູ້ຕາງໜ້າຄະນະພັກຄະນະບັນຊາບັນດາກົມກອງ ແລະ ຂປລ. ພິທີມອບ-ຮັບໜ້າທີ່ ລະ ຫວ່າງ ເລຂາຄະນະບໍລິຫານງານ ພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ (ຜູ້ເກົ່າ-ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາ ຈັດຂຶ້ນໃນວັນທີ 22 ມັງກອນ 2026 ໂດຍໃຫ້ກຽດເປັນ ປະທານ ຂອງ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະ ຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ, ມີການນຳຈາກກະ ຊວງກ່ຽວຂ້ອງ, ການນຳແຂວງ ຊາຍແດນຈຳນວນ 12 ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງ ສູນກາງເຂົ້າຮ່ວມ. ພິທີດັ່ງກ່າວ, ເປັນການຍ້ອງຍໍຜູ້ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ ໄດ້ອັດລົງ ດ້ວຍຜົນສຳເລັດຢ່າງສະຫງ່າງາມ ໃນຕອນແລງວັນທີ 23 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະ ຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ ພາຍໃຕ້ຫົວຂໍ້: “ພາຍໃຕ້ທຸງ ໄຊອັນສະຫງ່າລາສີຂອງພັກ, ສຸມ ທຸກກຳລັງກາຍກຳລັງໃຈ ປະຕິບັດ ຂປລ. ຄະນະພົວພັນຕ່າງປະ ເທດສູນກາງພັກ (ຄຕພ) ເຜີຍແຜ່ ເອກະສານກ່ຽວກັບການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ພ້ອມ ທັງຫວນຄືນມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນວັນທີ 23 ມັງກອນ 2026 ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ບຸນເຫລືອ ພັນ ດານຸວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ, ມີຄະນະບໍລິຫານງານພັກ, ໄຊຍະຈັກ ເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກ ຕັ້ງລະດັບຊາດ, ຮອງຫົວໜ້າອະນຸ ກຳມະການໂຄງປະກອບ ແລະ ບຸກ ຄະລາກອນ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນ ກ່ຽວກັບລາຍຊື່ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ X ໂດຍມີຜູ້ສະໝັກ ທັງໝົດ 243 ທ່ານ, ຍິງ 66 ທ່ານ, ເລືອກເອົາ 175 ທ່ານ. ໃນນັ້ນ, ຜູ້ ສະໝັກຈາກສູນກາງ 67 ທ່ານ, ຍິງ 18 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ dv'xt-5 ,.spj z6 h cmomq j ;xtgmf 7A 'mu XIV 0v'ra ddv,,6 oy fs;Pfok, va f]q 'fh ;pzq oleg]a f1j k'9q ['k, gzu pczj dkog]n vd8A ' ll- -5 fmu X c]t ll0 -5 fmu V .sh rtoa d'ko 78r ບັນດາເປົ້າໝາຍພັດທະນາປະເທດ ຊາດ ຈົນເຖິງປີ 2030 ໃຫ້ສໍາເລັດ ຜົນ, ເປັນເຈົ້າຕົນເອງທາງດ້ານ ຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, 2026 ໂດຍການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງ ພັກ,ຄະນະເລຂາທິການສູນກາງພັກ, ຂປລ. ກອງປະຊຸມສະຫລຸບ ວຽກງານປ້ອງກັນຊາດ ປີ 2025 ຂປລ. ໃນວັນທີ 25 ມັງກອນ 2026, ທ່ານ ນາງ ສູນທອນ ຂປລ. ພິທີປະດັບຫລຽນໄຊແຮງ ງານ, ຫລຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ ທີ່ໄດ້ປະກອບ ສ່ວນເຂົ້າໃນວຽກງານຊາຍແດນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ທ່ານ ນາງ ສູນທອນ ໄຊຍະຈັກ ທ່ານ ທອງສະຫວັນ ພົມວິຫານ (ຂວາ) ທ່ານ ນາງ ສີໃສ ລືເດດມູນສອນ (ກາງ)

ແຈ້ງການ...້ @ 0j k; c]t gsfdko j 26/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ມອບ-ຮັບໜ້າທີ່ ເລຂາ...ັ້ີ່ ສານຊົມເຊີຍ...ົີ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ. ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງອັນ ສຳຄັນນີ້ອີກສະໄໝໜຶ່ງ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການປະກອບສ່ວນ ອັນໃຫຍ່ຫລວງ ທາງດ້ານສະຕິປັນຍາ ແລະ ເຫື່ອແຮງ ກໍຄື ບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ ໃນການນຳພາ-ຊີ້ນໍາ ຕະຫລອດ ໄລຍະຜ່ານມາ. ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຊົມເຊີຍຢ່າງ ສຸດອົກສຸດໃຈ ຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງເປັນເຫດການທາງ ດ້ານການເມືອງທີ່ສໍາຄັນຂອງທົ່ວພັກ, ລັດ ແລະ ປະຊາຊົນຫວຽດນາມ, ມີ ຄວາມໝາຍຕັດສິນ ແລະ ກໍານົດທິດທາງໃຫ້ແກ່ການພັດທະນາຂອງ ສສ ຫວຽດນາມ ໃນສັງກາດໃໝ່ ໂດຍສະເພາະແມ່ນ ກໍານົດຈິນຕະນາການ ຍຸດທະສາດ, ວິໄສທັດ ແລະ ທິດທາງການພັດທະນາປະເທດຊາດ ແຕ່ນີ້ ຮອດກາງສະຕະວັດທີ 21. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍແມ່ນ ສະຫາຍ ເປັນຜູ້ນຳໜ້ານັ້ນ, ແນ່ນອນວ່າ ທົ່ວພັກ, ທົ່ວປວງຊົນ ທັງຊາດ ຫວຽດນາມ ຈະສາມາດບັນລຸບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກວາງອອກໄດ້ຢ່າງມີໄຊ, ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ວັດທະນະຖາວອນ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມກັບ ສະຫາຍ ແລະ ການ ນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ພ້ອມກັນປົກປັກຮັກສາ, ຖະນຸ ຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງ ຂະໜົງແກ່ນຕະຫລອດໄປ. ເນື່ອງໃນໂອກາດອັນມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດ ໃຫຍ່ຫລວງໃນການປະຕິບັດໜ້າທີ່ອັນສູງສົ່ງຂອງສະຫາຍ. ຂ້າພະເຈົ້າ ມີຄວາມຄອງຄອຍ ທີ່ຈະໄດ້ພົບປະກັບ ສະຫາຍ ໃນໄວໆ ນີ້ຢູ່ ສສ ຫວຽດນາມ ເພື່ອພວກເຮົາຈະໄດ້ຮ່ວມກັນສືບຕໍ່ແລກປ່ຽນຄໍາຄິດ ເຫັນ ແລະ ປຶກສາຫາລື ໃນການກໍານົດທິດທາງລວມ ໃຫ້ແກ່ການຈັດຕັ້ງ ຜັນຂະຫຍາຍ ຄວາມເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອພ້ອມກັນກ້າວຂຶ້ນສູ່ ສັງກາດໃໝ່ແຫ່ງການພັດທະນາຢ່າງແຂງແຮງ. ປະທານສູນກາງແນວລາວສ້າງ ຊາດ (ຜູ້ໃໝ່) ໃນວັນທີ 23 ມັງ ກອນ 2026 ໂດຍເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດແຫ່ງ ສປປ ລາວ, ມີການ ນຳພັກ-ລັດ ຈາກກະຊວງ-ອົງການ ພາຄີ, ບັນດາຮອງປະທານ, ຄະນະ ປະຈຳ, ກຳມະການ ສນຊ ອ້ອມ ຂ້າງສູນກາງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ສິນລະວົງ ຄຸດ ໄພທູນ ໄດ້ຜ່ານບົດສະຫລຸບ-ສັງ ຮວມການນຳພາ -ຊີ້ນຳ ເຄື່ອນໄຫວ ວຽກງານຂອງແນວລາວສ້າງຊາດ ຮອບດ້ານທີ່ພົ້ນເດັ່ນ, ຂໍ້ຈໍາກັດ, ບົດຮຽນໃນໄລຍະຜ່ານມາ ແຕ່ປີ 2021 ເຖິງປັດຈຸບັນ ແລະ ແຜນ ວຽກທີ່ຈະສືບຕໍ່ໂດຍຫຍໍ້. ຈາກນັ້ນ, ສະຫາຍ ດອນ ໄພວົງ ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງສະບັບເລກທີ 03/ ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂັ້ນສູງອອກ ພັກການ-ຮັບອຸດໜູນບໍານານ ໂດຍ ອະນຸມັດໃຫ້ ສະຫາຍ ສິນລະວົງ ຄຸດໄພທູນ ອອກພັກການ-ຮັບອຸດ ໜູນບໍານານ, ຄໍາສັ່ງເລກທີ 03/ ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະ ນັກງານການນໍາຂັ້ນສູງ ໄປຮັບໜ້າ ທີ່ໃໜ່ ຢູ່ສູນກາງແນວລາວສ້າງ ຊາດ. ໃນນັ້ນ, ໄດ້ຍົກຍ້າຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນ ກາງແນວລາວສ້າງຊາດ ແລະ ມະຕິ ຕົກລົງສະບັບເລກທີ 05/ກມສພ, ລົງວັນທີ 16 ມັງກອນ 2026 ວ່າ ດ້ວຍການອະນຸມັດໃຫ້ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນອະດີດ ກໍາມະການສູນກາງພັກ, ຮອງເລ ຂາຄະນະພັກ, ຮອງປະທານສູນ ກາງແນວລາວສ້າງຊາດ ອອກພັກ ການ-ຮັບອຸດໜູນບໍານານ; ມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ສະບັບເລກທີ 10/ກມສພ, ລົງ ວັນທີ 13 ມັງກອນ 2026 ວ່າດ້ວຍ ການແຕ່ງຕັ້ງ ເລຂາຄະນະບໍລິຫານ ງານພັກ ປະທານ ສນຊ, ກົມການ ເມືອງສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳ ມະການກົມການເມືອງສູນກາງ ພັກ ເປັນເລຂາຄະນະບໍລິຫານງານ ພັກ, ປະທານສູນກາງແນວລາວ ສ້າງຊາດ. ພ້ອມນີ້, ຍັງໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະ ບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານ ງານພັກ ປະທານ ສນຊ ຜູ້ໃໝ່. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາເລັດຫລາຍດ້ານໃນຂົງເຂດ ວຽກງານແນວໂຮມຕະຫລອດ 5 ປີ ຜ່ານມາ ພາຍໃຕ້ການນໍາພາຂອງ ສະຫາຍ ສິນລະວົງ ຄຸດໄພທູນ ພ້ອມ ດ້ວຍຄະນະ, ພ້ອມທັງໃຫ້ທິດ ທາງ ແຜນການນໍາພາວຽກງານແນວ ໂຮມໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ເພີ່ມ ທະວີຄວາມສາມັກຄີພາຍໃນຄະ ນະພັກໃຫ້ສູງຂຶ້ນ, ໃຫ້ມີລັກສະນະ ບຸກທະລຸທີ່ກ້າວໜ້າກວ່າເກົ່າ; ຍົກ ສູງບົດບາດຂອງແນວລາວສ້າງ ຊາດ, ເສີມຂະຫຍາຍບົດບາດ, ສິດ ແລະ ໜ້າທີ່ແນວລາວສ້າງຊາດ; ສືບຕໍ່ປຸກລະດົມຄວາມເປັນເຈົ້າປະ ເທດຊາດ, ເປັນເຈົ້າຕົນເອງ, ນໍ້າໃຈ ຮັກຊາດ, ເຕົ້າໂຮມຄວາມສາມັກຄີ ໃຫ້ໄດ້, ຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຕິດພັນ ກັບ 4 ເສີມສ້າງ ແລະ ຍົກສູງສະຕິ ລະວັງຕົວກັບອິດທິກຳລັງປໍລະປັກ ທີ່ສ້າງຄວາມແບ່ງແຍກປະຊາຊົນ ບັນດາເຜົ່າ, ສາສະໜາ, ເອົາໃຈໃສ່ ປັບປຸງຄວາມສາມາດ, ຄວາມເຂັ້ມ ແຂງຢູ່ທ້ອງຖິ່ນໃຫ້ໄດ້, ເອົາໃຈໃສ່ ປະສານສົມທົບຢ່າງໜັກແໜ້ນຄ່ອງ ຕົວດ້ວຍການຊ່ວຍເຫລືອຈາກອົງ ການຈັດຕັ້ງພາຄີ ແລະ ດຶງດູດເອົາ ການຊ່ວຍເຫລືອຂອງພີ່ນ້ອງຄົນ ເຊື້ອຊາດລາວຢູ່ຕ່າງປະເທດ ກັບ ມາພັດທະນາບ້ານເກີດຂອງຕົນ ໃຫ້ ມີການພັດທະນາດີຂຶ້ນກວ່າເກົ່າ. ຂ່າວ: ສົມຫວັງ ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າ ຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ເຜີຍແຜ່ເອກະສານ ເຊື່ອມຊຶມມະຕິ ຂອງກົມການເມືອງ ສູນກາງພັກ ສະບັບເລກທີ 26/ ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາ ພາ-ຊີ້ນໍາ ອົງຄະນະພັກທຸກຂັ້ນ ຕໍ່ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເອກະສານສິດເປັນ ເຈົ້າຂອງປະຊາຊົນ, ເນື້ອໃນສໍາຄັນ ຂອງກົດໝາຍ ວ່າດ້ວຍການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V. ພ້ອມນັ້ນ, ຍັງໄດ້ແນະນໍາເພີ່ມ ຕື່ມໃຫ້ພະນັກງານ ຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າໃຈ ແຈ້ງຕໍ່ແນວທາງ-ນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເສີມຂະຫຍາຍນໍ້າໃຈຮັກ ຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າ ຮ່ວມຂະບວນການເລືອກຕັ້ງຄັ້ງ ນີ້ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ໃຫ້ກາຍເປັນປາງ ບຸນໃຫຍ່ຂອງຊາດ ແລະ ຮັບປະກັນ ການເສີມຂະຫຍາຍສິດປະຊາທິ ປະໄຕຢ່າງແຂງແຮງ, ເຕັມສ່ວນ, ກວ້າງຂວາງ ທົ່ວເຖິງ ແລະ ເລິກ ເຊິ່ງ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ຄົບ ມາດຖານເງື່ອນໄຂຢ່າງຄົບຖ້ວນ ຕາມທີ່ກໍານົດໄວ້ໃນກົດໝາຍ ເພື່ອ ເປັນຕົວແທນປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງ ປະຊາຊົນລາວບັນດາເຜົ່າ. ພ້ອມ ທັງຮັບປະກັນຄວາມສະຫງົບໃຫ້ໄດ້ 100%, ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແລະ ຜູ້ທີ່ມີສິດປ່ອນບັດ ໃຫ້ໄປປ່ອນບັດດ້ວຍຄວາມສະໝັກ ໃຈ 100%. ໃນໂອກາດດັ່ງກ່າວ, ຍັງໄດ້ ຫວນຄືນມູນເຊື້ອວັນສ້າງຕັ້ງກອງ ທັບປະຊາຊົນລາວ, ໂດຍໄດ້ຍົກ ໃຫ້ເຫັນເຖິງການກໍາເນີດກໍາລັງ ປະກອບອາວຸດ ແມ່ນເຫດການສໍາ ຄັນປະຫວັດສາດຂອງຊາດລາວ ທັງເປັນບາດລ້ຽວສໍາຄັນສໍາລັບ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຕັດສິນໄຊຊະນະຂອງຂະບວນການ ປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາ ເດັດຂາດ, ໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ; ວັນ ສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ປຽບເໝືອນແສງ ໄຟນ້ອຍໆ ທີ່ເປັນຈຸດເລີ່ມຕົ້ນຂອງ ທວານໄຟທີ່ມີລັດສະໝີເປັ່ງປະກາຍ ເປັນວົງກວ້າງໃຫຍ່ໄພສານ, ໄດ້ຮັບ ການສະໜັບສະໜູນ, ຊ່ວຍເຫລືອ ເຂົ້າຮ່ວມນັບມື້ນັບກວ້າງຂວາງ ຈາກມະຫາຊົນ ເຮັດໃຫ້ກໍາລັງປະ ກອບອາວຸດ ເຕີບໃຫຍ່ເຂັ້ມແຂງຂຶ້ນ ເປັນກ້າວໆຈົນສາມາດທັບມ້າງທຸກ ການຮຸກຮານທັງແບບເກົ່າ ແລະ ແບບໃໝ່, ກາຍເປັນກໍາລັງແຮງ ແກ່ນສານຂອງການປະຕິວັດລາວ, ຍູ້ແຮງແນວທາງປ່ຽນແປງໃໝ່ ສູ່ ລວງເລິກທີ່ແຂງແຮງຮອບດ້ານ ໃນການນໍາພາຂອງພັກ ໃນເງື່ອນ ໄຂໃໝ່, ສົມກັບນາມມະຍົດ “ກອງ ທັບລາວວິລະຊົນ ຂອງຊາດລາວ ວິລະຊົນ”. ຂ່າວ: ຄຕພ ກ້າວຂຶ້ນຢ່າງແຂງແຮງ ໃນສັກ ກະລາດແຫ່ງການບືນຕົວຂຶ້ນຂອງ ຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວ ຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກ ແໜ້ນ” ໂດຍມີນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍສະ ມາຊິກພັກສົມບູນ 1.500 ກວ່າ ສະຫາຍ ທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກທົ່ວປະເທດ 5,6 ລ້ານ ກວ່າສະຫາຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະບໍລິຫານສູນ ກາງພັກ ສະໄໝທີ XIV ໄດ້ເປັນ ເອກະພາບເລືອກຕັ້ງເອົາກຳມະ ການສົມບູນສູນກາງພັກ 180 ສະ ຫາຍ, ກຳມະການສຳຮອງສູນກາງ ພັກ 20 ສະຫາຍ, ກຳມະການກົມ ການເມືອງສູນກາງພັກ 19 ສະ ຫາຍ, ຄະນະເລຂາທິການສູນກາງ ພັກ 13 ສະຫາຍ, ເປັນເອກະພາບ ເລືອກເອົາ ສະຫາຍ ໂຕ ເລິມ ເປັນ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ສະໄໝທີ XIV. ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ ຮັບຮອງເອົາບັນດາເອກະສານ ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XIII ແລະ ຮັບຮອງ ເອົາແຜນນະໂຍບາຍ, ນະໂຍບາຍ ຊີ້ຂາດ ແລະ ບັນດາທິດທາງໃຫຍ່, ໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດ ທະສາດເພື່ອສ້າງສາພັດທະນາປະ ເທດຊາດຢ່າງວ່ອງໄວ, ຍືນຍົງແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ໃນສະພາບການໃໝ່. ໃນນັ້ນ, ກຳນົດໄດ້ການພັດທະນາ ເສດຖະກິດ-ສັງຄົມ, ການປົກປັກ ຮັກສາສິ່ງແວດລ້ອມເປັນໃຈກາງ, ກໍ່ສ້າງພັກເປັນແກ່ນສານ, ພັດທະ ນາວັດທະນະທຳ, ມະນຸດ ເປັນພື້ນ ຖານ, ເພີ່ມທະວີວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການພົວພັນຕ່າງປະເທດ, ຖືເອົາການເຊື່ອມໂຍງເປັນສຳຄັນ, ບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການ ຫັນເປັນດີຈິຕອນແຫ່ງຊາດ ແມ່ນ ກຳລັງໜູນໃຈກາງຂອງການພັດ ທະນາ. ໂອກາດນີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ໄດ້ເນັ້ນໜັກວ່າ: ຈິດໃຈ “ຍຶດ ໝັ້ນ” ແມ່ນຈັນຍາບັນການເມືອງ, ແມ່ນການສືບທອດມູນເຊື້ອປະ ຫວັດສາດ ແລະ ບັນດາບົດຮຽນ ຈາກຂະບວນວິວັດປ່ຽນແປງໃໝ່, ແມ່ນຄຳໝັ້ນສັນຍາຢ່າງແຂງແຮງ ຂອງພັກ ບໍ່ວ່າຢູ່ໃນສະພາບການ ໃດກໍລ້ວນແຕ່ຍຶດໝັ້ນເປົ້າໝາຍ ເອກະລາດແຫ່ງຊາດ ຕິດພັນກັບ ສັງຄົມນິຍົມ, ຍຶດໝັ້ນໃນການສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ຍາມ ໃດກໍຖືຜົນປະໂຫຍດແຫ່ງຊາດເໜືອ ກວ່າສິ່ງໃດໝົດ, ຖືຄວາມອີ່ມໜຳ ສຳລານ, ຄວາມສົມບູນພູນສຸກ ຂອງປະຊາຊົນເປັນໃຈກາງ. ຈິດ ໃຈ “ປ່ຽນແປງໃໝ່” ແມ່ນຄຳຮຽກ ຮ້ອງທີ່ມີລັກສະນະແຫ່ງຍຸກສະໄໝ ຖ້າບໍ່ມີການປ່ຽນແປງໃໝ່ ການປະ ຕິຮູບຈະບໍ່ສາມາດບຸກທະລຸໄດ້. ສະນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່ ດ້ານຈິນຕະນາການ, ຮູບແບບພັດ ທະນາ, ຮູບແບບການເຕີບໂຕ ແລະ ປ່ຽນແປງໃໝ່ຮູບແບບວິທີຈັດຕັ້ງ ປະຕິບັດ ເພື່ອໃຫ້ແນວທາງອັນ ຖືກຕ້ອງ ກາຍເປັນໝາກຜົນຢ່າງ ແທ້ຈິງ. ສະຫາຍ ໂຕ ເລິມ ຍັງໄດ້ເນັ້ນ ອີກວ່າ: ກອງປະຊຸມໃຫຍ່ ໄດ້ປະ ສົບຜົນສຳເລັດຢ່າງຈົບງາມ ສະ ແດງໃຫ້ເຫັນຄວາມເຊື່ອໝັ້ນ, ເຈດ ຈຳນົງ, ຄວາມຕັດສິນໃຈ ແລະ ວິ ໄສທັດການພັດທະນາໃໝ່ຂອງປະ ເທດ. ດ້ວຍຄວາມສາມັກຄີ ແລະ ການຕັດສິນໃຈຂອງກອງປະຊຸມ ໃຫຍ່, ດ້ວຍບັນດານະໂຍບາຍຊີ້ ຂາດໃຫຍ່ທີ່ໄດ້ຮັບຮອງເອົາ, ດ້ວຍ ຄວາມເປັນເອກະພາບທາງດ້ານ ເຈດຈຳນົງ ແລະ ການກະທຳຂອງ ທົ່ວພັກ, ດ້ວຍກຳລັງແຮງຂອງປະ ຊາຊົນ ແລະ ກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ ແນ່ນອນວ່າ ພວກເຮົາຈະປະຕິບັດມະຕິກອງປະ ຊຸມໃຫຍ່ ສະໄໝທີ XIV ໄດ້ຢ່າງ ມີໄຊ. ຂ່າວ: ສຸກທະວີ ; ພາບ: ອ່າຍຄໍາ ມີຄວາມຊຳນານງານ, ມີລະບຽບ ວິໄນ, ມີວຽກເຮັດງານທຳທີ່ໝັ້ນ ທ່ຽງ, ມີລາຍຮັບສາມາດເພິ່ງ ຕົນເອງ ແລະ ລ້ຽງຄອບຄົວໄດ້. ພ້ອມທັງເອົາໃຈໃສ່ພັດທະນາ ລະບົບຖານຂໍ້ມູນຂ່າວສານຕະ ຫລາດແຮງງານ ໃຫ້ເປັນເຄື່ອງມື ເປັນກົນໄກດັດສົມລະຫວ່າງຄວາມ ຕ້ອງການ ແລະ ການສະໜອງກຳ ລັງແຮງງານ ຂະແໜງເສດຖະກິດສັງຄົມ ແລະ ສາມາດເຊື່ອມຕໍ່ລະບົບ ຖານຂໍ້ມູນແຮງງານ ກັບລະບົບ ຖານຂໍ້ມູນອື່ນໆ ເປັນຕົ້ນ ຖານຂໍ້ມູນ ອາກອນເງິນເດືອນ ໃຫ້ເປັນລະບົບ; ພັດທະນາລະບົບປົກປ້ອງສັງຄົມ ໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດ ນະໂຍບາຍປະກັນສັງຄົມຂອງລັດ ຜ່ານລະບົບປົກປ້ອງສັງຄົມ ໃຫ້ສາ ມາດບໍລິການຕໍ່ປະຊາຊົນທີ່ດ້ອຍ ໂອກາດ, ຜູ້ທຸກຍາກ, ຜູ້ປະສົບໄພພິ ບັດຕ່າງໆ, ພະນັກງານທີ່ມີຜົນງານ ໃນພາລະກິດປະຕິວັດ, ຜູ້ອອກແຮງ ງານພາກວິສາຫະກິດ ແລະ ຜູ້ປະ ກອບອາຊີບອິດສະລະສ່ວນບຸກຄົນ ທີ່ມີປະສິດທິພາບທີ່ດີຂຶ້ນ ໂດຍຕ້ອງ ໄດ້ສຸມໃສ່ພັດທະນາລະບົບປະກັນ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ຜູ້ ອອກແຮງງານ ສາມາດເຂົ້າເຖິງ ການປະກັນຕົນ ແລະ ເຂົ້າເຖິງການ ບໍລິການປະກັນສັງຄົມ ທີ່ມີປະສິດ ທິຜົນ ແລະ ກວ້າງຂວາງກວ່າເກົ່າ ພ້ອມທັງສ້າງສິ່ງອຳນວຍຄວາມ ສະດວກ ໃຫ້ຜູ້ອອກແຮງງານນອກ ລະບົບຕາມກຸ່ມອາຊີບຕ່າງໆໃນຂັ້ນ ທ້ອງຖິ່ນ ໄດ້ເຂົ້າຮ່ວມລະບົບປະກັນ ສັງຄົມແບບສະໝັກໃຈ ໃຫ້ຫລາຍ ຂຶ້ນ ພ້ອມທັງປັບປຸງກົນໄກການ ຄຸ້ມຄອງ ແລະ ບໍລິຫານກອງທຶນ ປະກັນສັງຄົມແຫ່ງຊາດ ມີຄວາມ ໂປ່ງໃສ ຍືນຍົງ, ສາມາດຕອບສະ ໜອງການບໍລິການທີ່ມີຄຸນນະພາບ ແລະ ວ່ອງໄວ, ພັດທະນາລະບົບ ສະຫວັດດີການສັງຄົມ ໃຫ້ສາມາດ ປະຕິບັດນະໂຍບາຍຊ່ວຍເຫລືອສົງ ເຄາະ ແລະ ບັນເທົາທຸກໃຫ້ປະຊາ ຊົນທີ່ທຸກຍາກ, ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດຕ່າງໆ ໂດຍສົ່ງ ເສີມໃຫ້ທຸກພາກສ່ວນໃນສັງຄົມ ມີ ສ່ວນຮ່ວມຢ່າງກວ້າງຂວາງ, ເພີ່ມ ທະວີເອົາໃຈໃສ່ປະຕິບັດບັນດາ ມາດຕະການປ້ອງກັນ ເພື່ອຫລຸດ ຜ່ອນຄວາມເສຍຫາຍຈາກໄພພິບັດ, ການຄວບຄຸມຊ່ວຍເຫລືອແກ້ໄຂ ສຸກເສີນ ແລະ ການຟື້ນຟູຄືນຫລັງ ໄພພິບັດ ທີ່ຮັບປະກັນຄວາມທົນ ທານປອດໄພໃນອະນາຄົດ ລວມ ທັງວຽກງານການແກ້ໄຂລະເບີດ ບໍ່ທັນແຕກທີ່ຕົກຄ້າງ ໃຫ້ມີປະສິດທິ ຜົນຫລາຍຂຶ້ນ. ພ້ອມນີ້, ໃຫ້ສືບຕໍ່ເອົາໃຈໃສ່ ຕັ້ງ ໜ້າປະຕິບັດນະໂຍບາຍ ໃຫ້ການ ຊ່ວຍເຫລືອແກ່ຜູ້ມີຜົນງານປະຕິ ວັດຊາດໃນເປົ້າໝາຍບຸລິມະສິດ ໃຫ້ສຳເລັດໄວຂຶ້ນ, ແຕ່ສິ່ງສຳຄັນ ພາກສ່ວນທີ່ຮັບຜິດຊອບຢູ່ກະຊວງ ແລະ ທ້ອງຖິ່ນ ຕ້ອງມີຄວາມຊັດ ເຈນທາງດ້ານຂໍ້ມູນ ແລະ ມີຄວາມ ເປັນເອກະພາບກັນ ຫລີກເວັ້ນປະຕິ ບັດນະໂຍບາຍຊ້ຳຊ້ອນ ຫລື ບໍ່ຖືກ ເປົ້າໝາຍ ພ້ອມທັງເອົາໃຈໃສ່ຕິດ ຕາມໃຫ້ເງິນນະໂຍບາຍທີ່ຮັບປະ ກັນດ້ານຄວາມໂປ່ງໃສ, ຍຸຕິທໍາ ແລະ ມອບສົ່ງ ຫລື ເບີກຈ່າຍ ໃຫ້ ໄປຮອດໄປເຖິງເປົ້າໝາຍຢ່າງຄົບ ຖ້ວນ ສົມທົບງົບປະມານຂອງລັດ ກັບການປະຕິບັດໂຄງການ ການ ສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ປະກອບສ່ວນຈາກສັງຄົມ ຕໍ່ຜູ້ ທີ່ມີຜົນງານ ຕໍ່ການປະຕິວັດ ແລະ ຕໍ່ ປະເທດຊາດ. ສຳລັບວຽກງານຄຸ້ມ ຄອງບໍລິຫານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງ ໄດ້ຮັບການສ້າງຄວາມເຂັ້ມແຂງ ຕາມທິດຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໃຫ້ມີຄວາມສັກ ສິດ ໂດຍສຸມໃສ່ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືໃນການບໍລິຫານ ວຽກງານ ໃຫ້ມີຄວາມສັກສິດ, ເອົາ ໃຈໃສ່ການຈັດຕັ້ງຜັນຂະຫຍາຍ ນະໂຍບາຍ ແລະ ສ້າງວິໄສທັດ ແຜນຍຸດທະສາດ ໃນການພັດທະນາ ວຽກງານແຮງງານ ແລະ ສະຫວັດ ດີການສັງຄົມ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວ ກວ່າເກົ່າ, ຈັດຕັ້ງປະຕິບັດບັນດາ ຄາດໝາຍສູ້ຊົນໃນປີ 2026 ຕາມ ທີ່ໄດ້ກໍານົດແຕ່ລະດ້ານ ໂດຍໃຫ້ມີ ການແບ່ງງານ ແບ່ງຄວາມຮັບຜິດ ຊອບ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ ເພື່ອພ້ອມ ກັນຈັດຕັ້ງປະຕິບັດ ໃຫ້ເກີດຜົນຢ່າງ ເປັນຮູບປະທຳຕົວຈິງ, ເພີ່ມທະ ວີການຮ່ວມມືກັບຕ່າງປະເທດ, ບັນດາປະເທດເພື່ອນມິດຍຸດທະ ສາດ, ພາກພື້ນ ແລະ ສາກົນ ຢ່າງ ກວ້າງຂວາງ ເພື່ອຍາດແຍ່ງການ ລະດົມທຶນແຫລ່ງທຶນ ແລະ ເຕັກ ນິກວິຊາການ ໃຫ້ຫລາຍຂຶ້ນ ເພື່ອ ປະກອບສ່ວນເຂົ້າໃນການພັດທະ ນາວຽກງານແຮງງານ ແລະ ສະ ຫວັດດີການສັງຄົມ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ; ໃຫ້ເອົາໃຈໃສ່ສືບຕໍ່ ປັບປຸງການຈັດຕັ້ງ ຂະແໜງແຮງ ງານ ແລະ ສະຫວັດດີການສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດ ຕອບສະໜອງກັບຄວາມຕ້ອງການ ຂອງໜ້າທີ່ວຽກງານ ພ້ອມທັງ ສືບຕໍ່ຍົກລະດັບຄວາມຮູ້ຄວາມສາ ມາດ ແລະ ຫົວຄິດປະດິດສ້າງດ້ານ ວິຊາການ ຂອງພະນັກງານ-ລັດຖະ ກອນ ເພື່ອເປັນກຳລັງແຮງສຳຄັນ ປະກອບສ່ວນເຂົ້າໃນການປະຕິບັດ ແຜນພັດທະນາແຮງງານ ແລະ ສະ ຫວັດດີການສັງຄົມ ຕາມທິດ 3 ສ້າງກະຊວງ ເຮັດບົດບາດມະຫາ ພາກ ເພີ່ມສິດ, ວຽກ, ງົບປະມານ ແລະ ບຸກຄະລາກອນ ໃຫ້ທ້ອງຖິ່ນ ເປັນເຈົ້າການປະຕິບັດວຽກຕົວຈິງ ຫລາຍຂຶ້ນ ກໍຄື ບັນດາຄາດໝາຍທີ່ ໄດ້ກໍານົດໃຫ້ບັນລຸຜົນສຳເລັດໃນ ປີ 2026. ຂ່າວ: ກິດຕາ, ພາບ: ເກດສະໜາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ຈະເດີນທາງຢ້ຽມຢາມລັດຖະ ກິດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ເຜີຍແຜ່...ີ່ ກອງປະຊຸມໃຫຍ່...ຸ່ ນາຍົກລັດຖະມົນຕີ...ົັົີ

26/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ dkodtdP,7;k,rh v,dk]t3vdkf c]t lyj 'mh kmkp.odkos]5 frQ ovvd9kdlt4kotrk[fh vpra fmtok0v' lxx ]k; ໃນຂອບອົງການການຄ້າໂລກ (WTO), ສປປ ລາວ ຈະບໍ່ສາ ມາດເຂົ້າເຖິງບາງຜົນປະໂຫຍດ ແລະ ບາງເງື່ອນໄຂການສະໜັບ ສະໜູນດ້ານການຄ້າພາຍ ໃ ຕ້ ຂໍ້ຕົກລົງຂອງອົງການ WTO ລວມທັງເສຍບາງສິດທິພິເສດ ສໍາລັບປະເທດ LDC ໃນຂອບ WTO ເຊັ່ນ: ການປ່ຽນແປງ ກົດລະບຽບເລື່ອງການຖົມຂຸມ (The Use of Subsidies and Countervailing Measures), ຊັບສິນທາງປັນຍາ (Intellectual Property/IP), ສູນເສຍຄວາມ ສາມາດຜ່ອນສັ້ນຜ່ອນຍາວໃນການ ໃຫ້ການຖົມຂຸມການສົ່ງອອກສໍາ ລັບຂະແໜງທີ່ບໍ່ແມ່ນກະສິກໍາ ແລະ (ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ກໍລະກົດ 2025 ກ່ຽວກັບປະຫວັດຄວາມເປັນມາຂອງປະເທດດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານຈະໄດ້ຮັບຊາບືໍ່ົັໍິັ້ັີໍົ່ັັັ້ັົັີ້ັູ່້່້ັ ຂໍ້ມູນລະອຽດເພີ່ມເຕີມກ່ຽວກັບການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ)ໍ້ ມູນີ່ ມີ ມ່ ຽັ ບ້ ອິ່ ງ້ າຸ ດົ້ ນ້ ອັ ດ ໂດຍ: ສີສະຫວັນ ພິມສະຫວັນີັິັ ພະແນກ ເສດຖະກິດ-ສັງຄົມສະຫະປະຊາຊາດ, ກົມອົງ ການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາ ລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາ ເນີນງານສປຊສໍາລັບປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຈະຖືກຈໍາກັດບາງນະໂຍບາຍໃນ ອະນາຄົດ (Lose the flexibility to grant export subsidies for non-agricultural sectors after graduation). ເຖິງຢ່າງໃດ ກໍ່ຕາມ, ຄາດວ່າຜົນກະທົບດັ່ງ ກ່າວ ຕໍ່ ສປປ ລາວ ແມ່ນບໍ່ຫລາຍ ແລະ ມີຈໍາກັດ. ການຮ່ວມມື ເພື່ອ ການພັດທະນາ (Development Cooperation). ເຖິງວ່າ ສປປ ລາວ ຈະສູນເສຍບາງສິດທິພິເສດ ໃນການເຂົ້າເຖິງທຶນຊ່ວຍເຫລືອ ລ້າ ແລະ ເງິນກູ້ຢືມດອກເບ້ຍຕໍ່າ, ການຊ່ວຍເຫລືອເພື່ອການພັດທະ ນາ (ODA) ຫລຸດລົງ, ແຕ່ຄາດ ຄະເນວ່າພາຍຫລັງຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຈະສົ່ງຜົນກະທົບບໍ່ຫລາຍຕໍ່ການ ຮ່ວມມືເພື່ອການພັດທະນາເນື່ອງ ຈາກວ່າການຊ່ວຍເຫລືອແມ່ນຈະ ບໍ່ໄດ້ອີງໃສ່ສະຖານະພາບຂອງປະ ເທດແຕ່ຈະຢູ່ບົນພຶ້ນຖານການ ພິຈາລະນາດ້ານລາຍຮັບຂອງບຸກ ຄົນ (Income Per Capita) ແລະ ຄວາມໜ້າເຊື່ອຖືຂອງປະເທດ (Credit Worthiness). ເຖິງ ຢ່າງໃດກໍ່ຕາມ, ການຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາຈະບໍ່ສົ່ງຜົນກະທົບຕໍ່ການ ຊ່ວຍເຫລືອຂອງທະນາຄານໂລກ (World Bank), ອົງການເຄື່ອ ຂ່າຍ ສປຊ (UN Agencies), ອົງການກາວີ (GAVI – the Vaccine Al l iance), ກອງ ທຶນການເງິນສາກົນ (IMF), ທ ະ ນ າ ຄ າ ນ ພັ ດ ທ ະ ນ າ ອ າ ຊີ (ADB) ລວມທັງການຊ່ວຍເຫລືອ ເພື່ອການພັດທະນາຈາກບັນດາ ສະມາຊິກ OECD-DAC (ລວມ ທັງ ສ ອາເມລິກາ, ສະຫະພາບ ເອີຣົບ, ອົດສະຕຣາລີ, ນິວຊີແລນ, ສ ເກົາຫລີ ເເລະ ຍີ່ປຸ່ນ)ຫລື ພາຍໃຕ້ ຂອບການຮ່ວມໃຕ້-ໃຕ້ (SouthSouth Cooperation). ການສູນເສຍທີ່ອາດເຫັນໄວແມ່ນ ການເຂົ້າເຖິງກອງທຶນສໍາລັບປະເທດ ດ້ອຍພັດທະນາ (LDCFund) ເປັນ ຕົ້ນແມ່ນກອງທຶນວ່າດ້ວຍການປ່ຽນ ເເປງດິນຟ້າອາກາດ, ທະນາຄານ ເຕັກໂນໂລຊີ ເເລະ ໂຄງການສະໜັບ ສະໜູນການລົງທຶນສໍາລັບປະເທດ ດ້ອຍພັດທະນາ, ລວມທັງການ ຫລຸດລົງຂອງທຶນໃນໂຄງການ ຫລື ກິດຈະກໍາສະເພາະ ແລະ ພັນທະ ປະກອບສ່ວນໃນບາງອົງການເຄື່ອ ຂ່າຍ ສປຊ ຂອງ ສປປ ລາວ ແມ່ນ ຈະເພີ່ມຂຶ້ນໂດຍອີງໃສ່ການປະເມີນ ລະດັບຂອງ GDP. ນອກນັ້ນ, ການສະໜັບສະໜູນຄະນະຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມສາກົນ (Support to participation in international forums) ແມ່ນ ຈະຫລຸດລົງ. ຜົນກະທົບໄລຍະສັ້ນ ດັ່ງກ່າວ ເເມ່ນຂຶ້ນກັບລະດັບ ຫລື ຈໍາ ນວນການອະນຸມັດງົບປະມານຂອງ ປະເທດໃນອະນາຄົດ ແລະ ສະພາບ ລວມຂອງປະເທດ ໂດຍອີງໃສ່ຄວາມ ອາດສາມາດໃນການຈ່າຍ ແລະ ການປະກອບສ່ວນຂອງປະເທດ. ໂດຍລວມແລ້ວ, ສປປ ລາວ ຍັງມີເວລາພຽງພໍໃນການຈັດຕັັ້ງ ປະຕິບັດມາດຕະການຫລຸດຜ່ອນ ຜົນກະທົບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ລວມທັງການສືບຕໍ່ ເຈລະຈາດ້ານການຄ້າໃນຮູບແບບ ສອງຝ່າຍ ຫລື ກຸ່ມປະເທດ (ອາ ຊຽນ) ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ ສປປ ລາວ ຈະສາມາດສ້າງຄວາມ ຫລາກຫລາຍທາງດ້ານການຄ້າ ແລະ ການລົງທຶນໄດ້ຢ່າງມີຍຸດທະ ສາດ, ສືບຕໍ່ປັບປຸງນະໂຍບາຍ ດ້ານການຄ້າ ແລະ ສົ່ງເສີມການ ເຂົ້າເຖິງຕະຫລາດໃໝ່ ລວມທັງ ການສ້າງຄວາມຫລາກຫລາຍ ທາງດ້ານການຄ້າ ແລະ ການ ສົ່ງອອກ (Trade and Export Diversification) ໂດຍສອດຄ່ອງ ກັບແຜນການ ແລະ ທິດທາງການ ຫັນປ່ຽນໂຄງສ້າງທາງດ້ານເສດ ຖະກິດ (Structural Economic Transformation) ຂອງປະ ເທດ. ພ້ອມນີ້, ກໍຕ້ອງໄດ້ເອົາໃຈ ໃສ່ ໃນການເຈລະຈາກັບຄູ່ການຄ້າ ຫລັກກ່ຽວກັບເງື່ອນໄຂພິເສດດ້ານ ການຄ້າ (ເຊັ່ນ: ສິດທິພິເສດທາງ ດ້ານການຄ້າແບບເພີ່ມເຕີມເງື່ອນ ໄຂສໍາລັບປະເທດກໍາລັງພັດທະນາ (GSP Plus Scheme) ທີ່ຈະ ຊ່ວຍຈໍາກັດການສູນເສຍທີ່ອາດຈະ ເກີດຂຶ້ນໃນອະນາຄົດ. ສະຫລຸບລວມແລ້ວ, ລັດຖະບານ ສປປ ລາວ ແລະ ອົງການ ສປຊ ຮັບຮູ້ດີວ່າການຫລຸດພົ້ນອອກ ຈາກສະຖານະພາບດັ່ງກ່າວ ແມ່ນ ມີທັງກາລະໂອກາດ ແລະ ສິ່ງທ້າ ທາຍຢ່າງຫລີກລ່ຽງບໍ່ໄດ້ ຊຶ່ງສິ່ງ ດັ່ງກ່າວ ແມ່ນປະຕິບັດຕາມກົນໄກ ຂອງສາກົນ. ຖ້າພວກເຮົາເບິ່ງໃນ ດ້ານບວກ, ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາຈະເປັນກາລະໂອກາດອັນສຳ ຄັນ ເພື່ອພ້ອມກັນກ້າວເດີນຕາມ ທິດທາງແຫ່ງການສ້າງຄວາມເຂັ້ມ ແຂງ ແລະ ເປັນເຈົ້າຕົນເອງດ້ານ ເສດຖະກິດໃຫ້ຫລາຍຂຶ້ນ, ທັງເປັນ ການສ້າງພາບພົດທີ່ດີ ແລະ ເປັນ ທີ່ຍອມຮັບຈາກສາກົນ ຊຶ່ງສິ່ງດັ່ງ ກ່າວທັງໝົດຈະເປັນຜົນດີໃນໄລຍະ ຍາວ ເພື່ອສ້າງຄວາມເຊື່ອຖື ແລະ ສາມາດດຶງດູດການລົງທຶນຈາກ ຕ່າງປະເທດທີ່ມີຄຸນນະພາບ ເພື່ອ ປະກອບສ່ວນສ້າງວຽກເຮັດງານ ທໍາ ແລະ ປັບປຸງສີມືແຮງງານໃຫ້ ແກ່ປະຊາຊົນ. ສິ່ງສໍາຄັນແມ່ນຕ້ອງ ຮັບປະກັນໃຫ້ການ ຂປລ. ການກໍານົດຈໍານວນສະ ມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງແມ່ນປະຕິບັດ ດັ່ງນີ້: 1. ຮັບປະກັນການເຮັດວຽກ ເປັນໝູ່ຄະນະ; 2. ອີງໃສ່ທີ່ຕັ້ງ, ຄວາມສໍາຄັນ, ຄວາມຈໍາເປັນ, ຈຸດ ພິເສດທາງດ້ານການເມືອງ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເສດຖະກິດ, ວັດທະນະທໍາ- ສັງຄົມຂອງນະຄອນຫລວງ , ແຂວງ, ເມືອງ, ນະຄອນ; 3. ຮັບປະ ກັນໃຫ້ຈໍານວນສະມາຊິກສະພາ ຕ້ອງມີ ເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ຜູ້ໃໝ່, ຈາກຫລາຍສາຂາ ອາຊີບທັງພາກລັດ ແລະ ເອກະຊົນ, ຕົວແທນຂອງບັນດາຊັ້ນຄົນ, ສະມາ ຊິກສະພາແຫ່ງຊາດໃນແຕ່ລະຊຸດ ບໍ່ໃຫ້ເກີນໜຶ່ງຮ້ອຍເຈັດສິບຫ້າຄົນ, ເຂດເລືອກຕັ້ງໜ້ອຍສຸດບໍ່ໃຫ້ຫລຸດ ຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນຊາວ ຫ້າຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກ ຕັ້ງບໍ່ໃຫ້ຫລຸດສາມຄົນ. ສະມາຊິກ ສະພາປະຊາຊົນນະຄອນຫລວງ, ແຂວງ ກໍານົດຈໍານວນລວມທົ່ວ ນະຄອນຫລວງ, ແຂວງໜ້ອຍສຸດ ບໍ່ໃຫ້ຫລຸດຊາວຫ້າຄົນ, ຫລາຍສຸດ ບໍ່ໃຫ້ເກີນເຈັດສິບຫ້າຄົນ ແລະ ມີຜູ້ ປະຈໍາຢູ່ເຂດເລືອກຕັ້ງຂັ້ນເມືອງ ບໍ່ ໃຫ້ຫລຸດສາມຄົນ. ການກໍານົດຈໍານວນຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ, ການສະເໜີລາຍຊື່ ແລະ ການປະ ກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງມີ ດັ່ງນີ້: 1. ຄະນະປະຈໍາສະພາແຫ່ງ ຊາດ ເປັນຜູ້ກໍານົດຈໍານວນຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ໂດຍແມ່ນປະ ທານປະເທດເປັນຜູ້ອອກລັດຖະດໍາ ລັດ ປະກາດເປັນທາງການຢ່າງຊ້າ ສີ່ສິບຫ້າວັນກ່ອນວັນເລືອກຕັ້ງ; 2. ການສະເໜີລາຍຊື່ຂອງຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງແມ່ນອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນເປັນຜູ້ ມີສິດຄົ້ນຄວ້າ, ທາບທາມ ແລະ ສະເໜີລາຍຊື່ຜູ້ຕາງໜ້າອົງການ ຂອງຕົນອອກສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຈາກຂະແໜງການ ແລະ ອົງການ ຈັດຕັ້ງຂັ້ນສູນກາງນັ້ນໃຫ້ສະເໜີຕໍ່ ຄະນະກໍາມະການເລືອກຕັ້ງລະດັບ ຊາດເປັນຜູ້ພິຈາລະນາຕົກລົງ. ສໍາ ລັບລາຍຊື່ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຈາກ ທ້ອງຖິ່ນໃຫ້ສະເໜີຕໍ່ຄະນະກໍາມະ ການເລືອກຕັ້ງຂັ້ນແຂວງແລ້ວນໍາ ສະເໜີໃຫ້ຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຜູ້ພິຈາລະນາ ຕົກລົງ. ສ່ວນລາຍຊື່ຜູ້ສະໜັກຮັບ ເລືອກຕັ້ງເປັນສະມາຊິກສະພາປະ ຊາຊົນຂັ້ນແຂວງ ໃຫ້ສະເໜີຕໍ່ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ ແລະ ນໍາສະເໜີໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງແລ້ວນໍາສະເໜີ ໃຫ້ຄະນະກໍາມະການເລືອກຕັ້ງ ລະດັບຊາດ ເປັນຜູ້ພິຈາລະນາຕົກ ລົງ. ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນ ແຂວງຈາກຂະແໜງການ ແລະ ອົງການຈັດຕັ້ງຂັ້ນແຂວງ ໃຫ້ສະ ເໜີຕໍ່ຄະນະກໍາມະການເລືອກຕັ້ງ ຂັ້ນແຂວງແລ້ວນໍາສະເໜີໃຫ້ຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ; 3. ການ ຈັດລຽງເລກລໍາດັບລາຍຊື່ຂອງ ຜູ້ສະໝັກຮັບເລືອກຕັ້ງໃນແຕ່ລະ ເຂດເລືອກຕັ້ງຈະດໍາເນີນຕາມຕົວ ອັກສອນລາວ ຫລື ດ້ວຍວິທີອື່ນກໍໄດ້ ຕາມການຕົກລົງຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ; 4. ການ ປະກາດລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງມີຄື: ຄະນະກໍາມະການເລືອກ ຕັ້ງລະດັບຊາດ ເປັນຜູ້ສັງລວມ ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງໃນທົ່ວປະເທດ ແລ້ວປະກາດ ເປັນທາງການພາຍໃນສີ່ສິບຫ້າວັນ ກ່ອນວັນເລືອກຕັ້ງ. ຜູ້ມີສິດປ່ອນບັດເລືອກຕັ້ງມີສິດ ຄັດຄ້ານຜູ້ສະໝັກຮັບເລືອກຕັ້ງໃນ ເຂດເລືອກຕັ້ງຂອງຕົນທີ່ຕົນເຫັນ ວ່າບໍ່ມີມາດຕະຖານຄົບຖ້ວນ ຫລື ມີການກະທໍາ ຊຶ່ງເປັນການລະເມີດ ກົດໝາຍ, ລະບຽບການ ແລະ ແຕະ ຕ້ອງເຖິງສິດຜົນປະໂຫຍດຂອງປະ ຊາຊົນ ໂດຍມີຂໍ້ມູນຫລັກຖານທີ່ ເຊື່ອຖືໄດ້ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດເຈັດວັນນັບແຕ່ວັນ ປະກາດລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງເປັນຕົ້ນໄປ. ການຄັດຄ້ານນັ້ນ ໃຫ້ເຮັດເປັນລາຍລັກອັກສອນ ແລ້ວ ຍື່ນຕໍ່ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ເພື່ອລາຍງານໃຫ້ຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ ພິຈາລະນາແກ້ໄຂພາຍໃນກໍານົດ ສາມວັນ. ໃນກໍລະນີທີ່ບໍ່ສາມາດ ແກ້ໄຂໄດ້ນັ້ນຕ້ອງຮີບຮ້ອນສົ່ງໃຫ້ ຄະນະກໍາມະການເລືອກຕັ້ງລະດັບ ຊາດພິຈາລະນາແກ້ໄຂພາຍໃນກໍາ ນົດຫ້າວັນນັບແຕ່ວັນໄດ້ຮັບຄໍາຄັດ ຄ້ານເປັນຕົ້ນໄປ. ຜູ້ຄັດຄ້ານຕ້ອງ ຮັບຜິດຊອບຕໍ່ຄໍາຄັດຄ້ານຂອງຕົນ ຕາມກົດໝາຍ ແລະ ລະບຽບການ. ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງສັງຄົມມີສິດ ແລະ ໜ້າທີ່ອໍານວຍຄວາມສະດວກ ໃນການຈັດສະຖານທີ່, ຈັດຕັ້ງການ ໂຄສະນາຫາສຽງໃຫ້ຜູ້ສະໝັກຮັບ ເລືອກຕັ້ງໃນເຂດເລືອກຕັ້ງຂອງ ຕົນຕາມກົດໝາຍ ແລະ ລະບຽບ ການ. ຜູ້ສະໝັກຮັບເລືອກຕັ້ງແຕ່ ລະຄົນມີສິດ ແລະ ໜ້າທີ່ລາຍງານ ຊີວະປະຫວັດຫຍໍ້ຂອງຕົນ ແລະ ຂອງຜູ້ສະໝັກເລືອກຕັ້ງອື່ນໃນເຂດ ເລືອກຕັ້ງດຽວກັນຕາມລະບຽບ ການ, ມີສິດໂຄສະນາຫາສຽງໃຫ້ ແກ່ຕົນເອງຕາມລະບຽບການ. ການ ໂຄສະນາໃຫ້ເລີ່ມພາຍຫລັງວັນປະ ກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຕາມການຕົກລົງຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງໜຶ່ງ ວັນ. ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເປັນຜູ້ກໍານົດລະບຽບການ ຈັດຕັ້ງໂຄສະນາ. ການກໍານົດເຂດເລືອກຕັ້ງ,ໜ່ວຍ ປ່ອນບັດເລືອກຕັ້ງ ແລະ ການຂຶ້ນ ບັນຊີລາຍຊື່ຜູ້ທີ່ມີສິດເລືອກຕັ້ງ ມີ ດັ່ງນີ້: 1. ການກໍານົດເຂດເລືອກ ຕັ້ງ: ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ໃຫ້ຖືເອົານະຄອນ ຫລວງ, ແຂວງ, ເປັນເຂດເລືອກຕັ້ງ; ການເລືອກຕັ້ງສະມາຊິກສະພາປະ ຊາຊົນຂັ້ນແຂວງໃຫ້ຖືເອົາເມືອງ, ເທດສະບານ, ນະຄອນເປັນເຂດ ເລືອກຕັ້ງ. 2. ການກໍານົດໜ່ວຍປ່ອນ ບັດເລືອກຕັ້ງ: ໜ່ວຍປ່ອນບັດເລືອກ ຕັ້ງສະມາຊິກສະພາໃຫ້ຖືເອົາບ້ານ ເປັນຫລັກ, ບ້ານໃດທີ່ມີຜູ້ມີສິດເລືອກ ຕັ້ງແຕ່ຫ້າຮ້ອຍເຖິງໜຶ່ງພັນຄົນໃຫ້ ຈັດຕັ້ງເປັນໜ່ວຍປ່ອນບັດເລືອກ ຕັ້ງໜຶ່ງ, ຖ້າຫາກຫລາຍກວ່າໜຶ່ງ ພັນຄົນຂຶ້ນໄປໃຫ້ຈັດຕັ້ງເປັນຫລາຍ ໜ່ວຍປ່ອນບັດເລືອກຕັ້ງ. ສໍາລັບບ້ານທີ່ຢູ່ໃກ້ຄຽງກັນ ຊຶ່ງ ມີຈໍານວນຜູ້ມີສິດເລືອກຕັ້ງໜ້ອຍ ກວ່າຫ້າຮ້ອຍຄົນນັ້ນ ໃຫ້ໂຮມເຂົ້າ ກັນແລ້ວຈັດຕັ້ງເປັນໜ່ວຍປ່ອນ ບັດເລືອກຕັ້ງໜຶ່ງ. ໃນກໍລະນີບ້ານ ທີ່ຢູ່ຫ່າງໄກສອກຫລີກ, ການໄປ ມາມີຄວາມຫຍຸ້ງຍາກຫລາຍນັ້ນ ອາດຈະຈັດຕັ້ງເປັນໜ່ວຍປ່ອນບັດ ເລືອກຕັ້ງໜຶ່ງ ຫລື ຈັດຕັ້ງເປັນໜ່ວຍ ຮັບຜິດຊອບຫີບບັດເຄື່ອນທີ່ ເພື່ອໄປ ຮັບເອົາບັດລົງຄະແນນສຽງຂອງຜູ້ ມີສິດເລືອກຕັ້ງກໍໄດ້. ໜ່ວຍປ່ອນບັດ ເລືອກຕັ້ງສໍາລັບພົນລະເມືອງລາວ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ຕ່າງປະເທດນັ້ນ ໃຫ້ຄະນະ ກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດ. ການກໍານົດໜ່ວຍ ປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ: ຄະ ນະກອງບັນຊາການກອງພົນ, ກອງ ພັນ, ກອງຮ້ອຍເອກະລາດ ແລະ ຄະ ນະກອງບັນຊາການແຂວງ, ນະ ຄອນຫລວງເປັນຜູ້ກໍານົດໜ່ວຍ ປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຂອງ ຕົນແລ້ວແຈ້ງເປັນລາຍລັກອັກສອນ ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງທີ່ຄະນະກອງນັ້ນຕັ້ງຢູ່ເພື່ອ ຮັບຮູ້ ແລະ ສັງລວມເຂົ້າບັນຊີລາຍ ຊື່ໃນຈໍານວນໜ່ວຍປ່ອນບັດເລືອກ ຕັ້ງຂອງເມືອງ, ເທສະບານ, ນະ ຄອນນັ້ນ. *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ,kI6h dj P;da [dkog]n vd8A ' lt,k-y dltrkcsj '-kf c]t ltrkxt-k-q oc0;' X8+ ?

RkJQdWJsaXNoZXIy MTc3MTYxMQ==