ສະຫລຸບບັ້ນແຂ່ງຂັນປະກວດບົດປະພັນ ວັນນະຄະດີ 3 ວັນປະຫວັດສາດ

20/01/2026 12:34
ຂປລ ພິທີສະຫລຸບບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທ່ົວປະເທດ ເພ່ືອສະເຫລີມສະຫລອງ 3 ວັນປະຫວັດສາດ ປະຈຳປີ 2025.

     ຂປລ.  ຈັດຂຶ້ນໃນອາທິດຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍການເປັນທານຂອງທ່ານ ນາງ ສວນສະຫວັນ  ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາຫົວໜ້າ ກົມ, ຜູ້ອໍານວຍການ, ສິລະປິນແຫ່ງ ຊາດ, ສິລະປິນດີເດັ່ນ, ນັກປະພັນ ແລະ ນັກກະວີເຂົ້າຮ່ວມ.

      ໂອກາດດ່ັງກ່າວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວໄດ້ໃຫ້ຮູ້ວ່າ: ເພ່ືອສະເຫລີມສະຫລອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖະປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະມາຄົມນັກປະພັນລາວ ໄດ້ຮັບການມອບໝາຍຈາກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບກົມວັນນະຄະດີ ແລະ ພິມຈຳໜ່າຍ ຈັດຕັ້ງການແຂ່ງຂັນກວດສອບບົດປະພັນວັນນະຄະດີໃນທົ່ວປະເທດຂ້ຶນໂດຍໄດ້ໂຄສະນາເຜີຍແຜ່ ແລະ ຊຸກຍູ້ປຸກລະດົມໃຫ້ບັນດານັກປະພັນ, ນັກກະວີໃນທ່ົວປະເທດສົ່ງບົດຂຽນປະເພດເລື່ອງສັ້ນ, ເລື່ອງຍາວ, ບົດບັນທຶກ, ບົດຫວນຄືນ, ບົດກາບກອນກະວີເຂົ້າມາ ແຂ່ງຂັນເພື່ອຊີງລາງວັນ. ຜ່ານການຊຸກຍູ້ ແລະ ປຸກລະດົມຢ່າງ ກວ້າງຂວາງໃນຄັ້ງນີ້, ໄດ້ມີນັກປະພັນ, ນັກກະວີສົ່ງບົດປະເພດຕ່າງໆເຂົ້າຮ່ວມການແຂ່ງຂັນ 258 ບົດ. ໃນນັ້ນ, ປະເພດບົດຮ້ອຍແກ້ວ 130 ບົດ ແລະ ບົດຮ້ອຍກອງ 128 ບົດ.

     ຜ່ານການແຂ່ງຂັນອັນດັບ 1 ໄດ້ ແກ່ເລື່ອງສັັ້ນ “ເງົາຂອງເວລາ” ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວິ “ຮັກຊາດຫອມແຜ່ນດິນ” ຂຽນໂດຍ ແກ້ວຈ່ອຍ ບົວສາມາດ; ອັນດັບ 2 ໄດ້ແກ່ເລື່ອງສັ້ນ “ຂອງຂວັນ” ຂຽນໂດຍ ອຸດົມ ຮອບຄອບ, ບົດບັນທຶກ “ປະລິນຍາມາຫາຊົນ” ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ “ບ່ໍໄດ້ຈັບປືນ ຮ່ວມສູ້ແຕ່ຂໍຈັບປາກກາຮ່ວມສ້າງ” ຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ “ພັກນ້ີ” ຂຽນໂດຍ ບຸນມາ ຫອມສົມບັດ ແລະ ອັນດັບ 3 ໄດ້ແກ່ເລ່ືອງສັ້ນ “ສ່ຽວຮັກສ່ຽວສັດຕູ” ຂຽນໂດຍບົວລະພາ ກຸມພົນ, ເລື່ອງສັ້ນ “ຮອຍລະນຶກ” ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ “ອິນຊີຄືນຖິ່ນ” ຂຽນໂດຍ ປະສົງ ວົງຄໍາຈັນ, ບົດກະວິ “ຮອຍຍິ້ມລູກຄວາມສຸກຂອງ ແມ່” ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວິ “ສານສັ່ງຈາກ ປະທານ ໄກສອນ ພົມວິຫານ” ຂຽນໂດຍ ໄພວອນ ນັນທະວົງ. ນອກນັ້ນ, ຍັງມີຜູ້ທີ່ໄດ້ຮັບລາງວັນຊົມເຊີຍອີກ 30 ຄົນ. 

     ສຳລັບຜູ້ທີ່ໄດ້ຮັບລາງວັນທີ 1 ໄດ້ຮັບເງິນສົດ 10 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບ 3 ໄດ້ຮັບເງິນສົດ 3 ລ້ານກີບ ແລະ ລາງວັນຊົມເຊີຍໄດ້ຮັບເງິນສົດລາງວັນລະ 1 ລ້ານກີບໃຫ້ກຽດມອບລາງວັນໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ຂ່າວ: ທະນູທອງ; ພາບ: ບຸນອູ້ມ

KPL

ຂ່າວອື່ນໆ

ads
ads

Top