ສ.ອາເມລິກາ ຈະເພີ່ມພາສີ ສິນຄ້າ 10% ຕໍ່ 8 ປະເທດໃນເອີຣົບ

20/01/2026 14:36
ຂປລ ທ່ານ ໂດນັນ ທຣໍາ ປະທານາທິ ບໍດີ ສ.ອາເມລິກາ ໄດ້ປະກາດ ຜ່ານສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ຈະເພີ່ມພາສີສິນຄ້າ 10% ຕໍ່ສິນຄ້າ ຈາກ 8 ປະເທດ ຄື: ດານມາກ, ນອກແວ, ຊູແອດ, ຝຣັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ ແລະ ແຟງລັງ ທີ່ສົ່ງເຂົ້າໄປສ.ອາເມລິກາ ເລີ່ມແຕ່ວັນທີ 1 ກຸມພາ ເປັນຕົ້ນໄປ

ຂປລ. ອີງຕາມຂ່າວ ໂທລະພາບສູນກາງຈີນ (CMG):​ ທ່ານ ໂດນັນ ທຣໍາ ປະທານາທິ ບໍດີ ສ.ອາເມລິກາ ໄດ້ປະກາດ ຜ່ານສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ຈະເພີ່ມພາສີສິນຄ້າ 10% ຕໍ່ສິນຄ້າ ຈາກ 8 ປະເທດ ຄື: ດານມາກ, ​ນອກແວ, ຊູແ​ອດ, ຝຣັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ ແລະ ແຟງລັງ ທີ່ສົ່ງເຂົ້າໄປສ.ອາເມລິກາ ເລີ່ມແຕ່ວັນທີ 1 ກຸມພາ ເປັນຕົ້ນໄປ, ຈາກນັ້ນ ຈະເພີ່ມຂຶ້ນເປັນ 25% ນັບແຕ່ ວັນທີ 1 ມິຖຸນາ ໃນປີນີ້  ຈົນກວ່າ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸ ສັນຍາ ກ່ຽວກັບ ການຊື້ ເກາະກຣີນແລນ ຢ່າງຮອບດ້ານ ແລະ ສົມບູນແບບ ຂອງ ສ.ອາເມລິກາ. ນອກນັ້ນ ທ່ານຍັງກ່າວວ່າ: ສ.ອາເມລິກາ ມີທ່າທີ ເປີດກວ້າງ ການເຈລະຈາ ໃນທັນທີ ກັບ 8 ປະເທດ ເອີຣົບ ດັ່ງກ່າວ.

ມາຮອດປັດຈຸບັນ ການອອກຂ່າວດັ່ງກ່າວ, ທຳນຽບຂາວ ສ.ອາ​ເມ​ລິກາ ບໍ່ໄດ້ອອກຖະແຫລງການ ຢ່າງເປັນທາງການ ຫລື ເອກະສານ ກ່ຽວກັບ ການປະກາດ ຂອງ ທ່ານ ໂດນັນ ທຣໍາ ຈະເພີ່ມພາສີ ຕໍ່ 8 ປະເທດ ເອີຣົບດັ່ງກ່າວ./

KPL

ຂ່າວອື່ນໆ

ads
ads

Top