ພັດທະນາເສດຖະກິດດ້ານວັດທະນະທຳ ໂດຍນຳໃຊ້ມໍລະດົກເປັນກຳລັງແຮງຂັບເຄື່ອນ

14/01/2026 12:11
ຂປລ ໃນ 5 ປີຕໍ່ໜ້າ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈະສຸມໃສ່ການພັດທະນາເສດຖະກິດດ້ານວັດທະນະທໍາ ໂດຍນໍາໃຊ້ມໍລະດົກເປັນແຫລ່ງກໍາລັງແຮງໃຫ້ແກ່ການພັດທະນາ, ສ້າງຄຸນຄ່າດ້ານເສດຖະກິດ.

    ຂປລ.  ຕິດພັນກັບການບູລະນະ, ຮັກສາມໍລະດົກໃຫ້ມີຄວາມຍືນຍົງ, ປະສານສົມທົບລະຫວ່າງການຄຸ້ມຄອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກໂລກ ແລະ ມໍລະດົກແຫ່ງຊາດ ທີ່ໄດ້ຮັບການຢັ້ງຢືນຢ່າງມີປະສິດທິຜົນ-ນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ສັງຄົມ. ພ້ອມນີ້, ຍັງຈະສຸມໃສ່ພັດທະນາ, ຍົກລະດັບ ແລະ ຄຸ້ມຄອງນໍາໃຊ້ພາສາລາວຢ່າງເປັນລະບົບ, ມີຄວາມເອກະພາບ, ຟື້ນຟູ ແລະ ສົ່ງເສີມເອກະລັກດ້ານສິລະປະ-ວັນນະຄະດີ ກໍຄືຄຸນຄ່າວັດທະນະທໍາ ດ້ານຈິດໃຈຂອງຊາດ-ຂອງເຜົ່າ ໃຫ້ແຂງແຮງໄປເລື້ອຍໆ, ສ້າງແບບແຜນດໍາລົງຊີວິດ ແລະ ວິຖີຊີວິດແບບໃໝ່ໄປພ້ອມກັບການແກ້ໄຂ ແລະ ຕີຖອຍສ່ິງຫລ້າຫລັງງົມງວາຍ-ແນວຄິດຂີ້ຄ້ານມັກງ່າຍ-ຫລິ້ນກິນຟຸມເຟືອຍ- ຂາດການປະດິດສ້າງ-ຂາດຈັນຍາບັນ-ຈັນຍາທໍາ-ລະເມີດກົດໝາຍ ແລະ ລະບຽບການ.

     ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 13 ມັງກອນ 2026 ນີ້ວ່າ: ໃນ 5 ປີຕໍ່ໜ້າ ເປັນໄລຍະແຫ່ງການຈັດຕ້ັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເທື່ອທີ 10, ແມ່ນໄລຍະເວລາທີ່ສະພາບແວດລ້ອມພາຍນອກ ແລະ ພາຍໃນມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງທີ່ຂະແໜງການວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ມີຄວາມກຽມພ້ອມຢ່າງຮອບດ້ານໃນການຈັດ ຕັ້ງຜັນຂະຫຍາຍແນວທາງຂອງພັກ, ແຜນນະໂຍບາຍຂອງລັດໃຫ້ເຂົ້າສູ່ລວງເລິກຂອງວຽກງານ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິ XII ຂອງພັກ ໃນການປະກອບສ່ວນຢ່າງແຂງແຮງ ຍົກລະດັບການພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໃນໄລຍະໃໝ່ເພື່ອກ້າວໄປສູ່ຜົນສໍາເລັດອັນໃໝ່ ເປັນຕົ້ນການເສີມຂະຫຍາຍຄຸນຄ່າວັດທະນະທໍາອັນດີງາມຂອງຊາດ, ສ້າງຄວາມສີວິໄລທາງດ້ານວັດຖຸໄປຄຽງຄູ່ກັບຄວາມສີວິໄລທາງດ້ານຈິດໃຈ ແລະ ພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງ ຕາມທັດສະນະຂອງພັກ ໃນການສ້າງຄວາມຈະເລີນທາງດ້ານເສດຖະກິດ ຕ້ອງໄປຄຽງຄູ່ກັບການສ້າງຄວາມສີວິໄລດ້ານຈິດໃຈ ແລະ ຕ້ອງສົມທົບລະຫວ່າງສອງດ້ານດັ່ງກ່າວຢ່າງແໜ້ນແຟ້ນ ເພື່ອສ້າງກໍາລັງແຮງສັງຮວມ ຮັບປະກັນການພັດທະນາປະເທດຊາດຕາມທິດຍືນຍົງ ແລະ ໝັ້ນຄົງ. 

   ນອກຈາກນີ້, ວຽກງານທ່ອງທ່ຽວ ຈະເນັ້ນສຸມໃສ່ຈັດຕັ້ງຜັນຂະຫຍາຍຢ່າງແຂງແຮງ ໃນການສົ່ງເສີມ, ພັດທະນາການທ່ອງທ່ຽວທີ່ຍືນຍົງຕາມທິດອຸດສາຫະກໍາສີຂຽວຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງເພນີອັນດີງາມຂອງຊາດ, ຂອງເຜົ່າ, ປະຫວັດສາດ ແລະ ບັນດາທ່າແຮງບົ່ມຊ້ອນຕ່າງໆທີ່ປະເທດມີ; ແກ້ໄຂສາຍພົວພັນໃນວຽກງານທ່ອງທ່ຽວໃຫ້ເປັນລະບົບ, ປະສານສົມທົບ ແລະ ຮັບປະກັນຢ່າງກົມກຽວລະຫວ່າງສາຍພົວພັນຂອງລັດໃນການບໍລິຫານ, ຄຸ້ມຄອງການທ່ອງທ່ຽວ ແລະ ປະສິດທິຜົນຂອງຕະຫລາດທ່ອງທ່ຽວ, ການສະໜອງ ແລະ ຄວາມຕ້ອງການຂອງການທ່ອງທ່ຽວ, ການອະນຸລັກຮັກສາ ແລະ ພັດທະນາ, ການເຊື່ອມໂຍງ, ເຊື່ອມສານລະຫວ່າງການທ່ອງທ່ຽວພາຍໃນ ແລະ ພາກພື້ນ; ສຸມໃສ່ໂຄສະນາ-ແນະນໍາ ແລະ ດຶງດູດການທ່ອງທ່ຽວດ້ວຍຫລາຍຮູບຫລາຍສີຜ່ານສື່ຕ່າງໆຮັບປະກັນສິ່ງອໍານວຍຄວາມສະດວກ, ພື້ນຖານໂຄງລ່າງ, ຜະລິດຕະພັນການທ່ອງທ່ຽວທີ່ມີຄວາມຫລາກຫລາຍ ສົມທົບການມີສ່ວນຮ່ວມຂອງປະຊາຊົນ, ຊຸມຊົນ ແລະ ຄວາມປອດໄພໃນການທ່ອງທ່ຽວ.

ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top