ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

07/01/2026 07:47
Email Print 9023
ຂປລ ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

     

         ຂປລ. ໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ໄດ້ພ້ອມກັນຮັບຮອງເອົາຫລາຍເອກະສານສໍາຄັນຂອງພັກ ຊຶ່ງດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວກຳນົດໄວ້. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ແຈ້ງຜົນການດຳເນີນກອງປະຊຸມໃນມື້ທຳອິດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ດ້ວຍບັນຍາກາດຄຶກຄ້ືນ, ຕ່ືນເຕ້ັນ ແລະ ພາກພູມໃຈ, ຊຶ່ງແມ່ນເຫດປະຫວັດສາດການທາງດ້ານການເມືອງ-ສັງຄົມອັນ ສໍາຄັນຍິ່ງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນເອົາການເອົາງານມີຄວາມຮັບຜິດຊອບສູງ. ໃນກອງປະຊຸມໄດ້ຮັບຮອງເອົາຫລາຍ ເອກະສານສໍາຄັນຂອງພັກ ຄື: ຜູ້ແທນກອງປະຊຸມໃຫຍ່ ແລະ ແຂກເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງສູນທອນພົດ ໄຂກອງປະຊຸມໃຫຍ່ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ດ້ວຍເນື້ອໃນທີ່ເລີກເຊິ່ງ, ຄົບຖ້ວນ, ໄດ້ຮັບຟັງລາຍງານກ່ຽວກັບໂຄງການການເມືອງ ສະບັບທີ III ຂອງພັກ, ຮັບຟັງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ຂອງພັກ, ຮັບຟັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮັບຟັງຮ່າງກົດລະບຽບພັກສະບັບປຸງສະໄໝທີ XII ຂອງພັກ.

     ພ້ອມກັນນີ້, ຍັງໄດ້ຮັບຟັງການ ປະກອບຄໍາເຫັນຂອງຕາງໜ້າກະຊວງ-ອົງການທັງສູນກາງ ແລະ ທ້ອງຖິ່ນຈໍານວນ 10 ຄຳເຫັນ. ພ້ອມທັງຮັບຮອງເອົາບັນດາເອກະສານຕ່າງໆຢ່າງເປັນເອກກະສັນ ເປັນຕົ້ນຮ່າງໂຄງການການເມືອງ ສະບັບທີ lII, ຮ່າງລາຍງານການເມືອງ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ແລະ ຮ່າງກົດລະບຽບສະບັບປັບປຸງຂອງພັກປະຊາຊົນປະຕິວັດລາວ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

      10/12/2026 10:08:10 AM

      ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນການເມືອງ

      ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

      10/12/2026 10:01:04 AM

      ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

    • ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມ

      10/12/2026 9:50:17 AM

      ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 8-9 ຕຸລາ 2026 ແລະ ເປັນປະທານ ຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ.

    • ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມການເມືອງ

      ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

      10/12/2026 9:41:43 AM

      ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມໃນຄັ້ງນີ້ ນັບເປັນເຫດການສຳຄັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ເພາະເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍ ຫລັງສະຫາຍ ເລ ມິງ ຮຶງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ.

    • ສານສະແດງຄວາມຊົມເຊີຍການເມືອງ

      ສານສະແດງຄວາມຊົມເຊີຍ

      10/9/2026 10:38:22 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ຮວາຍ ຈຸງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເຂົ້າໃນກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ads
ads

Top